ບໍລິສັດເບຍລາວ ຮ່ວມກັບ ການນຳຂັ້ນສູງ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບ
ເວລາອອກຂ່າວ: 2026-09-02 09:30:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ: ![]()
ວັນທີ 22 ສິງຫາ 2026, ຄະນະນຳ ແລະ ພະນັກງານບໍລິ ສັດ ເບຍລາວຈຳກັດຮ່ວມກັບ ການນຳຂັ້ນສູງຈາກສູນກາງ ນຳພາໂດຍ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ,ລັດຖະມົນຕີກະຊວງການ ເງິນທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະ ລັດຖະມົນ ມົນຕີກະຊວງຍຸຕິທຳ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງພື້ນທີ່ຢູ່ແຂວງພາກກາງ ແລະ ພາກໃຕ້ ເພື່ອມອບເຄື່ອງບັນເທົາທຸກໃຫ້ແກ່ບັນດາຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື, ໂດຍມີຄະນະປະທານ ແລະ ຮອງປະທານຄະນະກຳມະການປົກ ຄອງແຂວງ ເປັນຕົວແທນຮັບການຊ່ວຍເຫຼືອໃນຄັ້ງນີ້ ລວມມູນຄ່າການຊ່ວຍເຫຼືອທັງໝົດກວ່າ 600 ລ້ານກີບ.
ສຳລັບຜະລິດຕະພັນຂອງບໍລິ ສັດເບຍລາວ ຈຳກັດ ທີ່ນຳມາ ຊ່ວຍເຫຼືອປະກອບມີ: ນໍ້າດື່ມຫົວ ເສືອຂະໜາດ 1,5 ລິດ ຈຳນວນ 10.000 ແພັກ ແລະ ນໍ້າອັດລົມ ຈຳນວນ 4.000 ແພັກ ເພື່ອໃຫ້ຜູ້ປະສົບໄພເຂົ້າເຖິງເຄື່ອງດື່ມທີ່ສະອາດ ແລະ ປອດໄພ. ບໍລິສັດເບຍລາວ ໄດ້ຖືເອົາການ ຮັບຜິດຊອບຕໍ່ສັງຄົມເປັນພາລະ ກິດອັນສຳຄັນ, ໂດຍສະເພາະໃນຍາມທີ່ປະຊາຊົນລາວບັນດາເຜົ່າປະສົບກັບຄວາມຫຍຸ້ງຍາກ ຫຼື ໄພພິບັດຕ່າງໆ ບໍລິສັດເບຍລາວ ຍາມໃດກໍເປັນກຳລັງແຮງສຳຄັນໃນການປະກອບສ່ວນຊ່ວຍເຫຼືອ ພັກ-ລັດ ແລະ ສັງຄົມ ເພື່ອບັນ ເທົາທຸກໃຫ້ປະຊາຊົນສາມາດຜ່ານຜ່າອຸປະສັກໄປໄດ້.
ທ່ານ ເຮັນຣິກ ແອນເດີເຊິນ ຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ ຈຳກັດ ກ່າວວ່າ: ໃນຖານະທີ່ ບໍລິສັດ ເບຍລາວ ຈຳກັດ ເປັນຜູ້ນຳດ້ານອຸດສາຫະກຳການຜະ ລິດເຄື່ອງດື່ມຂອງ ສປປ ລາວ, ພວກເຮົາຖືເອົາຄວາມຮັບຜິດ ຊອບຕໍ່ສັງຄົມເປັນສ່ວນສຳຄັນໜຶ່ງຂອງການດຳເນີນທຸລະກິດ. ເມື່ອໃດກໍຕາມທີ່ປະຊາຊົນລາວປະສົບກັບຄວາມຫຍຸ້ງຍາກໂດຍສະເພາະຜົນກະທົບຈາກໄພທຳມະຊາດ, ພວກເຮົາບໍ່ເຄີຍລັງເລທີ່ຈະຍື່ນມືເຂົ້າຊ່ວຍເຫຼືອ. ນີ້ເປັນຄວາມມຸ່ງໝັ້ນຂອງ ບໍລິສັດເບຍລາວ ທີ່ຍາມໃດກໍຢືນຄຽງຂ້າງສັງຄົມລາວ.
ເນື່ອງຈາກອິດທິພົນຂອງມໍລະສຸມ ແລະ ພາຍຸລະດູຝົນໃນໄລຍະຕົ້ນເດືອນສິງຫາປີ 2026 ນີ້ ໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມີປະລິມານນ້ຳສະສົມໃນຫຼາຍພື້ນທີ່ເພີ່ມຂຶ້ນຢ່າງໄວວາ ຈົນເຮັດໃຫ້ເກີດມີປະລິມານນໍ້າເພີ່ມຂຶ້ນລົ້ນຝັ່ງ ແລະ ໄຫຼຖ້ວມຊຸມ ຊົນ, ພື້ນທີ່ການຜະລິດ ແລະ ພື້ນ ຖານໂຄງລ່າງ ໃນຫຼາຍພື້ນທີ່ທົ່ວປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














