ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ເມືອງ​ໄຊ ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ
ເວລາອອກຂ່າວ: 2026-09-02 09:29:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ໃນ​ວັນ​ທີ 31 ສິງຫາ 2026, ທ່ານ ສົມ​ຄິດ ກັນ​ສະໜິດ ກຳມະການ​ພັກ​ແຂວງ, ເລຂາຄະ ນະ​ບໍລິຫານ​ງານ​ພັກເມືອງ​ໄຊ ໄດ້​ລາຍ​ງານ​ຂໍ້​ມູນ​ເບື້ອງ​ຕົ້ນໃຫ້​ຮູ້​ວ່າ: ສະພາບ​ຜົນ​ກະທົບ​ຈາກ​ຝົນຕົກ​ໜັກ​ຕໍ່​ເນື່ອງ ແຕ່​ຄືນ​ວັນ​ທີ 29-30 ສິງຫາ 2026. ຜ່ານ​ ການ​ເກັບ​ກຳ​ຂໍ້​ມູນ​ຕົວຈິງຂອງ​ ຄະນະ​ຄວບ​ຄຸມ​ໄພພິບັດ​ຂັ້ນ ​ເມືອງ, ຄະນະກຳມະການ​ປົກ ຄອງ ຕາແສງ ແລະ ອົງການ​ປົກຄອງ​ບ້ານ ໃນ​ວັນ​ທີ 30 ສິງ ຫາ 2026; ຜົນ​ກະທົບ​ທີ່​ເກີດ​ຈາກຝົນຕົກ​ໜັກ​ຕໍ່​ເນື່ອງ ແຕ່ກາງ ຄືນ​ວັນ​ທີ 12 ໂມງ ຂອງວັນ​ທີ 29 ຮອດ 14 ໂມງ ຂອງວັນ​ທີ 30 ສິງຫາ 2026 ມີ​ບ້ານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ທັງ​ໝົດ 47 ບ້ານ ໃນ​ນີ້​ຕາແສງ ພູໄຊ ມີ 25 ບ້ານ; ຕາແສງ ກໍ​ນ້ອຍ ມີ 15 ບ້ານ; ຕາແສງ​ນາ​ຮ້ວງ ມີ 7 ບ້ານ. ເຊິ່ງ​ມີ​ຜົນ​ກະທົບ ແລະ ຜົນ​ເສຍ​ຫາຍ ຕໍ່​ວຽກ​ກະສິກຳ​ເຊັ່ນ: ເນື້ອທີ່​ນາ, ເຂົ້ານາ, ຢາງພາລາ, ສາລີ, ພຶດ​ຜັກ​ເຮືອນ​ຮົມ, ສັດລ້ຽງ, ໜອງ​ປາ; ສິງ​ປຸກ​ສ້າງທີ່ຢູ່​ອາ​ໄສ, ພາ ຫະນະ: ມີ​ເຮືອນ, ຖຽງນາ, ລົດ​ໃຫຍ່, ລົດຈັກ, ລົດ​ໄຖ, ເຄື່ອງນຸ່ງ​ຮົ່ມ, ອຸປະກອນ​ໄຟຟ້າ, ເຄື່ອງໃຊ້​ໃນ​ເຮືອນ ແລະ ອື່ນໆ; ດ້ານຄົມ ມະນາຄົມມີ​ເສັ້ນທາງ, ຂົວ; ລະ ບົບ​ໄຟຟ້າ, ນ້ຳ​ປະປາ, ໂຮງຮຽນ, ສຸກສາລາ ແລະ ອື່ນໆ; ສຳລັບ​ໂຮງຮຽນທີ່​ຖືກ​ນໍ້າ​ຖ້ວມ, ເປ່ເຟ ແລະ ມີ​ອຸປະກອນ​ການ​ຮຽນ​ການ​ສອນເສຍ​ຫາຍ ມີ​ໂຮງຮຽນ ຊົນເຜົ່າ, ໂຮງຮຽນ​ປະຖົມ​ລ້ອງ​ກໍ​ເດື່ອ, ໂຮງຮຽນ​ປະຖົມ​ບ້ານ​ຖິ່ນ, ໂຮງຮຽນປະຖົມ​ຫ້ວຍແພ, ໂຮງຮຽນມັດທະຍົມດອນ​ໄຊ, ໂຮງຮຽນປະຖົມ​ວັງ​ຍານ, ໂຮງ ຮຽນ ປະຖົມ​ວຽງ​ສາ; ມີ​ຂົວ 10 ແຫ່ງ ທີ່​ໄດ້​ຮັບ​ຜົນ​ກະທົບຂົວ​ຂາດ, ເພ່​ເປບໍ່​ສາມາດ​ສັນຈອນ​ໄປມາ​ໄດ້. ການ​ແກ້​ໄຂ​ຊ່ວຍເຫຼືອ​ສຸກ​ເສີນ​ຕໍ່​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບທາງ​ແຂວງ​ກໍ​ໄດ້​ແຕ່ງຕັ້ງສອງ​ກຳລັງ ​ປກຊ-​ປກສ ລົງ​ຊ່ວຍເຫຼືອ​ຢ່າງ​ທັນ​ການ. ໃນ​ນີ້​ໄດ້ລົງ​ຊ່ວຍເຫຼືອ​ບັນເທົາ​ທຸກ​ສຸກ​ເສີນ (ເຄື່ອງ​ນອນ, ອຸປະກອນ​ເຮືອນຄົວ) ແລະ ກວດກາ​ສຸຂະພາບປິ່ນປົວ ສຸກ​ເສີນໃຫ້​ຜູ້​ໄດ້​ຮັບ​ບາດເຈັບ 3 ກໍລະນີ ແລະ ແຕ່ງຕັ້ງຄະນະ​ຮັບ ຜິດຊອບ​ລົງ​ກວດກາ​ຈຸດທີ່ໄດ້ຮັບ ​ຜົນ​ກະທົບ​ໜັກ. ແຕ່ງຕັ້ງ​ທີມງານ ລົງ​ເກັບ​ກຳ​ຂໍ້​ມູນຢູ່​ຈຸດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໜັກ ແລະ ສືບຕໍ່​ຊ່ວຍເຫຼືອ​ແກ້​ໄຂ ຕັກ​ດິນ​ເຈື່ອນ​ຖົມ​ເຮືອນ, ຮື້​ຖອນ​ມ້ຽນ​ເສດ​ສະຫຼັກ​ຫັກ​ພັງ ມ້ຽນ​ຂີ້​ເຫຍື້ອ, ໂຄ່ນ​ໄມ້ ຂີ້ຕົມ​ອອກ​ຈາກ​ຈຸດ​ທີ່​ຖືກ​ຜົນ​ກະທົບ. ສ່ວນ​ຜົນລະປູກ ແລະ ອື່ນໆ ກຳ ລັງ​ເກັບ​ກຳ​ຂໍ້​ມູນ​ລະອຽດ​ຕື່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ