ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ຮູ້​ແລ້ວ​ສາເຫດ​ທີ່​ພາໃຫ້​ເກີດ​ນໍ້າພູໄຫຼຊຸແຮງຢູ່ ​ເນ​ປານ-ຈີນ
ເວລາອອກຂ່າວ: 2026-09-01 09:55:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງໃນ​ວັນ​ທີ 30 ສິງ​ຫາ​ ຜ່ານມາ​ໃຫ້​ຮູ້​ວ່າ, ໄດ້​ຄົ້ນ​ພົບສາ​ເຫດ​ທີ່​​ເຮັດ​​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ແລ້ວ, ທີມ​ງານ​ກູ້​ໄພ​ສຸກ​ເສີນ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ ໂດຍຜ່ານ​ການ​ວິ​ເຄາະ​ຂໍ້​ມູນ​ຈາກ​ການ​ສຳ ຫຼວດ​ທາງ​ໄກ ແລະ ຂໍ້​ມູນ​​ທີ່​ສົ່ງ​ຄືນຈາກ​ສະ​ຖານ​ທີ່​ເກີດ​ເຫດ, ບວກ​ກັບການ​ສຳຫຼວດ​ຢູ່​ພາກ​ສະ​ໜາມ​ສາ​ມາດ​ສະຫຼຸບ​ໂດຍ​ສັງ​ລວມ​ວ່າ: ໃນ​ເວ​ລາ​ປະ​ມານ 10 ໂມງ 52 ນາ​ທີ​ຂອງວັນ​ທີ 26 ສິງ​ຫາ 2026, ພູ​ນ້ຳ​ກ້ອນ​ສາຍ​ໜຶ່ງ​​ຢູ່ໃນ​ດິນ​ແດນ​ປະ​ເທດ​ເນ​ປານ​ໄດ້​ແຕກ​ແຍກ​ອອກ​ໃນ​ລະ​ດັບ​ສູງກວ່າ​ໜ້າ​ນ້ຳ​ທະ​ເລ​ປະ​ມານ 5.200 ແມັດ ແລ້ວຕົກ​ລົງ​ຢ່າງວ່ອງ​ໄວ​ທີ່​ລະ​ດັບ​ສູງກວ່າ​ໜ້າ​ນ້ຳ​ທະ​ເລປະ​ມານ 4.000 ແມັດ, ແຮງນໍ້າໄດ້ຊຸ​ທັ່ງ​ເອົາດິນ​ພູ​ຈົນ​ພູ​ເຈື່ອນ​ຂະ​ໜາດ​ໃຫຍ່ ດ້ວຍ​ຄວາມ​ໄວ​ສູງ​ເປັນ​ໄລ​ຍະ​ທາງ​ປະ​ມານ 22 ກິ​ໂລ​ແມັດ ​ແລ້ວ​ກະ​ທົບ ​ໃສ່ດ່ານ​ກີ​ຣົງ​ ຂອງ​ຈີນ​ ທີ່​ຢູ່​ລະ​ດັບ ​ສູງກວ່າ​ໜ້າ​ນ້ຳ​ທະ​ເລ 1.800 ແມັດ​ໂດຍ​ກົງ, ເຮັດ​ໃຫ້​​ພື້ນ​ທີ່​ປະ​ມານ 0,7 ກິ​ໂລ​ຕາ​ແມັດ, ຊຸເອົາ ເຮືອນ 27 ຫຼັງ ລວມ​ເຖິງ​ສິ່ງ​ກໍ່​ສ້າງ​​ອື່ນໆຖືກ​ທຳ​ລາຍ​​ຈົນ​ໝົດ. ພາຍຫຼັງ​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ປະເທດ​ເນ​ປານ ແລະ ກະທົບ​ເຖິງ​ເຂດ​ຊີ່​ຈ້າງ​ຈີນ​ແລ້ວ, ເຂດ​ຊີ່​ຈ້າງ​ໄດ້​ດຳເນີນ​ກົນ​ໄກ​ຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ​ຂັ້ນ 1 ແລະ ກົນ​ໄກ​ຮັບ​ມື​ດ້ານ​ການ​ຊ່ວຍເຫຼືອ​ກູ້​ໄພ​ຈາກ​ໄພພິບັດ​ທຳ​ມະ​ຊາດ​ຂັ້ນ 1 ແບບ​ສຸກ​ເສີນ​ຢ່າງ​ວ່ອງໄວ ໂດຍ​ໄດ້​ແຕ່ງຕັ້ງ​ກອງ​ບັນຊາ​ການ​ຊ່ວຍເຫຼືອ​ກູ້​ໄພ​ສຸກ​ເສີນ ແລະ ກອງ​ບັນຊາ​ການ​ຢູ່​ແນວ​ໜ້າ​ສະເພາະ​ກິດ. ພ້ອມ​ດຽວ​ກັນ​ນີ້, ກະຊວງ​ການ​ເງິນ ແລະ ກະຊວງ​ຄຸ້ມ​ຄອງ​ເຫດການ​ສຸກ​ເສີນ​ຈີນ​ໄດ້​ຈັດ​ສັນ​ທຶນ​ສຸກ​ເສີນ 120 ລ້ານ​ຢວນ, ຂະນະ​ທີ່​ຄະນະ​ກຳມະການ​ພັດທະນາ ແລະ ປະຕິ​ຮູບ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​ຈັດ​ສັນ​ທຶນ 100 ລ້ານ​ຢວນ ເພື່ອ​ສະໜັບສະໜູນ​ການ​ຊ່ວຍເຫຼືອ​ກູ້​ໄພ ແລະ ວຽກ​ງານ​ຟື້ນ​ຟູ​ພາຍຫຼັງ​ໄພພິບັດ​ແບບ​ສຸກ​ເສີນ. ປັດຈຸບັນ, ຈີນ​ໄດ້​ລະດົມ​ກຳລັງ​ກູ້​ໄພ​ຕ່າງໆ​ລວມ​ທັງ​ໝົດ 2.141 ຄົນ​ຈາກ​ກອງທັບ, ກອງ​ຕຳຫຼວດ​ປະກອບ​ອາວຸດ, ກອງ​ດັບ​ເພີງ ແລະ ກູ້​ໄພ, ກອງ​ຕຳ ຫຼວດ​ປ້ອງ​ກັນ​ຄວາມ​ສະຫງົບ​ຕາມ​ເຂດ​ຊາຍ​ແດນ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ອື່ນໆ, ທັງ​ໄດ້​ຈັດ​ສັນ​ລົດ​ກູ້​ໄພ 269 ຄັນ ແລະ ອຸປະກອນ​ກູ້​ໄພ 3.922 ຊຸດ​ເຂົ້າ​ໃນ​ການ​ກູ້​ໄພ​ຢູ່​ແນວ​ໜ້າ. ນັບ​ມາ​ຮອດ​ເວລາ 18 ໂມງ​ຂອງ​ວັນ​ທີ 29 ສິງຫາ ຜ່ານ​ມາ, ຈາກ​ໄພພິບັດ​ນ້ຳ​ພູ​ໄຫຼຊຸເອົາຂີ້ຕົມ​ຄັ້ງ​ຮຸນ​ແຮງ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ 600 ກວ່າ​ຄົນ, ສູນຫາຍອີກ 2.000 ກວ່າ​ຄົນ, ໃນ​ນັ້ນ ລວມ​ທັງ​ຊາວ​ຕ່າງປະເທດ ຈາກ 23 ປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ