ນ້ຳໃຈສາມັກຄີ ປະສານເຂົ້າກັບສີສັນວັດທະນະທຳ ກິລາ-ສິລະປະ ໃນຄອບຄົວອາຊຽນ
ເວລາອອກຂ່າວ: 2026-09-01 09:54:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມ ກປ.ອອນໄລ, ໃນພິທີເປີດການແຂ່ງຂັນກິລາບານສົ່ງກອງທັບບັນດາປະເທດ ອາຊຽນ ເປີດກວ້າງ ປີ 2026, ສະໜາມກິລາໃນຮົ່ມ ດົງແອັງ (ຮ່າໂນ້ຍ) ຄືຈຸດນັດພົບວັດທະນາທຳແຫ່ງໜຶ່ງ. ເມື່ອສຽງດົນຕີດັງຂຶ້ນ, ບັນດາບົດເພງ, ວາດຟ້ອນທີ່ເປັນມູນເຊື້ອຂອງບັນດາປະເທດເພື່ອນ: ລາວ, ກຳປູເຈຍ, ມຽນມາ, ສິງກະໂປ ແລະ ປະເທດເຈົ້າພາບ ຫວຽດນາມ ໄດ້ສະແດງ ດ້ວຍຄວາມຈັບໃຈ.
ນັ່ງຊົມຢູ່ອັດສະຈັນ, ທ່ານນາງ Kristy Tel ຮອງຫົວໜ້າຄະນະບານສົ່ງກອງທັບ ສິງກະໂປ ໄດ້ປ່ອຍອາລົມໄປຕາມສຽງເພງ ແລະ ຕົບມືຕາມຈັງຫວະເມື່ອມີການສະແດງເພງ “We are Singapore”. ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ. ທ່ານນາງ Kristy ກ່າວວ່າ: “ຂ້າພະເຈົ້າ ຮູ້ສຶກວ່າ ບັນດາລາຍການສະແດງສິລະປະທີ່ພິທີເປີດການແຂ່ງຂັນ ໄດ້ສະແດງອອກໃຫ້ເຫັນສີສັນວັດ ທະນະທຳຂອງແຕ່ລະປະເທດທີ່ມາເຂົ້າຮ່ວມ. ຂ້າພະເຈົ້າເອງ ມັກລາຍກາຍ “We are Singapore” ທີ່ສຸດ ຍ້ອນວ່າ ມັນຟົດຟື້ນມ່ວນຊື່ນ, ສະແດງໃຫ້ເຫັນວ່າ ປະເທດເຈົ້າພາບ ຫວຽດນາມ ໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ, ມານະພະຍາຍາມໃນການສຶກສາຄົ້ນຄວ້າວັດທະນະທຳບັນດາປະເທດທີ່ມາເຂົ້າຮ່ວມການແຂ່ງຂັນຄັ້ງນີ້”.
ທ່ານນາງ Kristy Tel ໃຫ້ຮູ້ຕື່ມຄວາມໝາຍເພງ: “We are Singapore” ແມ່ນບົດເພງທີ່ມີເນື້ອໃນເວົ້າເຖິງການຮັກຊາດແບບຄຼາດສິກ ແລະ ເຄີຍເປັນບົດເພງຫຼັກ ທີ່ໃຊ້ຢ່າງເປັນທາງການສຳລັບການເດີນສວນສະໜາມສະເຫຼີມສະຫຼອງວັນຊາດ ສິງກະໂປ ໃນປີ 1987. ເພງນີ້ມີຄວາມໝາຍເຊີດຊູນ້ຳ ໃຈສາມັກຄີ, ນ້ຳໃຈຮັກຊາດ ແລະ ສີສັນລວມຂອງປະຊາຊົນຢູ່ປະ ເທດເກາະແຫ່ງນີ້; ເພາະສະ ນັ້ນ, ຊາວສິງກະໂປ ໝົດທຸກຄົນລ້ວນແຕ່ຈື່ເນື້ອໃນຂອງບົດເພງ ແລະ ຮ້ອງເພງດ້ວຍຄວາມພາກພູມໃຈ ບໍ່ວ່າຈະຢູ່ບ່ອນໃດກໍ່ຕາມ. ຍິ່ງມີຄວາມພາກພູມໃຈເມື່ອບົດເພງນີ້ດັງຂຶ້ນຢູ່ປະເທດຫວຽດນາມ ໃນທ່າມກາງການແຂ່ງຂັນກິລາບານສົ່ງທີ່ເຕັມໄປດ້ວຍນ້ຳໃຈສາມັກຄີ.
ຈຸດພົ້ນເດັ່ນຂອງພິທີເປີດການແຂ່ງຂັນກິລາບານສົ່ງກອງທັບບັນດາປະເທດອາຊຽນ ເປີດກວ້າງ 2026 ແມ່ນລາຍການສະແດງສິລະປະ ໄດ້ສະແດງອອກໃຫ້ເຫັນສີສັນວັດທະນະທຳຂອງແຕ່ລະປະເທດທີ່ເຂົ້າຮ່ວມ. ສຳລັບຄະນະ ສິງກະໂປ ແມ່ນບົດເພງ “We are Singapore”, ສຳລັບຄະນະລາວ ແມ່ນບົດເພງ “ສຽງແຄນລາວ”, ສຳລັບຄະນະກຳປູເຈຍ ແມ່ນບົດເພງ ““Arapiya”, ສຳລັບຄະນະປະເທດເຈົ້າພາບຫວຽດນາມ ແມ່ນບົດເພງພື້ນເມືອງພາກເໜືອ “ຕົ້ນໂພແຄມເນີນພູ”.
ແຕ່ລະລາຍການສະແດງ ແມ່ນຕາງໜ້າໃຫ້ແຕ່ລະປະເທດ. ນັກສິລະປິນ, ນັກສະແດງ ໄດ້ພ້ອມກັນຍ່າງຂຶ້ນເວທີ. ເມື່ອຮອດລາຍການສະແດງຕາງໜ້າໃຫ້ແຕ່ລະປະເທດ ກໍ່ຈະມີທຸງຊາດຂອງປະເທດນັ້ນ ໄດ້ນຳມາວາງໄວ້ຢູ່ໃຈກາງ, ພ້ອມກັບການຟ້ອນລຳທຳເພງທີ່ເປັນເອກະລັກຕາງໜ້າໃຫ້ປະເທດ, ສ່ວນນັກສິລະປິນທີ່ຍັງເຫຼືອ ກໍ່ຈະພ້ອມກັນຮ້ອງ, ຟ້ອນໄປຕາມຈັງຫວະຂອງດົນຕີ. ນັ້ນແມ່ນນ້ຳໃຈສາມັກຄີຂອງອາຊຽນ ດ້ວຍຄຳຂວັນ “ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ”. ເມື່ອບົດເພງ “ສຽງແຄນລາວ” ດັງຂຶ້ນພ້ອມກັບວາດຟ້ອນທີ່ສວຍງາມ, ທ່ານ ຄອນສະຫວັນ ແກ້ວຄຳພອນ ຫົວໜ້າຄະນະບານສົ່ງກອງທັບປະຊາຊົນລາວ ເວົ້າວ່າ: “ພວກເພື່ອນຮ້ອງເພງມ່ວນຫຼາຍ, ຄືກັບຄົນລາວຮ້ອງເລີຍ. ນີ້ແມ່ນພິທີເປີດການແຂ່ງຂັນກິລາທີ່ເປັນເອກະລັກສະເພາະ, ບ່ອນທີ່ນ້ຳໃຈສາມັກຄີປະສານເຂົ້າກັບສີສັນວັດທະນະທຳ”.
ດ້ວຍຈິດໃຈ “ກິລາເຊື່ອມຕໍ່ນ້ຳໃຈມິດຕະພາບ, ແຂ່ງຂັນຢ່າງສັດຊື່, ສາມັກຄີ”, ຊຸມວັນດຳເນີນການແຂ່ງຂັນບານສົ່ງກອງທັບບັນດາປະເທດອາຊຽນ ເປີດກວ້າງ ປີ 2026 (ຈັດຂຶ້ນໃນລະຫວ່າງວັນທີ 18-28 ສິງຫາ) ບັນດາຄະນະ ໄດ້ນຳມາໃຫ້ການແຂ່ງຂັນ ຄັ້ງນີ້ ບໍ່ພຽງແຕ່ມີຄວາມຕັດສິນໃຈ, ຈິດໃຈ fair-play, ການແຂ່ງຂັນກິລາບານສົ່ງທີ່ໜ້າຕື່ນຕາຕື່ນໃຈເທົ່ານັ້ນ ຫາກຍັງມີຄວາມຜູກພັນດ້ານວັດທະນະທຳ, ເຂົ້າອົກເຂົ້າໃຈກັນ, ຮ່ວມແຮງຮ່ວມໃຈກັນສ້າງປະຊາຄົມອາຊຽນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາວັດທະນາຖາວອນ ອີກດ້ວຍ.
ບໍ່ພຽງແຕ່ແມ່ນກາລະໂອ ກາດພົບປະແລກປ່ຽນເທົ່ານັ້ນ, ທຸກຄົນຍັງໄດ້ໄປຢ້ຽມຊົມຫໍພິ ພິທະພັນປະຫວັດສາດການທະ ຫານຫວຽດນາມ, ມໍລະດົກວັດ ທະນະທຳ ແລະ ທຳມະຊາດໂລກ ຈ່າງອານ ຫຼືວ່າ ຄວາມຜູກພັນໃນເຫດການ “ວັນວັດທະນະທຳ... ຄືດັ່ງ ທ່ານ ພົນຕີ ຫງວຽນບ໊າລຶກ ຮອງຫົວໜ້າກົມໃຫຍ່ເສນາທິການ, ຫົວໜ້າຄະນະຈັດຕັ້ງ ຢືນຢັນວ່າ: “ການແຂ່ງຂັນກິລາບານສົ່ງກອງທັບບັນດາປະເທດອາຊຽນ ເປີດກວ້າງ ປີ 2026 ແມ່ນຈຸດຄວາມງາມດ້ານວັດທະ ນະທຳກິລາການທະຫານ, ເປັນສັນຍາລັກໃຫ້ແກ່ການພົວພັນສາ ມັກຄີມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ”.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















