W.I.G NAGA U-12 ເດີນທາງສູ່ສະຫະລັດ ເພື່ອແຂ່ງຂັນບານເຕະ ນານາຊາດ ECNL International IberCup 2026
ເວລາອອກຂ່າວ: 2026-09-01 09:48:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ທັບນາຄານ້ອຍ W.I.G NAGA U-12 ສ້າງອີກໜຶ່ງໜ້າປະຫວັດສາດໃຫ້ແກ່ສະໂມສອນ ແລະ ວົງການບານເຕະເຍົາວະຊົນລາວ ຫຼັງອອກເດີນທາງຈາກ ສປປ ລາວ ມຸ່ງໜ້າສູ່ ສະຫະລັດອາເມຣິກາ ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດ 2026 ECNL International IberCup.
ເຊິ່ງການແຂ່ງຂັນມີກຳນົດຈັດຂຶ້ນລະຫວ່າງວັນທີ 4-7 ກັນຍາ 2026 ທີ່ນະຄອນ Raleigh, ລັດ North Carolina. ຕາມຂໍ້ມູນຈາກສະໂມສອນ, ການເດີນທາງຄັ້ງນີ້ນຳພາໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ພ້ອມດ້ວຍ ຄູເຝິກຕົ້ນຈັກກິດ ນ້ອຍສົມສີ ແລະ ຄະນະນັກກິລາຮຸ່ນ U-12. ລາຍການປີນີ້ຈະແຂ່ງຂັນໃນຮຸ່ນ U-11 ແລະ U-12 ຊາຍ ດ້ວຍຮູບແບບບານເຕະ 7 ຄົນ. ລາຍການ ECNL ມີຫຼາຍກວ່າ 140 ທີມເຂົ້າຮ່ວມ ທັງຈາກສະຫະລັດ ແລະ ສະໂມສອນຊັ້ນນຳຕ່າງໆ ຂອງໂລກ. ເຊິ່ງໃນຈຳນວນນັ້ນມີອາຄາເດມີຈາກສະໂມສອນຊື່ດັງຂອງໂລກ ເຊັ່ນ:Benfica, FC Porto ແລະ Nani FA ຈາກປອກຕຸຍການ; Grmio ແລະ Palmeiras ຈາກບຣາຊິນ; Everton ຈາກອັງກິດ; Athletic Bilbao ແລະ Sevilla FC ຈາກ ແອັດສະປາຍ; ພ້ອມດ້ວຍ Kashima Antlers ຈາກຍີ່ປຸ່ນ.
ການໄດ້ຮັບໂອກາດຄັ້ງນີ້ເກີດຂຶ້ນພາຍຫຼັງ W.I.G NAGA ສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊັມ IberCup ທີ່ປະເທດປອກຕຸຍການ 2 ສະໄໝຊ້ອນ. ໃນປີ 2025 ທີມຈາກລາວເອົາຊະນະ CF Os Belenenses 2-0 ໃນນັດຊີງຊະນະເລີດ. ຕໍ່ມາໃນວັນທີ 5 ກໍລະກົດ 2026 ພວກເຂົາປ້ອງກັນແຊັມໄດ້ສຳເລັດ ຫຼັງເອົາຊະນະ GD Estoril Praia B 4-2 ສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ແກ່ວົງການບານເຕະລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














