ທີມຊາດລາວ U17 ກຽມເປັນເຈົ້າພາບກຸ່ມ D ໃນການແຂ່ງຂັນບານເຕະ ຮອບຄັດເລືອກຊີງແຊັມອາຊີ 2027
ເວລາອອກຂ່າວ: 2026-09-01 09:47:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ: ![]()
ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ (AFC) ປະເທດມາເລເຊຍ ໄດ້ຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ (2027 AFC U17 Asian Cup Qualifiers) ຢ່າງເປັນທາງການ ໂດຍມີທີມຊາດເຂົ້າຮ່ວມທັງໝົດ 35 ຊາດ ແບ່ງອອກເປັນ 7 ກຸ່ມ. ເຊິ່ງທີມຊາດລາວ U17 ຖືກຈັດຢູ່ໃນກຸ່ມ D ແລະ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນໃນກຸ່ມດັ່ງກ່າວ.ສຳລັບກຸ່ມ D ປະກອບມີຄື: ທີມຊາດອີຣານ, ຊອກດານີ, ປາກິດສະຖານ ແລະ ສີລັງກາ. ການແຂ່ງຂັນໃນຮອບຄັດເລືອກນີ້ ແມ່ນຈະຈັດຂຶ້ນລະຫວ່າງວັນທີ 8 ຫາ 20 ພະຈິກ 2026.
ເງື່ອນໄຂການເຂົ້າຮອບ ແມ່ນຈະຄັດເລືອກເອົາພຽງແຕ່ທີມອັນດັບ 1 (ແຊັມກຸ່ມ) ຈາກທັງ 7 ກຸ່ມເທົ່ານັ້ນ ເພື່ອໄດ້ສິດຜ່ານເຂົ້າສູ່ຮອບສຸດທ້າຍ (2027 AFC U17 Asian Cup Uzbekistan) ທີ່ຈະຈັດຂຶ້ນຢູ່ປະເທດອຸສເບກິສຖານ ໃນປີ 2027. ບັນດາທີມທີ່ຜ່ານການຄັດເລືອກ ຈະໄປສົມທົບກັບອີກ 9 ປະເທດທີ່ໄດ້ສິດລໍຖ້າໃນຮອບສຸດທ້າຍກ່ອນແລ້ວ ເຊິ່ງປະກອບມີ: ອຸດສະສະເບກິດສະຖານ (ເຈົ້າພາບ), ອົດສະຕຣາລີ, ອາຣາບ ຊາອຸດິ, ທາຈິກິດສະຖານ, ຍີ່ປຸ່ນ, ສປ ຈີນ,
ຫວຽດນາມ, ສ ເກົາຫຼີ ແລະ ກາຕາ. ໃນການແຂ່ງຂັນຮອບສຸດທ້າຍທີ່ປະເທດອດຸສະເບກິດສະຖານ ຈະເປັນການຄັດເລືອກເອົາ 8 ທີມທີ່ເຮັດຜົນງານໄດ້ດີທີ່ສຸດ ເພື່ອກາຍເປັນຕົວແທນຂອງທະວີບອາຊີ ໄປເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ U17 (FIFA U-17 World Cup 2027) ທີ່ປະເທດກາຕາ ຕໍ່ໄປ.
ທັງນີ້, ສຳລັບຕາຕະລາງເວລາການແຂ່ງຂັນ ແລະ ສະໜາມແຂ່ງນັດຕ່າງໆຂອງກຸ່ມ D ທີ່ ສປປ ລາວ ເປັນເຈົ້າພາບ, ທາງຄະນະຈັດການແຂ່ງຂັນຈະມີການແຈ້ງໃຫ້ຮູ້ໃນພາຍຫຼັງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














