ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ຂະຫຍາຍ​ຕະຫຼາດ​ການທ່ອງທ່ຽວ 2026 ຂອງ ​ສປປ ລາວ ສູ່​ພາກ​ພື້ນ ​ເເລະ ສາກົນ
ເວລາອອກຂ່າວ: 2026-08-31 14:34:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ວັນ​ທີ 25-29 ສິງຫາ 2026 ນີ້, ທ່ານ ນາງ ມະນີສາຄອນ ທຳມະ​ວົງ​ໄຊ ຫົວໜ້າ​ກົມສົ່ງ ເສີມຕະຫຼາດ​ການທ່ອງທ່ຽວກະ ຊວງວັດທະນະທຳ ແລະ ການ ທ່ອງທ່ຽວ (​ວທ) ຮ່ວມ​ກັບພະ​​ເເນກ ​ວທ ນະຄອນຫຼວງ​ວຽງ​ຈັນ ໄດ້​ນຳພາ​ພາກ​ທຸລະ​ກິດ​ການ ທ່ອງທ່ຽວ​ຂອງ ​ສປປ ລາວ ປະ ກອບ​ມີ: ບໍລິສັດ ທ່ອງ​ທ່ຽວ ເວີ​ວາຍ, ບໍລິສັດ​ທ່ອງ​ທ່ຽວ​ລາວ​ບູ​​ຣ​ຕິກ, ບໍລິສັດ ທ່ອງ​ທ່ຽວ​ອາ​ເສັບ, ບໍລິສັດ ທ່ອງ​ທ່ຽວ​ບຣາ​ເທີ​ທົວ, ໂຮງແຮມ ຄຣາວ​ພາຊາ ວຽງ​ຈັນ, ໂຮງແຮມ ຮໍ​ລິ​ເດ ອິນ, ບໍລິສັດ ທ່ອງ​ທ່ຽວ ຊານ​ເທີ​ລີ, ບໍລິສັດ ທ່ອງ​ທ່ຽວ​ເອັມ​ພີ​ທົວ ເຂົ້າ​ຮ່ວມ​ງານ​ວາງ​ສະ​​ເເດງ​ການທ່ອງທ່ຽວ​ສາກົນ ITE 2026 ຄັ້ງ​ທີ 20 ຈັດ​ໂດຍ​ຄະນະ​ກຳມະການ​ປົກຄອງ ນະຄອນ ໂຮ່​ຈີມິງ ຮ່ວມ​ກັບກະຊວງ​ວັດ ທະນະທຳ ແລະ ທ່ອງ​ທ່ຽວ ​ ສສ ຫວຽດນາມ. ການ​ຈັດ​ງານ​ວາງ​ສະ​​ເເດງ​ການທ່ອງທ່ຽວ​ສາກົນ ITE ໃນ​ຄັ້ງ​ນີ້, ເປັນ​ການ​ໂຄສະນາ, ສົ່ງເສີມ​ການ​ຕະຫຼາດ​ທ່ອງທ່ຽວ ຢູ່​ພາກ​ພື້ນ ແລະ ສາກົນ ເຊິ່ງຈັດ ​ໃນ​ຮູບ​​ແບບ​ຈັບ​ຄູ່​ທຸລະ​ກິດ​ການ ທ່ອງທ່ຽວ​ດ້ວຍ​ກັນ (B2B), ນຳ​ສະເໜີ​ຜະລິດ​ຕະ​ພັນ​ການ​ບໍລິການ​ອຸດສາຫະກຳ​ການທ່ອງທ່ຽວ, ການ​ພົບ​ປະ​ລະຫວ່າງຜູ້​ຊື້-ຜູ້​ຂາຍ ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ຕ່າງປະເທດ​ປະມານ 600 ຄົນ, ມີ​ຜູ້​ແທນ​ລະດັບ​ສູງ​ຈາກ​ພາກ​ລັດ 50 ທ່ານ, ຜູ້​ຊື້​ຈາກ​ຕ່າງປະເທດ 280 ຄົນ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 500 ພາກສ່ວນ ແລະ ຜູ້​ມາ​ທ່ຽວ​ຊົມ​ງານ​ວາງສະແດງ​ການ​ທ່ອງທ່ຽວ​ສາກົນ (ITE) ຫຼາຍ​ກວ່າ 1.000 ຄົນ. ພ້ອມ​ນີ້, ບັນດາ​ຜູ້​ປະກອບ​ການ ບໍລິສັດ​ທ່ອງ​ທ່ຽວ​ຂອງ​ລາວໄດ້​ຍາດ​ໂອກາດເພື່ອ​ດຳເນີນ​ການ​ພົບ​ປະ​ໄດ້​ຫຼາຍ​ກວ່າ 300 ເທື່ອ​ຄົນ​ກັບ​ຄູ່​ຮ່ວມ​ທຸລະ​ກິດ​ທ່ອງ​ທ່ຽວ ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ ແລະ ການຊື້- ຂາຍ​ລາຍ​ການທ່ອງທ່ຽວ​ຮ່ວມ ​ກັນຂອງ​ຄູ່​ຮ່ວມ​ເຈລະຈາ​ລະ ຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່, ເພື່ອ​ຊຸກຍູ້ ແລະ ສົມທົບ​ກັບ​ຜູ້​ປະກອບ​ການ​ທຸລະ​ກິດ​ການທ່ອງທ່ຽວ​ລາວ ເຂົ້າ​ຮ່ວມ​ງານ​ວາງສະແດງ​ທ່ອງ​ທ່ຽວ​ສາກົນ ເພື່ອ​ຂະຫຍາຍ​ຕະຫຼາດ​ທ່ອງ​ທ່ຽວ​ໃໝ່; ເພື່ອສົ່ງ ເສີມ​ໂຄສະນາ​ການ​ທ່ອງທ່ຽວ​ລາວ ແລະ ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການທ່ອງທ່ຽວກັບ​ ບັນດາ​ປະເທດ​ລຸ່ມ​ແມ່ນໍ້າຂອງ; ເພື່ອ​ໂຄສະນາ​ເຜີຍແຜ່​ບັນດາ​ທ່າ ແຮງ ແລະ ສິ່ງ​ດຶງດູດນັກທ່ອງ ​ທ່ຽວ​ທີ່​ໂດດ​ເດັ່ນ​ຂອງ ​ສປປ ລາວ ກໍ​ຄື​ ບັນດາແຫຼ່ງທ່ອງ ​ທ່ຽວ​ທຳ​ມະ​ຊາດ, ປະຫວັດສາດ, ວັດທະນະທຳ ແລະ ການທ່ອງ ທ່ຽວ​ກະສິກຳ​ຢູ່​ເວທີ​ສາກົນ​ໃຫ້​ກວ້າງຂວາງກວ່າ​ເກົ່າ. ຂ່າວ-ພາບ: ກົມ​ສົ່ງເສີມ​ຕະຫຼາດ​ການທ່ອງທ່ຽວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ