ລັດຖະມົນຕີກະຊວງ ຮສສ ຢ້ຽມຢາມຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງເຊບັ້ງໄຟ
ເວລາອອກຂ່າວ: 2026-08-31 14:34:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ: ![]()
ແຫຼ່ງຂ່າວຈາກແຂວງຄຳ ມ່ວນໃຫ້ຮູ້ວ່າ: ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທັງເປັນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ໃຫ້ພໍ່ແມ່ປະຊາຊົນຢູ່ບ້ານນາພອກ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນວັນທີ 26 ສິງຫາ 2026 ນີ້ ໂດຍມີຄະນະກຳມະການປົກຄອງຕາແສງສີບຸນເຮືອງ ກໍຄື ຄະນະພັກ-ອຳນາດການປົກຄອງບ້ານນາພອກ, ບ້ານໃກ້ຄຽງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມໃຫ້ການຕ້ອນຮັບ.
ໂອກາດນີ້, ທ່ານ ອື່ງສິດ ນິມິດບັນຊາ ຮອງປະທານຄະນະກຳມະການປົກຄອງເມືອງ, ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງເຊບັ້ງໄຟໄດ້ລາຍງານວ່າ: ເນື່ອງຈາກລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ພັດຜ່ານເມືອງເຊບັ້ງ ໄຟ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຈຶ່ງເຮັດໃຫ້ລະດັບນ້ຳເຊບັ້ງໄຟເພີ່ມຂຶ້ນຢ່າງໄວວາ ວັດແທກໄດ້ໃນວັນທີ 25 ສິງຫາ 2026 ລະດັບນໍ້າເຊຂຶ້ນສູງສຸດ 20,85 ແມັດ ໃນນີ້, ລະດັບນ້ຳ ເຊບັ້ງໄຟໄດ້ໄຫຼເຂົ້າພື້ນທີ່ຢູ່ອາໄສ ແລະ ພື້ນທີ່ກະສິກຳ. ນັບແຕ່ວັນທີ 1-26 ສິງຫາ 2026 ນ້ຳໄດ້ຖ້ວມເຂົ້າບ້ານເຮືອນປະຊາຊົນມີ 19 ບ້ານຄື: ຢູ່ເຂດຕາແສງຄຳແພໃຕ້ມີ 7 ບ້ານ, ເຂດຕາແສງສີບຸນເຮືອງມີ 10 ບ້ານ ແລະ ເຂດຕາແສງຄຳແພເໜືອ 2 ບ້ານ, ເຂດຕາແສງແສນຄຳສົມບູນມີ 1 ບ້ານ. ເພື່ອກະກຽມຄວາມພ້ອມ ໃນການຕອບໂຕ້ໄພພິບັດທີ່ເກີດ ຂຶ້ນພາຍໃນເມືອງ, ຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ສົມທົບກັບຄະນະພັກເມືອງ, ກຳລັງ ປກຊ-ປກສ ເມືອງ, ກອງພັນໃຫຍ່ 401, ກອງພັນ 107, ກອງພັນ 123 ແລະ ສົມທົບກັບບັນດາຕາແສງ, ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວຕິດຕາມ, ເຝົ້າລະວັງ ແລະ ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າ ຖ້ວມເຮືອນ ໂດຍມີການເຄື່ອນຍ້າຍປະຊາຊົນ, ສັດລ້ຽງ ແລະ ວັດຖຸ-ອຸປະກອນຂອງປະຊາຊົນ ໄປໄວ້ບ່ອນທີ່ປອດໄພ ກໍຄື ສູນພັກເຊົາຂອງບັນດາບ້ານ. ນອກຈາກນັ້ນ, ຍັງໄດ້ແນະນຳໃຫ້ພໍ່ແມ່ປະ ຊາຊົນຕິດຕາມເຝົ້າລະວັງພະ ຍາດຕາມລະດູການເປັນຕົ້ນ: ພະ ຍາດໄຂ້ເລືອດອອກ ແລະ ພະ ຍາດທີ່ມາກັບທຳມະຊາດ ແລະ ອື່ນໆ.
ຜ່ານການຈັດຕັ້ງປະຕິບັດມາດຕະການເຝົ້າລະວັງ, ສະກັດກັ້ນ ແລະ ຕອບໂຕ້ນັບແຕ່ວັນທີ 1-26 ສິງຫາ 2026 ເຫັນໄດ້ວ່າສະພາບນໍ້າຖ້ວມບ້ານ ພາຍໃນເມືອງປັດຈຸບັນເຊິ່ງມີບ້ານທີ່ຖືກນ້ຳຖ້ວມຂັງ 19 ບ້ານ, ຂົງເຂດວັດທະນະທຳ-ສັງຄົມໄດ້ຮັບຜົນກະທົບເຊັ່ນ: ນ້ຳຖ້ວມໂຮງຮຽນ 10 ແຫ່ງ, ນ້ຳຖ້ວມເດີ່ນສຸກສາລາ ແລະ ເຮືອນພັກພະນັກງານແພດໝໍ 2 ແຫ່ງ, ນໍ້າຖ້ວມວິດຖ່າຍ 11 ບ້ານ, ມີ 2.543 ໜ່ວຍ, ນໍ້າ ສ້າງບາດານ 46 ໜ່ວຍ, ນໍ້າ ສ້າງ 62 ບໍ່ ແລະ ນ້ຳປະປາຊຸມຊົນ 3 ແຫ່ງ, ວັດ 12 ແຫ່ງ, ໄດ້ລົງໂຄສະນາປະຊາສຳພັນໃຫ້ບ້ານທີ່ຢູ່ໃນເຂດສ່ຽງນໍ້າຖ້ວມໃນໄລຍະຜ່ານມາໄດ້ 38 ຄັ້ງ, ມີ 19 ບ້ານ ພ້ອມທັງໄດ້ລົງຕິດ ຕາມສະພາບນ້ຳຖ້ວມ, ເກັບກຳຂໍ້ມູນອອກຂ່າວທາງອອນລາຍໄດ້ 42 ຄັ້ງ. ດ້ານກະສິກຳນ້ຳຖ້ວມນາປີຂອງປະຊາຊົນ 40 ບ້ານ, ມີຈຳນວນຄອບຄົວທີ່ຖືກຜົນກະ ທົບ 3.137 ຄອບຄົວ, ເນື້ອທີ່ກະ ສິກຳຖືກນໍ້າຖ້ວມ 4.868,53 ເຮັກຕາ ເທົ່າກັບ 46,69% ຂອງເນື້ອທີ່ນາປີ, ຖ້ວມເນື້ອທີ່ປູກອ້ອຍ 687 ເຮັກຕາ, ເນື້ອທີ່ປູກມັນຕົ້ນ 131 ເຮັກຕາ ແລະ ເນື້ອທີ່ປູກຢາງພາລາ 168 ເຮັກຕາ ແລະ ເນື້ອທີ່ປູກພືດອື່ນໆ 62 ເຮັກຕາ ເທົ່າກັບ 30,70 % ຂອງເນື້ອທີ່ປູກພືດຕົວຈິງ 2.866 ເຮັກຕາ, ຈຳນວນສັດລ້ຽງທີ່ໄດ້ຮັບຜົນກະທົບ 18.547 ໂຕ, ສະເພາະ: ງົວ, ຄວາຍ, ໝູ, ແບ້ ແລະ ສັດ ປີກໄດ້ນຳໄປໄວ້ຢູ່ບ່ອນທີ່ສູງ (ດົງຂອງບ້ານ ແລະ ເສັ້ນທາງ), ນ້ຳຖ້ວມໜອງປາຂອງປະຊາຊົນ 133 ຄອບຄົວ, ມີ 143 ໜອງ, ມີປາປ່ອຍ 217.120 ໂຕ, ຄອງ ເໝືອງຊົນລະປະທານໄດ້ຮັບຜົນກະທົບຈາກນໍ້າຖ້ວມ 18 ໂຄງ ການ, ມີລະບົບຄອງເໝືອງ 98 ເສັ້ນ, ລວງຍາວ 67.871 ແມັດ ໃນນັ້ນ, ຄອງດິນຈີ່ 48.586 ແມັດ, ຄອງດິນຍາວ 19.506 ແມັດ ແລະ ຄອງເສຍຫາຍປະ ມານ 24 ແມັດ, ມີຝາຍນ້ຳລົ້ນ 3 ແຫ່ງຖືກນ້ຳຖ້ວມ ແລະ ຝາຍ ຄູກັນນ້ຳບ້ານວັງເດືອນຫ້າປັດຈຸ ບັນຄັນຝາຍຂາດ ບໍ່ສາມາດນຳໃຊ້ໄດ້ ແລະ ປະຕູນໍ້າ ບ້ານດົງໝາກບ້າ. ຈຳນວນບ້ານທີ່ບໍ່ມີໄຟ ຟ້າໃຊ້ມີ 1 ບ້ານຄື: ບ້ານທ່າຄໍ້. ສ່ວນດ້ານໂຍທາເສັ້ນທາງຖືກຕັດ ຂາດມີ 7 ເສັ້ນ.
ສຳລັບການລະດົມທຶນຊ່ວຍເຫືຼອໄພພິບັດຜ່ານມາມູນຄ່າເງິນ ສົດ 292.590.000 ກີບ, ມູນຄ່າເຄື່ອງອຸປະໂພກ-ບໍລິໂພກ 299.960.000 ກີບ, ຍອດຍັງເຫຼືອຈຳນວນ 112.065.000 ກີບ.
ນອກຈາກນັ້ນທາງເມືອງ ແລະ ບ້ານກໍໄດ້ມີຄຳສະເໜີຈຳນວນໜຶ່ງຕໍ່ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມເປັນຕົ້ນ: ດ້ານວັດຖຸ-ອຸ ປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ, ຢາປົວພະຍາດຕາມລະດູການ, ສ້ອມແປງເສັ້ນທາງແຕ່ບ້ານນາພອກຫາບ້ານຮາດຄຳຮຽງເຊິ່ງມີການເປ່ເພໜັກ, ບູລະນະສ້ອມແປງລະບົບເສັ້ນ ທາງບ້ານຕໍ່ບ້ານທີ່ຖືກຕັດຂາດເປັນໄລຍະ, ດ້ານແນວພັນ ແລະ ຄ່າກະແສໄຟຟ້າການຜະລິດເຂົ້າ ນາແຊງ.
ເຄື່ອງບໍລິໂພກທີ່ນຳມາມອບໃນຄັ້ງນີ້ມີເຂົ້າສານຈ້າວ 5 ໂຕນ ມູນຄ່າ 75 ລ້ານກີບ, ໝີ່ສຳເລັດຮູບ ແລະ ນ້ຳດື່ມຈຳນວນໜຶ່ງໃຫ້ແກ່ເມືອງເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມພາຍໃນເມືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














