ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ສຳ​ຫຼວດ​ເງິນ​ລາງວັນ​ແຊັມ ອາ​ຊຽນ AFF Hyundai Cup 2026 ຫວຽດນາມ ແລະ ໄທ ໄດ້​ເທົ່າໃດ
ເວລາອອກຂ່າວ: 2026-08-31 14:28:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ທີມ​ຊາດ​ຫວຽດນາມ ປ້ອງ​ກັນ​ແຊັມ ແລະ ເປັນ​ແຊັມ​ສະໄໝ​ທີ 4 ຕໍ່​ຈາກ​ປີ 2008, 2018, 2024 ໄດ້​ຮັບ​ເງິນ​ລາງວັນ 620.000 ໂດ​ລາ​ ໃນ​ນີ້​ລາງວັນ​ແຊັມ 500.000 ໂດ​ລາ ແລະ ເງິນ​ຂວັນ​ຖົງ​ເຂົ້າ​ຮ່ວມ 120.000 ໂດ​ລາ. ຂະນະ​ທີ່ ໄທ ຮອງ​ແຊັມ​ໄດ້​ຮັບ 420.000 (ເງິນ​ລາງວັນ​ຮອງ​ແຊັມ 300.000 ໂດ​ລາ ແລະ ເງິນ​ຂວັນ​ຖົງ​ເຂົ້າ​ຮ່ວມ 120.000 ໂດ​ລາ) ຫຼາຍ​ກວ່າ​ຄັ້ງ​ຜ່ານ​ມາ 2 ເທົ່າ. ສ່ວນ ມາ​ເລ​ເຊຍ ແລະ ສິງກະໂປ ທີ່​ຕົກ​ຮອບ​ຮອງ​ຊະນະ​ເລີດ ໄດ້​ຮັບ​ທີມ​ລະ 220.000 (ເຂົ້າ​ຮອບ 4 ທີມ​ໄດ້​ຮັບ 100.000 ແລະ ເງິນ​ຂວັນ​ຖົງ​ເຂົ້າ​ຮ່ວມ 120.000 ໂດ​ລາ) ເພີ່ມ​ຂຶ້ນ 56% ຈາກ​ຄັ້ງ​ຜ່ານ​ມາ. ສຳລັບ ທີມ​ທີ່​ຕົກ​ຮອບ​ແບ່ງ​ກຸ່ມ ລວມ​ທັງ ທີມ​ຊາດ​ລາວ ແມ່ນ​ໄດ້​ຮັບ​ເທົ່າ​ກັນ 120.000 ໂດ​ລາ ເພີ່ມ​ຂຶ້ນ 32% ຈາກ​ຄັ້ງ​ຜ່ານ​ມາ ສ່ວນ​ທີມ​ຕົກ​ຮອບ​ເພ​​ອັອຟ ເຊັ່ນ: ບຣູ​ໄນ ໄດ້​ຮັບ 72.800 ໂດ​ລາ. ການ​ແຂ່ງຂັນ​ປີ 2026 ສະຫະພັນ​ບານເຕະ​ອາ​ຊຽນ ຫຼື AFF ເພີ່ມ​ເງິນ​ລາງວັນ​ລວມ​ຂຶ້ນ​ສູງ​ສຸດ​ເປັນ​ສະຖິຕິ​ໃໝ່ ລວມ 2,35 ໂດ​ລາ ຫຼາຍ​ກວ່າ​ປີ 2024 50%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ