ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

U17 ປີ ທີມ​ຊາດ​ລາວ ​ຈັບ​ສະຫຼາກຮ່ວມ​ກຸ່ມ​ກັບ​ອີ​ຣານ ແລະ ​ຊັ​ອກ​ດາ​ນີ ການ​ແຂ່ງຂັນບານ​​ເຕະຊາຍ U17 ປີ ຊີງ​ແຊັມ​ອາຊີ 2027
ເວລາອອກຂ່າວ: 2026-08-31 14:27:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ການ​ຈັບ​ສະຫຼາກ​ໄດ້ຈັດຂຶ້ນໃນ​ວັນທີ 27 ສິງຫາ 2026 ໂດຍ​ຮອບ​ຄັດ​ເລືອກ ມີ​ທັງ​ໝົດ 35 ທີມ​ເຂົ້າ​ຮ່ວມ, ທີມ​ຊາດ​ລາວ ຖືກ​ຈັດ​ເປັນ​ທີມ​ວາງ​ຢູ່​ໂຖ​ທີ 2 ຜ່ານ​ການ​ຈັບ​ສະຫຼາກ ທີມ​ຊາດ​ລາວ ຢູ່​ກຸ່ມ D ຮ່ວມ​ກັບ ອີ​ຣານ, ​ຊ​ອັກ​ດາ​ນີ, ປາ​ກິດ​ສະຖານ ແລະ ສີ​ລັງກາ. ການ​ຄັດ​ເລືອກ​ແບ່ງ​ອອກ​ເປັນ 7 ກຸ່ມ, ກຸ່ມ​ລະ 5 ທີມ ແຂ່ງ​ພົບ​ກັນ​ໝົດ​ໃນ​ກຸ່ມ ແບບ​ຮອບ​ດຽວ ຄັດ​ເອົາ​ພຽງ​ທີ 1 ຂອງ​ກຸ່ມ ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ສຸດ​ທ້າຍ ທີ່​ປະເທດ​ອຸ​​ສ​ເບ​ກິ​​ສ​ຖານ ໃນ​ປີ 2027 ໂດຍ​ຮອບ​ສຸດ​ທ້າຍ ມີ 16 ທີມ, ເຊິ່ງ​ໄດ້​ຄັດ​ເອົາ 9 ທີມ ທີ່​ມີ​ຜົນງານ​ດີ​ໃນ​ການ​ເຂົ້າ​ຮ່ວມ​ຄັ້ງ​ຜ່ານ​ມາ ໄດ້​ສິດ​ເຂົ້າ​ແຂ່ງຂັນ​ໂດຍ​ບໍ່​ຕ້ອງ​ຄັດ​ເລືອກ ເຊິ່ງ​ປະກອບ​ມີ: ຍີ່ປຸ່ນ ແຊັມ​ເກົ່າ, ຈີນ ຮອງ​ແຊັມ, ອຸ​​ສ​ເບ​ກິ​​ສ​ຖານ ເຈົ້າພາບ, ອົດ​ສະ​ຕຣາ​ລີ, ຊາ​ອຸ​ດິ​ອາ​ຣາ​ເບຍ, ທາ​ຈີ​ກິ​​ສ​ຖານ, ຫວຽດນາມ, ສາທາລະນະ​ລັດ​ເກົາຫຼີ ແລະ ກາ​ຕ້າ. ທີມ​ທີ່​ຕິດ 1 ໃນ 8 ໃນ​ຮອບ​ສຸດ​ທ້າຍ ຈະ​ໄດ້​ສິດ​ໄປ​ເຕະບານ​ຊາຍ U17 ປີ ຊີງ​ແຊັມ​ໂລກ 2027 ທີ່​ກາ​ຕ້າ ສ່ວນ 7 ປະເທດ ທີ່​ຈະ​ເປັນ​ເຈົ້າພາບ​ຮອບ​ຄັດ​ເລືອກ ປະກອບ​ມີ: ​ສປປ ລາວ, ໄທ, ມາ​ເລ​ເຊຍ, ມຽນ​ມາ, ສະຫະລັດ ອາ​ຣັບ ເອ​ມີ​ເຣດ, ໂອ​ມານ ແລະ ກີ​ກິດ​ສະຖານ. ສຳລັບ ຜົນງານ​ຂອງ U17 ປີ ທີມ​ຊາດ​ລາວ ໃນ​ການ​ຄັດ​ເລືອກ​ເຂົ້າ​ຮ່ວມ​ລາຍການ​ນີ້ ເຄີຍ​ຜ່ານ​ການ​ຄັດ​ເລືອກ 3 ຈາກ 11 ຄັ້ງ ໃນ​ປີ 2004 ທີ່​ຍີ່ປຸ່ນ, ປີ 2012 ທີ່ ອີ​ຣານ ແລະ ປີ 2023 ທີ່​ປະເທດ​ໄທ, ສ່ວນ​ຄັ້ງ​ຜ່ານ​ມາ ບໍ່​ຜ່ານ​ຮອບ​ຄັດ​ເລືອກ ກຸ່ມ B ແຂ່ງ 5 ນັດ ມີ 9 ຄະແນນ ຈາກ​ຜົນງານ ຊະນະ 3 ເສຍ 2.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ