ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ - ຮັບ ປະຕູໂຂງ ແລະ ເຮືອນພັກໃຫ້ໂຮງຮຽນການທະຫານທ້ອງຖິ່ນ ແຂວງສາລະວັນ
ເວລາອອກຂ່າວ: 2019-10-31 09:07:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ພິທີມອບ-ຮັບ ປະຕູໂຂງ ແລະ ເຮືອນພັກປ້ອງກັນໃຫ້ໂຮງຮຽນການທະຫານທ້ອງຖິ່ນແຂວງ ສາລະວັນ ໄດ້ຈັດຂຶ້ນ ໃນ ວັນທີ 29 ຕຸລາ 2019 ນີ້, ຢູ່ທີ່ໂຮງຮຽນ ດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ພູວຽງ ລ່ຽມມະວົງສາກຳມະການ ຄະນະປະຈຳພັກ ແຂວງ, ເລຂາຄະນະພັກ, ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງສາລະວັນ ແລະ ສະຫາຍ ພັນເອກ ດ່ວານຢຸຍ ເຕິນ ຮອງເລຂາຄະນະປະຈຳພັກ ຫົວໜ້າການເມືອງກອງບັນຊາ ການທະຫານນະຄອນດາໜັງ ສສ ຫວຽດນາມ ພ້ອມຄະນະ, ມີບັນດາຄະນະພັກ-ຄະນະກອງ ບັນຊາການທະຫານແຂວງ,ຄະ ນະພັກ-ຄະນະອຳນວຍການໂຮງ ຮຽນ, ຄູ-ອາຈານ ພ້ອມດ້ວຍອ້າຍ ນ້ອງນັກຮຽນເຂົ້າຮ່ວມ. ສະຫາຍ ພັນຕີ ພອນແກ້ວ ແຫຼມ ສິງທອງ ຮອງຫົວໜ້າຫ້ອງພະລາ ທິການກອງບັນຊາການທະຫານ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງປະຕູໂຂງ ແລະ ເຮືອນພັກປ້ອງກັນໂຮງຮຽນການ ທະຫານທ້ອງຖິ່ນ ໄດ້ເລີ່ມລົງມື ກໍ່ສ້າງມາຕັ້ງແຕ່ວັນທີ 20 ພຶດ ສະພາ 2019 ແລະ ມາຮອດວັນ ທີ 10 ຕຸລາ 2019 ໄດ້ສ້າງສຳ ເລັດ 100%, ໂດຍແມ່ນທຶນຊ່ວຍ ເຫຼືອລ້າຂອງກອງບັນຊາການທະ ຫານນະຄອນດາໜັງ ແຫ່ງ ສສ ຫວຽດນາມ ລວມມູນຄ່າການກໍ່ ສ້າງທັງໝົດ 1 ຕື້ກວ່າກີບ, ເຊິ່ງ ແມ່ນບໍລິສັດດາວເຮືອງສົ່ງເປັນ ຜູ້ຮັບເໝົາກໍ່ສ້າງ, ສຳລັບປະຕູ ໂຂງມີຂະໜາດ 4,5x17 ແມັດ ໂຄງສ້າງເບຕົງເສີມເຫຼັກ, ປະ ກອບມີ 3 ຫ້ອງຍາມ, ປະຕູເຂົ້າ- ອອກ 2 ທາງ, ສ່ວນເຮືອນພັກ ປ້ອງກັນເປັນອາຄານຊັ້ນດຽວ ໂຄງສ້າງເບຕົງເສີມເຫຼັກ, ຫຼັງຄາ ມຸງດ້ວຍກະເບື້ອງກາຊ້າງ, ຕີເພ ດານແຜ່ນລຽບ, ພື້ນປູຕາກະໂລ, ປະກອບມີ 2 ຫ້ອງນອນໃຫຍ່ ແລະ ລະບົບໄຟຟ້າຄົບຊຸດ. ໂອກາດດັ່ງກ່າວນີ້, ສະຫາຍ ພັນເອກ ດ່ວານຢຸຍເຕິນ ຫົວໜ້າ ການເມືອງທະຫານນະຄອນດາ ໜັງ ສສ ຫວຽດນາມ ກໍໄດ້ຕາງ ໜ້າຄະນະກ່າວມອບ ແລະ ກ່າວ ຮັບ ໂດຍສະຫາຍ ພົນຈັດຕະວາ ພູວຽງ ລ່ຽມມະວົງສາ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງສາລະວັນ ພ້ອມ ທັງກ່າວສະແດງຄວາມຂອບໃຈ ຢ່າງສູງຕໍ່ຄະນະຜູ້ແທນກອງບັນ ຊາການທະຫານນະຄອນດາໜັງ ສສ ຫວຽດນາມ ທີ່ໄດ້ໃຫ້ການ ຊ່ວຍເຫຼືອໃນຄັ້ງນີ້ ແລະ ມອບຕໍ່ ໃຫ້ໂຮງຮຽນການທະຫານທ້ອງ ຖິ່ນເປັນຜູ້ນຳໃຊ້ ແລະ ປົກປັກ ຮັກສາໃນຂັ້ນຕໍ່ໄປ, ຈາກນັ້ນຄະ ນະຜູ້ແທນທັງສອງຝ່າຍກໍ່ໄດ້ ພ້ອມກັນ, ເປີດແຖບຜ້າເພື່ອເປີດ ນຳໃຊ້ປະຕູໂຂງ ແລະ ເຮືອນພັກ ປ້ອງກັນຫຼັງໃໝ່ຢ່າງເປັນທາງ ການ. ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກ ວ່າ: ໃນວັນດຽວກັນນີ້ຄະນະຜູ້ແທນ ກອງບັນຊາການທະຫານນະ ຄອນດາໜັງ ແຫ່ງ ສສ ຫວຽດ ນາມກໍໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເງິນຊ່ວຍເຫຼືອໃຫ້ແກ່ຄອບຄົວພະນັກງານທະຫານທີ່ ຍັງທຸກຍາກຂາດເຂີນ ຈຳນວນ 5 ຄອບຄົວ, ຄອບຄົວລະ 10 ລ້ານ ດົງ,ລວມທັງໝົດ 50 ລ້ານດົງ (ສະກຸນເງິນຫວຽດນາມ)ພິທີ ດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ຫ້ອງ ປະຊຸມຊັ້ນສອງຂອງກອງບັນຊາ ການທະຫານແຂວງສາລະວັນ ໂດຍການຕ້ອນຮັບ ແລະ ເປັນ ສັກຂີພະຍານຂອງ ສະຫາຍ ພັນ ເອກ ພູວັນ ພິມມະຈັນ ຮອງເລຂາ ຄະນະພັກ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງສາ ລະວັນ ພ້ອມຄະນະ, ໂອກາດດັ່ງ ກ່າວນີ້, ຄະນະຜູ້ແທນທັງສອງ ຝ່າຍຍັງໄດ້ພ້ອມກັນເຄື່ອນໄຫວ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ຄອບຄົວພະນັກງານທະຫານ ຕື່ມອີກ. ໂດຍ: ຖາວອນ ສຸວັນນະພິມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ