ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ບຸນຍັງ ວໍລະຈິດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-10-30 12:55:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການ ໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູຍນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດ ນາມ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ພັກ- ລັດ ລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນມູນເຊື້ອທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດນາມ ທີ່ມາປະຕິບັດໜ້າທີ່ສາກົນຢູ່ລາວ ຄົບຮອບ 70 ປີ (30/10/1949-30/10/2019) ທີ່ຈັດຂຶ້ນຢ່າງ ເປັນທາງການຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ. ໃນໄລຍະເຂົ້າຮ່ວມພິທີສະ ຫຼອງວັນສຳຄັນດັ່ງກ່າວ ໃນຕອນ ແລງວັນທີ 28 ຕຸລາ 2019 ສະຫາຍ ບຸນຍັງ ວໍລະຈິດ ໄດ້ ພົບປະກັບສະຫາຍເລຂາທິການ ໃຫຍ່, ປະທານປະເທດ ຫງວຽນ ຟູ ຈອງ ແລະ ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ກຳມະການ ກົມການເມືອງ, ປະທານສະພາ ແຫ່ງຊາດຫວຽດນາມ. ໃນການ ພົບປະດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບ ໃຈຕໍ່ການເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູ ຈອງ ແລະ ການຕ້ອນ ຮັບຢ່າງອົບອຸ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະ ແດງຄວາມດີໃຈທີ່ໄດ້ມີໂອກາດ ພົບໜ້າພໍ້ຕາກັບບັນດາເພື່ອນ ຮ່ວມຮົບໃນໄລຍະຫຼາຍສິບປີ ຜ່ານມາ. ສະຫາຍ ບຸນຍັງ ວໍລະ ຈິດ ໄດ້ຕາງໜ້າໃຫ້ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບ ໃຈຢ່າງຈິງໃຈ ແລະ ຄວາມຮູ້ ບຸນຄຸນຢ່າງລົ້ນເຫຼືອຕໍ່ການ ຊ່ວຍ ເຫຼືອ ອັນໃຫຍ່ຫຼວງ, ລ້ຳ ຄ່າ, ທັນການ, ມີປະສິດທິຜົນ ຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ພາລະກິດປະຕິວັດຂອງລາວ, ໃນນັ້ນຕໍ່ບັນດາທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ, ກໍຄືຄອບຄົວຂອງບັນດາ ນັກຮົບປະຕິວັດ ທີ່ເສຍຊີວິດຢູ່ ລາວ ໃນປາງສົງຄາມ ແລະ ຢືນຢັນວ່າພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດ ກໍຈະຈາລຶກຄຸນງາມຄວາມດີ, ການເສຍສະຫຼະອັນໃຫຍ່ຫຼວງ ເພື່ອພາລະກິດປົດປ່ອຍຊາດ ຂອງສອງປະເທດລາວ ແລະ ຫວຽດນາມ ແລະ ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ເພື່ອເສີມຂະຫຍາຍສາຍ ພົວພັນພິເສດ ທີ່ຫາຍາກລະ ຫວ່າງ ລາວ-ຫວຽດນາມ ໃຫ້ ນັບມື້ແຕກດອກອອກຜົນ ເພື່ອ ສົມກັບຄວາມເສຍສະຫຼະອັນ ໃຫຍ່ຫຼວງຂອງບັນດານັກຮົບ ປະຕິວັດ ຂອງສອງປະເທດ, ທັງເປັນການເພີ່ມພູນຄູນສ້າງ ສາຍພົວພັນພິເສດທີ່ໄດ້ຮັບການ ສ້າງຕັ້ງຂຶ້ນໂດຍ ປະທານ ໂຮ່ ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກ ສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເຊິ່ງໄດ້ຮັບການສືບທອດໂດຍ ການນຳ, ນັກຮົບປະຕິວັດລຸ່ນ ຕ່າງໆຂອງສອງປະເທດຈົນເຖິງ ປັດຈຸບັນ ໄດ້ກາຍເປັນມໍລະດົກ ລວມທີ່ລ້ຳຄ່າ, ເປັນກົດເກນແຫ່ງ ການຄົງຕົວ ແລະ ຂະຫຍາຍຕົວ ຂອງສອງຊາດ, ເປັນໜຶ່ງໃນປັດ ໄຈຕັດສິນໄຊຊະນະຂອງການປະ ຕິວັດ ຢູ່ແຕ່ລະປະເທດ. ນອກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ ແຈ້ງສະພາບອັນພົ້ນເດັ່ນຂອງ ລາວ, ໂດຍສະເພາະຜົນສຳເລັດການດຳເນີນກອງປະຊຸມຄົບຄະ ນະ ຄັ້ງທີ 9 ຂອງສູນກາງພັກ ແລະ ການກະກຽມໃສ່ກອງປະ ຊຸມໃຫຍ່ ຄັ້ງທີ 11 ຂອງພັກ ປປ ລາວ ໃນຕໍ່ໜ້າ. ໃນການພົບປະດັ່ງກ່າວ, ສະຫາຍເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນ ຟູຈອງ ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ບຸນຍັງ ວໍລະຈິດ ທີ່ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄປເຂົ້າຮ່ວມງານ ສະເຫຼີມສະຫຼອງວັນມູນເຊື້ອຂອງ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ລາວ ຄົບຮອບ 70 ປີ ເຊິ່ງເປັນ ເຫດການສຳຄັນໃນການຮ່ວມ ສຳພັນສູ້ຮົບ ຫວຽດນາມ-ລາວ, ເປັນການສະແດງໃຫ້ເຫັນເຖິງ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານທີ່ການນຳຮຸ່ນກອ່ນ ໄດ້ສ້າງຕັ້ງ ແລະ ຖະໜຸຖະໜອມ ຕະຫຼອດໄລຍະຫຼາຍສິບປີຜ່ານ ມາ. ສະຫາຍ ຫງວຽນ ຟູ ຈອງ ໄດ້ຕີລາຄາສູງຜົນການພົວພັນ ຮ່ວມມືລະຫວ່າງສອງຝ່າຍໃນ ຊຸມປີທ້າຍໆມານີ້, ໄດ້ແຈ້ງສະ ພາບການອັນພົ້ນເດັ່ນຂອງຫວຽດ ນາມໃນປີ 2019, ໂດຍສະເພາະ ແມ່ນການດຳເນີນກອງປະຊຸມ ຄົບຄະນະ ຄັ້ງທີ 11 ສະໄໝທີ 12 ແລະ ການກະກຽມໃສ່ກອງປະ ຊຸມໃຫຍ່ ຄັ້ງທີ 13 ຂອງພັກໃນຕໍ່ ໜ້າ. ສະຫາຍ ຫງວຽນ ຟູ ຈອງ ໄດ້ຕາງໜ້າໃຫ້ພັກ, ລັດ, ກອງ ທັບ ແລະ ປະຊາຊົນຫວຽດນາມ ສະແດງຄວາມຂອບໃຈຢ່າງຈິງ ໃຈ ແລະ ຄວາມຮູ້ບຸນຄຸນຕໍ່ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າຂອງພັກ, ລັດ, ກອງທັບ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ພາລະກິດປະຕິວັດປົດ ປ່ອຍຊາດ ແລະ ທ້ອນໂຮມປະ ເທດຊາດຂອງປະຊາຊົນຫວຽດ ນາມ, ພິເສດແມ່ນການອູ້ມຊູ ຊ່ວຍເຫຼືອບັນດາທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ປະຕິບັດໜ້າທີ່ຂອງຕົນ ຢູ່ລາວ ເໝືອນດັ່ງລູກຫຼານຂອງ ຕົນ. ການນຳສູງສຸດຂອງສອງປະ ເທດ ໄດ້ເປັນເອກະພາບເຖິງ ຄວາມຈຳເປັນໃນການສືບຕໍ່ເພີ່ມ ພູນຄູນສ້າງສາຍພົວພັນພິເສດທີ່ ຫາຍາກນັ້ນໃຫ້ມີຄວາມສວຍສົດ ງົດງາມຕະຫຼອດໄປ. ໃນເວລາຕໍ່ມາຂອງວັນດຽວ ກັນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ ຍັງໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫງວຽນ ທິ ກີມ ເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດ ນາມ, ສະຫາຍ ຫງວຽນ ທິ ກີມ ເງິນ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບການດຳເນີນກອງປະຊຸມສະ ໄໝສາມັນຄັ້ງທີ 8 ສະໄໝທີ 14 ທີ່ສະພາກຳລັງດຳເນີນຢູ່ແຕ່ວັນ ທີ 21 ຕຸລາ 2019 ເປັນຕົ້ນມາ ແລະ ຈະສຳເລັດລົງໃນວັນທີ 27 ພະຈິກ 2019 ລາຍງານທັງຜົນ ສຳເລັດຂອງການພັດທະນາເສດ ຖະກິດ-ສັງຄົມຂອງຫວຽດນາມ ໃນປີ 2019. ຈາກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ຜົນສຳເລັດທີ່ສະພາແຫ່ງຊາດ ສສ ຫວຽດນາມ ຍາດມາໄດ້ໃນ ໄລຍະຜ່ານມາ ແລະ ຊົມເຊີຍ ເຖິງການພົວພັນຮ່ວມມືລະ ຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ, ສະພາແຫ່ງ ຊາດລາວ ກໍຈະດຳເນີນກອງປະ ຊຸມສະໄໝສາມັນຄັ້ງທີ 8 ສະໄໝ ທີ 8 ຂອງຕົ້ນເດືອນພະຈິກ 2019 ຈະມາເຖິງ. ຫວັງວ່າສອງ ສະພາຈະສືບຕໍ່ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນໃນຕໍ່ໜ້າ. ໃນຕອນເຊົ້າຂອງວັນທີ 29 ຕຸລາ 2019 ທີ່ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ ໄດ້ມີ ການຈັດຕັ້ງໂຮມຊຸມນຸມໃຫຍ່ສະ ເຫຼີມສະຫຼອງວັນມູນເຊື້ອທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ມາປະຕິບັດ ໜ້າທີ່ຢູ່ລາວ ຄົບຮອບ 70 ປີ ໂດຍມີການເຂົ້າຮ່ວມຂອງສະ ຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຫງວຽນ ທິ ກີມ ເງິນ ກຳມະການກົມການເມືອງ ປະທານສະພາແຫ່ງຊາດ ຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ ພັກ-ລັດ ລາວ, ບັນດາການ ນຳຂັ້ນສູງຂອງພັກ-ລັດ ຫວຽດ ນາມ ຕະຫຼອດຮອດບັນດາສະ ຫາຍ ອະດີດທະຫານອາສາສະ ໝັກ ແລະ ຊ່ຽວຊານທະຫານ ຫວຽດນາມ ພ້ອມດ້ວຍຜູ້ຕາງ ໜ້າຂອງໄວໜຸ່ມຂອງສອງປະ ເທດຢ່າງຫຼວງຫຼາຍ. ໃນພິທີໂຮມຊຸມນຸມ, ສະຫາຍ ພົນເອກ ໂງ ຊວັນ ລິກ, ກຳມະ ການກົມການເມືອງ, ເລຂາທິ ການສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ສປປ ລາວ ໄດ້ຜັດ ປ່ຽນກັນອອກຄຳເຫັນ ໂດຍໄດ້ ຕີລາຄາສູງການປະກອບສ່ວນ ອັນສຳຄັນ, ການເສຍສະຫຼະ ອັນໃຫຍ່ຫຼວງຂອງບັນດາທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ມາປະຕິ ບັດໜ້າທີ່ພັນທະສາກົນຢູ່ລາວ ຕາມຄຳສັ່ງສອນຂອງປະທານ ໂຮ່ຈິມິນທີ່ວ່າ: “ຊ່ວຍເພື່ອນແມ່ນ ຊ່ວຍຕົນເອງ” ນັບແຕ່ທ້າຍຊຸມປີ 1940 ຂອງສະຕະວັດທີ່ແລ້ວ ເພື່ອພ້ອມກັບກອງທັບ ແລະ ປະ ຊາຊົນລາວ ຕໍ່ສູ້ເພື່ອເອກະລາດ ແຫ່ງຊາດ ເປັນເວລາຫຼາຍສິບປີ ຜ່ານມາ. ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດລາວ ໄດ້ຕາງ ໜ້າໃຫ້ພັກ, ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ສະ ແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດ, ກອງທັບ ແລະ ປະຊາ ຊົນຫວຽດນາມ ເວົ້າລວມ, ເວົ້າ ສະເພາະຕໍ່ບັນດານັກຮົບປະຕິ ວັດ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ທີ່ໄດ້ ມີການປະກອບສ່ວນຢ່າງຫຼວງ ຫຼາຍ, ມີການເສຍສະຫຼະທີ່ໃຫຍ່ ຫຼວງໃຫ້ແກ່ພາລະກິດປະຕິວັດ ຂອງປະຊາຊົນລາວມາໂດຍຕະ ຫຼອດ ແລະ ໄດ້ຢືນຢັນຄືນເຖິງ ທັດສະນະ, ຫຼັກໝັ້ນອັນສະເໝີ ຕົ້ນສະເໝີປາຍຂອງພັກ, ລັດຖະ ບານ ແລະ ປະຊາຊົນລາວ ທີ່ຈະ ເຮັດສຸດຄວາມສາມາດຂອງ ຕົນເພື່ອຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບທີ່ຍິ່ງ ໃຫຍ່, ສາຍພົວພັນພິເສດທີ່ຫາ ຍາກລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີປະສິດທິຜົນ, ນຳເອົາ ຜົນປະໂຫຍດຕົວຈິງມາໃຫ້ແກ່ ປະຊາຊົນທັງສອງປະເທດ. ໃນໂອກາດອັນສຳຄັນນີ້ ສະ ຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ຍັງໄດ້ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ ຫຼວງກວ່າເກົ່າ ໃນພາລາກິດສ້າງ ສາ ແລະ ປົກປັກຮັກສາປະເທດ ຊາດສັງຄົມນິຍົມ, ບັນລຸເປົ້າ ໝາຍປະຊາຊົນຮັ່ງມີ, ປະເທດ ຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກກອມມູນິດຫວຽດ ນາມ ໃຫ້ປະກົດຜົນເປັນຈິງ, ກ້າວ ໄປສູ່ການກະກຽມກອງປະຊຸມ ໃຫຍ່ ຄັ້ງທີ 13 ຂອງພັກກອມມູ ນິດຫວຽດນາມໃຫ້ມີຜົນສຳເລັດ ໃນຕໍ່ໜ້າ. ຕອນແລງວັນທີ 29 ຕຸລາ 2019, ສະຫາຍ ບຸນຍັງ ວໍລະ ຈິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະ ທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງບັນດາ ສະຫາຍ ອະດີດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ສະຫາຍ ໄດ້ສະແດງຄວາມປິຕິຍິນດີເປັນ ຢ່າງຍິ່ງ ທີ່ພົບປະໂອ້ລົມກັບບັນ ດາທະຫານອະດີດທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມຜູ້ທີ່ເປັນເພື່ອນຮ່ວມຮົບໃນ ຊຸມປີແຫ່ງການຕໍ່ສູ້ກູ້ຊາດ ເພື່ອ ເອກະລາດແຫ່ງຊາດຂອງສອງ ຊາດລາວ-ຫວຽດນາມ, ສະ ຫາຍ ບຸນຍັງ ວໍລະຈິດ ກໍໄດ້ສະ ແດງຄວາມຍ້ອງຍໍສັນລະເສີນ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດຖະບານ ແລະ ປະຊາ ຊົນ ຫວຽດນາມ ອ້າຍນ້ອງເວົ້າ ລວມ, ເວົ້າສະເພາະແມ່ນຕໍ່ບັນດາ ສະຫາຍ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບ ສະໜູນອັນໃຫຍ່ຫຼວງ ແລະ ລ້ຳ ຄ່າທີ່ສຸດໃຫ້ແກ່ພາລະກິດປະຕິ ວັດຂອງປະຊາຊົນລາວບັນດາ ເຜົ່າ, ເຊິ່ງເປັນລູກຮັກຫຼານປະ ເສີດຂອງປະຊາຊົນຫວຽດນາມ ທີ່ໄດ້ເສຍສະຫຼະຢ່າງໃຫຍ່ຫຼວງ ທັງສະຕິປັນຍາ, ຊີວິດ ແລະ ເລືອດເນື້ອໃຫ້ແກ່ພາລະກິດປະ ຕິວັດຂອງປະຊາຊົນລາວ, ຍ້ອນ ເຫັນໄດ້ວິລະກຳອັນພົ້ນເດັ່ນ ແລະ ການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການປະຕິວັດສອງຊາດ ລາວ-ຫວຽດນາມ, ກຳລັງທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມຢູ່ລາວເປັນ ກຽດໄດ້ຮັບຫຼຽນຄຳແຫ່ງຊາດ ເຊິ່ງແມ່ນຫຼຽນຄຳສູງສຸດຂອງ ພັກ, ລັດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ຫຼຽນໄຊດາວຄຳ ເຊິ່ງແມ່ນຫຼຽນ ໄຊສູງສຸດຂອງພັກ, ລັດສາທາ ລະນະລັດ ສັງຄົມນິຍົມຫວຽດ ນາມ, ພິເສດໃນພິທີອັນສະຫງ່າ ຜ່າເຜີຍໃນມື້ນີ້, ກຳລັງທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຢູ່ລາວ ກໍໄດ້ຮັບ ນາມມະຍົດວີລະຊົນກຳລັງປະ ກອບອາວຸດຈາກພັກ, ລັດ ສາ ທາລະນະລັດ ສັງຄົມນິຍົມຫວຽດ ນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ