ກອງບັນຊາການທະຫານແຂວງຫຼວງພະບາງ ປາຖະກະຖາ ວັນສ້າງຕັ້ງຂະແໜງພະລາທິການ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-18 15:18:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 464 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ປາຖະກະຖາ ວັນສ້າງຕັ້ງຂະແໜງພະລາທິການ ກອງທັບປະຊາຊົນລາວ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ກຳມະການຄະນະພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບ ຜູ້ທີ່ຮັບຜິດຊອບວຽກງານພະລາທິການ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ໄດ້ເລົ່າຄືນມູນເຊື້ອ, ປະຫວັດຄວາມເປັນມາ ແລະ ຜົນງານການເຄື່ອນໄຫວ ຂອງຂະແໜງພະລາທິການກອງທັບ ໃນໄລຍະ 70 ປີຜ່ານມາ. ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຂົງເຂດວຽກງານພະລາທິການ ທັງເປັນການລໍ້າລຶກເຖິງຜົນງານ, ຄຸນງາມຄວາມດີ ຂອງພະນັກງານ-ສະມາຊິກພັກ, ນັກຮົບ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ຄຽງບ່າຄຽງໄຫຼ່ ແລະ ເປັນເສນາທິການທີ່ເຂັ້ມແຂງ ໃຫ້ແກ່ກອງທັບປະຊາຊົນລາວ ໃນການຮັບປະກັນດ້ານພະລາທິການ-ເຕັກນິກ, ການປູກຝັງ-ລ້ຽງສັດ, ການຮັບປະກັນຊີວິດການເປັນຢູ່ ແລະ ການປົກປັກຮັກສາສຸຂະພາບ ຂອງຖັນແຖວພະນັກງານ-ນັກຮົບ ໃຫ້ມີຄວາມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ໃນທຸກສະພາບການ. ຕະຫຼອດໄລຍະ 70 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ວຽກງານພະລາທິການກອງທັບປະຊາຊົນລາວ ໄດ້ສ້າງວິລະກໍາອັນລໍ້າເລີດ ຈາກກອງລໍາລຽງຂະໜາດນ້ອຍທີ່ອາໄສແຮງງານຄົນແບກຫາບໃນປ່າເລິກ, ກ້າວຂຶ້ນມາເປັນກຳລັງທ້ອງຖິ່ນ, ກໍາລັງຫຼວງ ທີ່ທັນສະໄໝ ແລະ ເປັນເສັ້ນເລືອດໃຫຍ່ທີ່ຫຼໍ່ລ້ຽງທຸກໄຊຊະນະ ຂອງການປະຕິວັດລາວ. ຜົນງານດັ່ງກ່າວ ແມ່ນແລກມາດ້ວຍຄວາມເສຍສະຫຼະ, ການສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ເລືອດເນື້ອ ຂອງພະນັກງານ-ນັກຮົບພະລາທິການຫຼາຍຮຸ່ນຄົນ ເພື່ອພາລະກິດປົດປ່ອຍຊາດ ແລກກັບອິດສະຫຼະພາບເຂົ້າມາໃນກຳມື ກໍຄືຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນ ໃນຜືນແຜ່ນດິນລາວ.
ໂດຍ: ລີໂດ ດວງສະຫວັນ
ພາບໂດຍ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














