ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະຫຼຸບຖອດຖອນບົດຮຽນ ວຽກງານອົບຮົມ ສົກຮຽນ 2025-2026
ເວລາອອກຂ່າວ: 2026-08-18 15:07:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ວັນທີ 17 ສິງຫາ 2026 ນີ້, ຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານອົບຮົມ ສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026–2027, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນນັກຮຽນ, ພະແນກການ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບຕີລາຄາຜົນສຳເລັດ ການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ໃຫ້ແກ່ນັກຮຽນກໍ່ສ້າງນາຍສິບ, ບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ໃນສົກຮຽນ 2025-2026 ຜ່ານມາ ເຊິ່ງໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຢ່າງຕໍ່ເນືອງ ເຮັດໃຫ້ພະນັກງານ-ນັກຮົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຫ້າວຫັນເຮັດສຳເລັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຈັດຕັ້ງປະຕິບັດອົບຮົມ-ຫັດແອບ ຕາມໂຄງການຫຼັກສູດ ຕາມແຜນການຮຽນ-ການສອນ ທີ່ຂັ້ນເທິງອະນຸມັດຢ່າງຖືກຕ້ອງສອດຄ່ອງ, ຖືເອົາການຂຶ້ນຫ້ອງອົບຮົມສິດສອນ ທາງພາກທິດສະດີ-ຫຼັກການ ແລະ ພາກຈັດຕັ້ງປະຕິບັດຕົວຈິງ, ເອົາໃຈໃສ່ຄົ້ນຄວ້າທວນຄືນການກວດກາ, ສອບເສັງ ແຕ່ລະວິຊາຮຽນເປັນໄມ້ຫຼາວັດແທກຄວາມຮູ້, ຄວາມສາມາດຂອງນັກຮຽນ, ເອົາໃຈໃສ່ນຳພາ-ຊີ້ນຳ ນັກຮຽນ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ. ໃນກອງປະຊຸມ ໄດ້ຜັດປຽ່ນກັນປະກອບຄຳຄິດເຫັນ ຢ່າງກົງໄປກົງມາ. ໂດຍ: ອາລຸນ ແກ້ວຜາສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ