ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ຄະນະພັກ ກອງພົນທີ 3 ຄົ້ນຄວ້າຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025
ເວລາອອກຂ່າວ: 2026-08-18 11:07:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ຄະນະພັກ ກອງພົນທີ 3 ໄດ້ເປີດກອງປະຊຸມຄົ້ນຄວ້າຮັບຮອງເອົາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ແລະ ຜູ້ແທນຈາກອົງການກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມລິດ ບົວໄຂຄໍາ ກໍາມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງກອງພົນທີ 3 ໄດ້ຜ່ານບົດສະຫຼຸບການນຳພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະພັກກອງພົນທີ 3 ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໂດຍຍົກໃຫ້ເຫັນດ້ານດີ, ບັນຫາທີ່ຍັງຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 1 ປີຜ່ານມາ ເປັນຕົ້ນ ແມ່ນດ້ານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານແບບແຜນການນຳພາ, ຄວາມຮັບຜິດຊອບຕໍ່ໜ້າທີການເມືອງ ຂອງຄະນະພັກແຕ່ລະຂັ້ນ ເຂົ້າໃນການນຳພາ-ຊີ້ນໍາ ພະນັກງານສະມາຊິກພັກຢູ່ໃນຂັ້ນຂອງຕົນ, ຈັດຕັ້ງບັນດາອະນຸກໍາມະການເຄື່ອນໄຫວກວດກາຫົວໜ່ວຍກົມກອງຮາກຖານພັກ ເພື່ອປະເມີນຜົນໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບັນດາອົງການກົມກອງ ປະຈຳປີ 2025 ຕາມຫຼັກການຂອງພັກ ໃນນີ້, ທົ່ວກອງພົນທີ 3 ປະກອບມີ 1 ອົງຄະນະພັກ, ມີ 3 ຄະນະພັກ, ມີ 29 ຄະນະພັກຮາກຖານ, ມີ 141 ໜ່ວຍພັກ, ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 101 ໜ່ວຍພັກ, ມີສະມາຊິກພັກແຂງ 2.043 ສະຫາຍ, ຍິງ 184 ສະຫາຍ, ກາງ 53 ສະຫາຍ, ຍິງ 5 ສະຫາຍ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ ໄດ້ 257 ສະຫາຍ, ຍິງ 14 ສະຫາຍ, ເລື່ອນສຳຮອງຂຶ້ນສົມບູນ 238 ສະຫາຍ, ຍິງ 9 ສະຫາຍ. ຈາກນັ້ນ, ສະຫາຍ ພັນໂທ ສົມພອນ ຄໍາພູມີ ຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 3 ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ມອບໃບຢັ້ງຢືນນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ຈໍານວນ 101 ໜ່ວຍພັກ ຢ່າງສົມກຽດ. ກອງປະຊຸມ ຍັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງ ຄະນະພັກກອງພົນທີ 3 ແລະ ຜ່ານບົດລາຍງານຜົນການກໍ່ສ້າງໜ່ວຍພັກ ພ້ອມທັງຄະແນນຂອງແຕ່ລະໜ່ວຍພັກ ປະຈຳປີ 2026 ໃນນີ້, ໜ່ວຍພັກທີ່ໄດ້ຮັບຕີລາຄາແບ່ງປະເພດທັງໝົດ 138 ໜ່ວຍພັກ: ໜ່ວຍພັກແຂງ 124 ໜ່ວຍພັກ, ກາງ 14 ໜ່ວຍພັກ, ບໍ່ໄດ້ແບ່ງປະເພດ 3 ໜ່ວຍພັກ, ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 108 ໜ່ວຍພັກ. ຈາກນັ້ນ, ບັນດາຄະນະພັກຮາກຖານອົງການ-ກົມກອງ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ, ສະເໜີບັນຫາ, ຂໍ້ຈຳກັດ ແລະ ແນວທາງແກ້ໄຂ ໃນການກໍ່ສ້າງໜ່ວຍພັກໃຫ້ມີຄຸນນະພາບສູງຂຶ້ນ ພ້ອມທັງ ຮັບຟັງການໂອ້ລົມ ຈາກສະຫາຍປະທານ ຕື່ມອີກ. ໂດຍ: ສິນລະກອນ ສາຍຍອດອູ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ