ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-18 10:54:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:



ວັນທີ 17 ສິງຫາ 2026 ນີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄໍາສາ ຮຽມຈໍາປາຄໍາ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ແກ້ວນະຄອນ ຄໍາເສີດໄຊຍາ ຫົວໜ້າພະແນກບໍລິຫານ ຫ້ອງເສນາທິການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ໄປຕາມແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ຕ່າງໆ, ປັບປຸງວຽກງານການຈັດຕັ້ງ, ວຽກງານພັກ, ວຽກງານພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານປີ່ນອ້ອມອື່ນໆ ເຮັດໃຫ້ກົມກອງມີຄວາມໜັກແໜ້ນເຂັ້ມແຂງ. ຈາກນັ້ນ, ໃນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ. ໃນພິທີ, ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະໜ່ວຍພັກທີ 1 ແລະ ຄະນະໜ່ວຍພັກທີ 5 ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງເສນາທິການ ຄື: ບົງຕົວແຕ່ງຕັ້ງ ສະຫາຍ ພັນໂທ ກິບຸນຍູ້ ຄົງສຸນິນ ເປັນກໍາມະການກວດກາ ໜ່ວຍ ພັກທີ 1, ສະຫາຍ ພັນໂທ ສອນໄຊ ແກ້ວບຸນເຮືອງ ເປັນກໍາມະການໂຄສະນາ, ສະຫາຍ ພັນໂທ ສີເມືອງ ລາດຊຸມພູ ເປັນກໍາມະການການຄັງ, ສະຫາຍ ພັນໂທ ສີສະຫັວນ ໄຊຍະວົງສາ ເປັນເລຂາ ໜ່ວຍພັກທີ 5, ສະຫາຍ ພັນໂທ ແກ້ວນະຄອນ ຄໍາປະເສີນໄຊຍາ ເປັນຮອງເລຂາ, ສະຫາຍ ພັນຕີ ໃບທອນ ສຸກປະເສີດ ກໍາມະການກວດກາ, ສະຫາຍ ພັນຕີ ນໍາມາ ຕ້ອງຂັນຕິບຸດ ກໍາມະການໂຄສະນາ, ສະຫາຍ ພັນຕີ ພູວົງ ອິນທະລີ ກໍາມະການການຄັງ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງມະຕິແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະກໍາມະການ ຄະນະໜ່ວຍຊາວໜຸ່ມ ຫ້ອງເສນາທິການ ຕື່ມອີກ. ໂດຍ: ຄໍາໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ