ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ກອງປະຊຸມ ສຶກສາຄົ້ນຄວ້າ ກ່ຽວກັບການຮຽນຮ່ວມສໍາລັບຄົນພິການ
ເວລາອອກຂ່າວ: 2026-08-18 10:36:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 349 | ຄວາມນິຍົມ:



ວັນທີ 17 ສິງຫາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມສຶກສາຄົ້ນຄວ້າ ກ່ຽວກັບການຮຽນຮ່ວມສຳລັບຄົນພິການ ໂດຍການນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14, ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29, ໂດຍການເປັນປະທານ ຂອງທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງ ສສກ, ມີ ທ່ານ ນາງ ເຣເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ, ມີຕາງໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ວິທະຍາໄລຄູກຸ່ມເປົ້າໝາຍ ພ້ອມດ້ວຍຜູ້ຊ່ຽວຊານວຽກງານສຶກສາ ແລະ ອົງການຈັດຕັ້ງຄົນພິການ ເຂົ້າຮ່ວມ. ‎ ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຕໍ່ວິທີການສຶກສາຄົ້ນຄວ້າ, ປຶກສາຫາລືກ່ຽວກັບເຄື່ອງມື, ໄລຍະເວລາ ເພື່ອຕົກລົງເປັນເອກະພາບ ກ່ຽວກັບພາລະບົດບາດ ແລະ ໜ້າທີ່ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ກ່ອນທີ່ຈະເລີ່ມຕົ້ນການຈັດຕັ້ງປະຕິບັດ. ການສຶກສາຄົ້ນຄວ້າດັ່ງກ່າວ ຈະໄດ້ດໍາເນີນກໍລະນີສຶກສາຂະໜາດນ້ອຍ ຂອງໂຮງຮຽນປະຖົມໃນເມືອງຄູນ ແຂວງຊຽງຂວາງ ຕະຫຼອດສົກຮຽນ 2026-2027, ເຊິ່ງຈະມີນັກຮຽນທີ່ມີຄວາມພິການ 18 ຄົນເຂົ້າຮ່ວມ, ພ້ອມດ້ວຍຄູໃນໂຮງຮຽນ ແລະ ຊຸມຊົນ ຂອງໂຮງຮຽນ ເພື່ອຄົ້ນຫາບັນດາຫຼັກຖານການດໍາເນີນງານ ກ່ຽວກັບວິທີການທີ່ເຮັດໄດ້ດີຈາກຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14 ໃນສະພາບແວດລ້ອມຫ້ອງຮຽນຕົວຈິງ ແລະ ສິ່ງທີ່ຊ່ວຍຄູໃຫ້ນໍາໃຊ້ໄດ້ຢ່າງຕໍ່ເນື່ອງ. ‎ ທ່ານ ປອ ລຳພູນ ຫຼວງໄຊ ໄດ້ກ່າວວ່າ: “ການສຶກສາຄົ້ນຄວ້ານີ້ ເປັນບາດກ້າວທີ່ສຳຄັນໃນການປັບປ່ຽນເຄື່ອງມື ເພື່ອການສຶກສາຮຽນຮ່ວມອັນໃໝ່ໃຫ້ກາຍເປັນການສະໜັບສະໜູນການຮຽນໃນຫ້ອງຮຽນແບບປະຕິບັດໄດ້ຈິງສຳລັບຄູ. ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ (TSP) ທີ 14 ແລະ ວິດີໂອພັດທະນາຄູ (TDV) ທີ 29 ໄດ້ພັດທະນາສໍາເລັດ ແລະ ພ້ອມທີ່ຈະທົດລອງໃນໂຮງຮຽນ ໂດຍການຮວບຮວມເອົາທັງສອງເຄື່ອງມືນີ້ ທີ່ຈະຊ່ວຍໃຫ້ຄູຮັບຮູ້ໄດ້ດີຂຶ້ນ ກັບເດັກອາດຈະມີຄວາມພິການ ແລະ ວິທີການປະຕິບັດທີ່ງ່າຍ ແລະ ໃຊ້ໄດ້ຈິງເພື່ອຊ່ວຍເຫຼືອນັກຮຽນໃນການຮຽນຮູ້ໃນຫ້ອງຮຽນ. ການສຶກສາຄົ້ນຄວ້ານີ້ ຈະໄດ້ດຳເນີນທີ່ແຂວງຊຽງຂວາງ ຄາດຄະເນວ່າຈະຊ່ວຍໃຫ້ຮຽນຮູ້ເຖິງ ວິທີການໃດທີ່ແນະນຳໃນເຄື່ອງມື ສາມາດປະຕິບັດຕົວຈິງໄດ້ໃນໂຮງຮຽນ ແລະ ວິທີໃດ ທີ່ຈະຕ້ອງໄດ້ປັບປຸງຕື່ມ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ໄດ້. ພວກເຮົາມີຄວາມຍິນດີ ທີ່ຈະເລີ່ມຕົ້ນການສຶກສາຄົ້ນຄວ້າການທົດລອງນຳໃຊ້ເຄື່ອງມື ການມີສ່ວນຮ່ວມ ຂອງຄົນພິການ ໃນແຂວງຊຽງຂວາງ ແລະ ຮ່ວມມືກັບຄູ່ຮ່ວມງານ ຂອງພວກເຮົາ ເພື່ອສົ່ງເສີມການສຶກສາຮຽນຮ່ວມໃນ ສປປ ລາວ. ພວກເຮົາຫວັງວ່າ ຈະໄດ້ບົດຮຽນທີ່ຫຼາກຫຼາຍຈາກໂຮງຮຽນ, ຄູ ແລະ ຊຸມຊົນເພື່ອນຳໃຊ້ປະສົບການເຫຼົ່ານີ້ເຂົ້າໃນການປັບປຸງການຊ່ວຍເຫຼືອເດັກພິການໃນອະນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ