ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 1
ເວລາອອກຂ່າວ: 2026-08-18 09:56:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ຢູ່ສະໂມສອນ ກອງພົນທີ 1 ໄດ້ຈັດພິທີປະກາດການແຕ່ງຕັ້ງຂັ້ນຮອງຫົວໜ້າຫ້ອງ ແລະ ຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ກໍາມະການຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງ ກອງພົນທີ 1, ມີຜູ້ຕາງໜ້າກົມທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ແລະ ພະນັກງານວິຊາສະເພາະພະລາທິການ ເຂົ້າຮ່ວມ. ສະຫາຍ ພັນເອກ ວຽງແກ້ວ ວົງວຽງຄໍາ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ຕັ້ງ ສະຫາຍ ພັນໂທ ພອນຄໍາ ອິນທະວົງ ເປັນຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 1 ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ຈັນຄໍາ ສໍພາບມີໄຊ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 435, ສະຫາຍ ພັນໂທ ໄຊສະຫວາດ ແກ້ວລິດທິ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 162, ສະຫາຍ ພັນໂທ ອຸດອນ ຈັນວົງສາ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 468, ສະຫາຍ ພັນໂທ ຄໍາມ່ວນ ທິບພະວົງ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 596 ກອງພັນໃຫຍ່ 101, ສະຫາຍ ຮ້ອຍເອກ ໂຕນີ ທໍາມະໂນລາດ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 598 ກອງພັນໃຫຍ່ 101 ແລະ ສະຫາຍ ພັນຕີ ວິໄລພອນ ກິ່ງພະຈັນ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານພະລາທິການ ກອງພັນ 15 ກອງພັນໃຫຍ່ 102. ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ລັດ ແລະ ການຈັດຕັ້ງ; ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນສົມບັດ-ສິນທໍາປະຕິວັດ, ດຸໝັ່ນຊອກຮູ້ຮໍ່າຮຽນນໍາໝູ່ຄະນະ, ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ແລະ ປະດິດສ້າງ; ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ; ນໍາພາກົມກອງສ້າງພະລາທິການກັບທີ່ ເພື່ອກຸ້ມຕົນເອງດ້ານຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ; ຍູ້ແຮງຂະບວນການຕ່າງໆ ໃຫ້ຟົດຟື້ນແຂງແຮງ ແລະ ກວ້າງຂວາງ; ອອກແຮງກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບ; ພ້ອມກັນສ້າງກອງທັບ, ສ້າງກົມກອງໃຫ້ມີແບບແຜນ ແລະ ທັນສະໄໝ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ