ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ 2 ລະຫວ່າງ ກອງບັນຊາການທະຫານເມືອງພຽງ ກັບ ບ້ານປາກຊອງ
ເວລາອອກຂ່າວ: 2026-08-18 09:13:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ວັນທີ 13 ສິງຫາ 2026 ນີ້, ກອງບັນຊາການທະຫານເມືອງພຽງ ກັບ ບ້ານແຮກສ່ຽວ ບ້ານ ປາກຊອງ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ 2 ແລະ ທິດທາງແນການໄຕມາດ 3 ປີ 2026. ໂດຍການເປັນປະທານຮ່ວມຂອງ ສະຫາຍ ພັນໂທ ຈຶ່ເນັ້ງ ຢົວໄຈລີ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງພຽງ ແຂວງໄຊຍະບູລີ ແລະ ທ່ານ ນາງ ລັດດາ ອຸ້ນວົງ ເລຂາພັກບ້ານ, ນາຍບ້ານ ບ້ານປາກຊອງ ເມືອງພຽງ, ມີຄະນະພັກ-ຄະນະບັນຊາ, ຄະນະພັກບ້ານ ແລະ ຂະແໜງການຂອງບ້ານ ເຂົ້າຮ່ວມ. ໃນກອງປະຊຸມ ບັນດາຄະນະພັກ-ຄະນະບັນຊາ, ຂະແໜງການ ແລະ ອຳນາດການປົກຄອງບ້ານປາກຊອງ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະວຽກງານໃນທົ່ວຂອບເຂດຮັບຜິດຊອບ ເຊິ່ງເຫັນໄດ້ຜົນສໍາເລັດຫຼາຍດ້ານ. ກົມກອງ ແລະ ບ້ານໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມ ຕິດພັນກັບວຽກງານຂະບວນການຕ່າງໆ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະຕິບັດບັນດາຂໍ້ກໍານົດ, ກົດລະບຽບ ຂອງຂັ້ນເທິງ ວາງອອກຢ່າງເຂັ້ມງວດ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ ດໍາເນີນຊີວິດການເມືອງພາຍໃນກົມກອງ ແລະ ບ້ານຢ່າງເປັນປົກກະຕິ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ. ໂອກາດນີ້, ສະຫາຍ ພັນໂທ ຈື່ເນັ້ງ ຢົວໄຈລີ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ແລະ ອໍານາດການປົກຄອງບ້ານປາກຊອງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຄື່ອນໄຫວວຽກງານກວດກາລາດຕະເວນຂອບເຂດຄວາມຮັບຜິດຊອບ, ຈັດຕັ້ງລະບົບປະຈໍາການຕະຫຼອດ 24 ຊົ່ວໂມງ ໃຫ້ເຂັ້ມງວດ, ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ບັນດາພະນັກງານຂະແໜງການ, ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ລະບຽບກົດໝາຍຂອງພັກ-ລັດ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບຂອງຕົນມີຄວາມສະຫງົບປອດໄພ. ໂດຍ: ເກສັນ ມິ່ງບຸບຜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ