ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ສື່ມວນຊົນກອງທັບ ມີບົດບາດສຳຄັນ ໃນການເປັນກະບອກສຽງອັນແຫຼມຄົມ ໃນສະໜາມຮົບການເມືອງ-ແນວຄິດ
ເວລາອອກຂ່າວ: 2026-08-14 14:33:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1201 | ຄວາມນິຍົມ:



ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົບ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ທັດສະນະວ່າ: ຕະຫຼອດໄລຍະ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ, ສື່ມວນຊົນກອງທັບ ໄດ້ຕິດພັນກັບຂະບວນວິວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຄຽງຄູ່ກັບການສູ້ຮົບມີໄຊຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ມີບົດບາດສຳຄັນ ບໍ່ພຽງແຕ່ເປັນກະບອກສຽງ ແລະໂຄສະນະອົບຮົບການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນເທົ່ານັ້ນ, ແຕ່ຍັງເປັນພາຫະນະ ແລະ ອາວຸດອັນແຫຼມຄົມ ເຮັດໃຫ້ກຳລັງປະກອບອາວຸດປະຊາຊົນລາວ ຮັກສາໄດ້ທາດແທ້ມູນເຊື້ອອັນດີງາມຂອງຕົນ, ປະກອບສ່ວນນຳສະເໜີແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອປະຫວັດສາດ, ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະວັດທະນະທຳ-ສັງຄົມ ຂອງແຕ່ລະໄລຍະ ເພື່ອສຶກສາອົບຮົບການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງ ຕໍ່ແນວທາງນະໂຍບາຍຂອງພັກເຮົາ. ນອກນັ້ນ, ຍັງເປັນຂົວຕໍ່ນຳຫາງສຽງສັງຄົມ ຂໍ້ສະເໜີ ຫຼື ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນ ຕໍ່ກັບກອງທັບ ແລະ ພັກ-ລັດ ເພື່ອສ້າງຄວາມເຊື່ອໝັ້ນ, ສາມັກຄີປອງດອງ ລະຫວ່າງ ກອງທັບ ກັບ ປະຊາຊົນ ໃຫ້ເປັນປຶກແຜ່ນດຽວກັນສົມກັບຄຳຂັວນທີ່ວ່າ: “ ປະຊາຊົນ ກັບ ກອງທັບ ຄືປາ ກັບ ນ້ຳ”. ໃນໄລຍະທີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນໍາ ຢ່າງໃກ້ຊິດ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ, ກໍຄືກົມໂຄສະນາອົບຮົບ ໄດ້ຊຸກຍູ້ ແລະ ນໍາພາ-ຊີ້ນໍາ ສື່ມວນຊົນກອງທັບ ໃຫ້ມີການປ່ຽນແປງຢ່າງຮອບດ້ານ, ສຸມໃສ່ການພັດທະນາທາງດ້ານເນື້ອໃນ, ຄຸນນະພາບສັງລວມຜົນງານພົ້ນເດັ່ນໃນ 3 ດ້ານຕົ້ນຕໍ ດັ່ງນີ້: ການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ, ໜັງສືພິມ, ໂທລະພາບ, ວິທະຍຸ ແລະ ວາລະສານ ໄດ້ເນັ້ນໃສ່ການບໍາລຸງກໍ່ສ້າງ ໄລຍະສັ້ນ ແລະ ໄລຍະຍາວ, ຍົກລະດັບທິດສະດີການເມືອງ ແລະ ວິຊາສະເພາະເສີມສ້າງທັດສະການເປັນ “ ນັກສື່ມວນຊົນຍຸກໃໝ່” ທີ່ມີທັດສະນະການເມືອງໜັກແໜ້ນ, ມີຈັນຍາບັນ ແລະ ມີຄວາມສາມາດຜະລິດເນື້ອຫາຮອບດ້ານກ້າວທັນຍຸກດິຈີຕອນ ແລະ ປັນຍາປະດິດ ຢ່າງເປັນລະບົບ (ສາມາດຂຽນ, ຖ່າຍຮູບ, ຕັດຕໍ່ ແລະ ລາຍງານຂ່າວໄດ້); ທາງດ້ານອຸປະກອນ ແລະ ພຶ້ນຖານໂຄງລ່າງ ໄດ້ສະເໜີຂັ້ນເທິງອະນຸມັດງົບປະມານ ແລະ ຍົກລະດັບເຄື່ອງມືອຸປະກອນເຕັກໂນໂລຊີ, ຫ້ອງສະຕູດີໂອ, ລະບົບການກະຈາຍສຽງ-ພາບ ໃນລະບົບດີຈີຕອນ ທີ່ທັນສະໄໜ ເພື່ອເພີ່ມປະສິດທິພາບການຜະລິດລາຍການ ແລະ ຫຼຸດຜ່ອນໄລຍະເວລາໃນການອອກຂ່າວໃຫ້ວ່ອງໄວທັນເຫດການ; ການປັບປຸງຮູບແບບການນໍາສະເໜີຂໍ້ມູນຂ່າວສານ ນອກຈາກການໃຊ້ສື່ດັ້ງເດີມແລ້ວ ໄດ້ມີການນຳໃຊ້ສື່ອອນໄລ ເຊັ່ນ: Facebook, Youtube, TikTok, Website ໃນການຖ່າຍທອດສົດພິທີການສຳຄັນລະດັບຊາດຕ່າງໆ ແລະ ເນື້ອຫາຂ່າວສານໃນຮູບແບບທັນສະໄໜ, ສັ້ນກະທັດຮັດ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍຄົນຮຸ່ນໃໝ່, ເຮັດໃຫ້ຂ່າວສານກອງທັບມີຄວາມວ່ອງໄວ, ທັນເຫດການ, ເຂົ້າໃຈງ່າຍ, ໜ້າສົນໃຈ ແລະ ກວ້າງຂວາງກ່ວາເກົ່າ. ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກ່າວຕື່ມວ່າ: ໃນຍຸກສະໄໝປັດຈຸບັດ ການຂະຫຍາຍຕົວຢ່າງວ່ອງໄວ ຂອງເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ສັງຄົມອອນລາຍ ທີ່ສາມາດເຂົ້າເຖິງຜູ້ຊົມໃຊ້ໄດ້ຢ່າງວ່ອງໄວ້ ແລະ ເປີດກ້ວາງເຊື່ອມໂຍງທົ່ວໂລກ, ເປັນສິ່ງທ້າທາຍຕໍ່ວຽກງານສື່ມວນຊົນໃນກອງທັບ, ໂດຍສະເພາະການເຄື່ອນໄຫວຫາງສຽງ ຈາກກຸ່ມຄົນບໍ່ຫວັງດີໂຈມຕີທຳລາຍຄວາມສາມັກຄີ ໂດຍການເຜີຍແຜ່ຂໍ້ມູນ, ຂ່າວສານ ທີ່ບິດເບືອນ, ໃສ່ຮ້າຍປ້າຍສີ ຕໍ່ແນວທາງການນໍາ ຂອງ ພັກ-ລັດ, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ກໍານົດບາງທິດທາງ ແລະ ມາດຕະການຕີຖອຍຖ້ອຍທຳນອງ ແລະ ຕອບໂຕ້ຂ່າວບິດເບືອນ, ຂ່າວປອມ 2 ມາດຕະການ ຄື: ມາດຕະການບຸກກ່ອນ ສື່ມວນຊົນກອງທັບ ຕ້ອງເປັນຜູ້ໃຫ້ຂໍ້ມູນທີ່ໄວ, ຖືກຕ້ອງເພື່ອຊີ້ນໍາຫາງສຽງສັງຄົມ ກ່ອນກຸ່ມຄົນບໍ່ຫວັງດີ ທີ່ຈະສ້າງຂ່າວປອມມາໂຈມຕີແຜ່ລາມ, ນຳສະເໜີໝາກຜົນຕົວຈິງ ທີ່ໄດ້ຮັບລ່ວງໜ້າ, ສ້າງເປັນສາລະຄະດີ, ບົດສຳພາດເຜີຍແຜ່ຢ່າງກ້ວາງຂວາງ ເພື່ອໃຫ້ມະຫາຊົນ ໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງ ແລະ ເຫັນພາບຕົວຈິງ ແລະ ມາດຕະການຕອບໂຕ້ໄວ ເມື່ອມີຫາງສຽງ ຫຼື ປະກົດການຫຍໍ້ທໍ້ໃດໜຶ່ງເກີດຂຶ້ນໃນສັງຄົມ ທີ່ກະທົບຕໍ່ຄວາມໝັ້ນຄົງທາງການເມືອງ ຫຼື ສາຍພົວພັນມິດຕະພາບຍຸດທະສາດ ຕ້ອງມີກົນໄກປະສານງານ ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົບສູນກາງພັກ ແລະ ບັນດາໜ່ວຍງານສະເພາະກິດ ຢ່າງທັນການ, ອອກແຈ້ງການຊີ້ແຈງ, ຕອບໂຕ້ດ້ວຍຫຼັກການບົນພຶ້ນຖານຄວາມເປັນຈິງ, ໃນນີ້ ພະນັກງານ, ນາຍ ແລະ ພົນທະຫານ ຕ້ອງມິຈັນຍະບັນ ເປັນເຈົ້າການປະກອບສ່ວນ ແນະນໍາສຶກສາອົບຮົບແນວຄິດ ແລະ ເຜີຍແຜ່ຂໍ້ມູນ, ຂ່າວສານ ທີ່ເໝາະສົມ ໃຫ້ແກ່ປະຊາຊົນ, ຕອບຕ້ານຂ່າວບິດເບືອນດ້ວຍເນື້ອຫາທີ່ມີເຫດຜົນ, ມີຫຼັກຖານ ແລະ ມີນໍ້າໜັກທາງກົດໝາຍ-ການເມືອງ. ເນື່ອງໃນໂອກາດລະນຶກວັນສື່ມວນຊົນ ແລະ ພິມຈຳໜ່າຍ ລາວ ຄົບຮອບ 76 ປີ ແລະ ນໍາເອົາເນື້ືອໃນຈິດໃຈ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຍັງໄດ້ຮຽກຮ້ອງ ແລະ ເນັ້ນໜັກເຖິງບັນດານັກຮົບສື່ມວນຊົນ, ພະນັກງານ, ນັກຂ່າວ-ບັນນາທິການ ໃນທົ່ວກອງທັບ ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເຊື່ອມຊຶມກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ ຢ່າງເລີກເຊິ່ງ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະ ຕໍ່ປະຊາຊົນຢ່າງແທ້ຈິງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໂດຍຊອກຮູ້ຮໍ່າຮຽນທາງດ້ານເຕັກໂນໂລຊີໃໝ່, ເຕັກນິກການຜະລິດສື່ດິຈີຕອນ, ການນຳໃຊ້ໃຊ້ປັນຍາດິດ (AI) ແລະ ຮູບແບບການສື່ສານວ່ອງໄວທັນສະໄໝ ເພື່ອນໍາໃຊ້ເຂົ້າໃນວຽກງານຂ່າວສານໃຫ້ມີປະສິດທິພາບສູງສຸດ, ຖືກຕ້ອງ ແລະ ທັນເຫດການ, ເລັ່ງບໍາລຸງພາສາຕ່າງປະເທດ ໂດຍສະເພາະພາສາອັງກິດ, ຫວຽດນາມ, ຈີນ ແລະ ຣັດເຊຍ ເພື່ອໃຫ້ພະນັກງານສື່ມວນຊົນ ສາມາດເຂົ້າເຖິງ, ແປ ແລະ ຕິດຕາມແຫຼ່ງຂໍ້ມູນ, ຂ່າວສານໂລກໄດ້ໂດຍກົນ ຢ່າງຖືກຕ້ອງຕາມຫຼັກການທູດ ແລະ ຮູ້ພັດທະນາຄວາມສາມາດໃນການວິເຄາະຂໍ້ມູນ-ເຫດການພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ປະຊາຊົນ, ນາຍ ແລະ ພົນທະຫານ ໄດ້ຮັບຂໍ້ມູນທີ່ມີປະໂຫຍດສູງສຸດ. ພ້ອມກັນນີ້, ກໍໍໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳພັກ-ລັດ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ ນຳພາ-ຊີ້ນໍາ ວຽກງານຂົງເຂດສື່ມວນຊົນລາວ ໃຫ້ມີບົດບາດກ້າວຂຶ້ນເປັນແຕ່ລະໄລຍະ, ຂໍຝາກຍື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ໄປຍັງນັກສື່ມວນຊົນລາວ ທີ່ປະຕິບັດໜ້າທີ່ຢູ່ຂະແໜງການ ເວົ້າລວມ, ເວົ້າສະເພາະ ສື່ມວນຊົນກອງທັບປະຊາຊົນລາວ ລວມທັງຜູ້ທີ່ສໍາເລັດໜ້າທີ່ໄດ້ຮັບນະໂຍບາຍພັກຜ່ອນບຳນານ ແລະ ຜູ້ປະຕິບັດໜ້າທີ່ ຢູ່ໃນກົມກອງເຫຼົ່າຮົບ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມສຸກກາຍສະບາຍໃຈ ພ້ອມກັນສືບຕໍ່ຮັບໃຊ້ໜ້າທີ່ເປັນກະບອກສຽງອັນແຫຼມຄົມ ໃຫ້ກະຊວງປ້ອງກັນປະເທດ ກໍຄື ຄະນະພັກ-ຄະນະບັນຊາທຸກຂັ້ນ ໃຫ້ມີຜົນສຳເລັດຢ່າງຈົບງາມ. ໂດຍ: ວັນນະລັກ ວົງພົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ