ໜ່ວຍຊາວໜຸ່ມຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ
ເວລາອອກຂ່າວ: 2018-11-26 08:43:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 357 | ຄວາມນິຍົມ:
ໜ່ວຍຊາວໜຸ່ມຫ້ອງການກອງບັນຊາການທະຫານແຂວງສະ ຫວັນນະເຂດ ສຳເລັດກອງປະຊຸມໃຫ່ຍຂັ້ນຂອງຕົນ ໃນວັນທີ 21 ພະຈິກ 2018. ພາຍໃຕ້ເຂົ້າຮ່ວມເປັນປະທານຂອງ ພັນໂທ ສຸວັນ ເກດຕະວົງ ຮອງເລຂາຄະນະພັກຮາກຖານຫ້ອງການ ຮອງຫົວໜ້າຫ້ອງການກອງ ບັນຊາການທະຫານແຂວງສະຫວັນນະເຂດ, ມີພະແນກການທີ່ກ່ຽວ ຂ້ອງ, ເລຂາໜ່ວຍຊາວໜຸ່ມສະມາຊິກຊາວໜຸ່ມພາຍໃນໜ່ວຍ ພ້ອມ ດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຮ້ອຍເອກ ນາງ ອ່ອນຄຳ ດວງຄຳພູມີ ເລຂາໜ່ວຍຊາວໜຸ່ມ ໄດ້ ຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນການຊີ້
ນຳ-ນໍາພາຂອງໜ່ວຍຊາວໜຸ່ມໃນໄລຍະຜ່ານມາ, ເຊິ່ງໄດ້ເອົາໃຈໃສ່ສືກ ສາອົບຮົມການເມືອງນຳພາແນວຄິດໃຫ້ອ້າຍນ້ອງຢ່າງເປັນປົກກະຕິຕໍ່ ເນື່ອງ, ເອົາໃຈໃສ່ຊີ້ນຳຕິດຕາມທຸກຂະບວນການວຽກງານຊາວໜຸ່ມ,
ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວວາງອອກ, ເປັນເສນາທິການໃຫ້ຄະນະພັກໃນວຽກງານອົງການ
ຈັດຕັ້ງມະຫາຊົນເປັນກຳລັງແຮງຍູ້ແຮງຂະບວນການລວມຂອງກົມ ກອງໂດຍສະເພາະໄດ້ເຂົ້າຮ່ວມຂະບວນການວຽກງານການແຂ່ງຂັນ
ກິລາ-ວັນນະຄະດີ ແລະ ໄດ້ເຂົ້າຮ່ວມຂະບວນການເຄື່ອນໄຫວຂອງ ວຽກງານຊາວໜຸ່ມຢ່າງກວ້າງຂວາງ, ພ້ອມນັ້ນຍັງໄດ້ຂະຫຍາຍສະ ມາຊິກຊາວໜຸ່ມດີເດັ່ນເຂົ້າພັກໄດ້ 9 ສະຫາຍ ຍິງ 6 ສະຫາຍ. ວຽກງານ ຮັບປະກັນຊີວິດການເປັນຢູ່ຂອງກົມກອງ, ແມ່ນໄດ້ປະຕິບັດຄຳຂວັນ ເພິ່ງຕົນເອງ, ກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍກັນເອງ ໄດ້ເອົາໃຈ ໃສ່ປຸກລະດົມຊຸກຍູ້ຊາວໜຸ່ມພາຍໃນໜ່ວຍເຄື່ອນໄຫວຢ່າງແຂງແຮງ ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກໃຫ້ປາກົດຜົນສຳເລັດ, ນອກ ຈາກນັ້ນຍັງໄດ້ຊີ້ນຳວຽກງານຫາລາຍໄດ້ເຂົ້າຄັງລວມຂອງໜ່ວຍ ຈາກການບໍລິການອື່ນໆມີເງິນ 5 ລ້ານກວ່າກີບ, ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມຄາດໝາຍ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ