ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ສົ່ງເສີມ​ຄວາມ​ເປັນ​ຜູ້ນຳ​ຂອງ​ແມ່ຍິງ ແລະ ການ​ປົກ​ປ້ອງ​ເດັກ ໃນ​ຂະແໜງການ​ສຶກ​ສາ
ເວລາອອກຂ່າວ: 2026-08-05 09:13:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ກະຊວງ​ສຶກ​ສາທິການ ແລະ ກິລາ (​ສສກ) ແຫ່ງ ​ສປປ ລາວ ຮ່ວມກັບລັດຖະບານອົດ​ສະຕຣາ​ ລີ ຜ່ານ​ແຜນ​ງານ​ບີ​ຄວາ ໄດ້ຈັດ ​ພິທີ​ສະເຫຼີມສະຫຼອງວັນສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ພ້ອມ​ຈັດ​ກິດຈະກຳເຝິກ​ອົບຮົມ ເພື່ອສົ່ງ ເສີມ​ຄວາມ​ສະເໝີພາບ​ຍິງ-ຊາຍ ຄວາມ​ເປັນ​ຜູ້ນຳ​ຂອງແມ່ຍິງ ແລະ ການປົກປ້ອງເດັກໃນຂະ ແໜງການ​ສຶກ​ສາ ວິທະຍາສາດ ແລະ ກິລາ ໃນ​ລະຫວ່າງ​ວັນທີ 27-28 ກໍລະກົດ 2026 ທີ່ນະ ຄອນຫຼວງ​ວຽງ​ຈັນ ພາຍ​ໃຕ້ການ ​ເປັນ​ປະທານ​ຮ່ວມ​ໂດຍ ທ່ານ ​ປອ ນາງ ດາລາ​ວອນ ກິດ​ຕິພັນ ຮອງ​ລັດຖະມົນຕີ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ແລະ ທ່ານ ນາງ ເບັນ​ນິ​ຕາ ຊຳ​ເມີ​ວິວ ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕຣາ​ລີ ປະຈຳ ລາວ, ມີ​ແຂກຖືກເຊີນ​ຈາກ​ພາກສ່ວນ​ຕ່າງໆ ຫົວໜ້າ​ຫ້ອງການ ຮອງ​ຫົວໜ້າຫ້ອງ ການ​ກະຊວງ ຫົວໜ້າ​ກົມສະມາ ຊິກ​ສະຫະພັນ​ແມ່ຍິງ​ລາວ, ຕົວ​ແທນ​ອົງ​ການຈັດຕັ້ງ​ມະຫາຊົນ ຜູ້ອຳນວຍການ​ສຳນັກ​ຂ່າວ ແລະ ສື່​ມວນ​ຊົນ​ຂັ້ນ​ສູນກາງ ແລະ ທ້ອງຖິ່ນເຂົ້າ​ຮ່ວມ. ໃນ​ພິທີ​ເປີດ ທ່ານ ​ປອ ນາງ ດາລາ​ວອນ ກິດ​ຕິ​ພັນ ໄດ້​ຍົກໃຫ້​ ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງການ​ ຮ່ວມ​ມື ເພື່ອ​ສົ່ງເສີມ​ຄວາມ​ສະ ເໝີພາບ​ຍິງ-ຊາຍ ແລະ ການປົກ ​ປ້ອງ​ເດັກ ໂດຍ​ທ່ານ​ໄດ້​ກ່າວ​ວ່າ: “ງານ​ໃນ​ມື້ນີ້ຍັງ​ເປັນ​ວາລະ​ສຳ ຄັນ​ເພື່ອ​ຢໍ້າຄືນ​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຄວາມ​ສະເໝີພາບ​ຍິງ-ຊາຍ ແລະ ການ​ປົກ​ປ້ອງ​ເດັກ ວ່າ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຄົນ ສິ່ງ​ດັ່ງກ່າວ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປະຕິບັດ​ປະຈຳ​ວັນ​ໃນ​ໂຮງຮຽນ ໃນ​ສະ​ຖາ​ບັນ ແລະ ໃນ​ວິທີ​ທີ່​ພວກ​ເຮົາ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ອະນາຄົດ​ຂອງ​ເດັກ​ທຸກ​ຄົນ. ການ​ຮ່ວມ​ມື​ນີ້ ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ໃນ​ການ​ຫັນ​ນະໂຍບາຍ​ໄປ​ສູ່ການຈັດຕັ້ງ​ປະຕິບັດ​ຕົວຈິງ ດ້ວຍເຄື່ອງມືທີ່​ນຳໃຊ້ ໄດ້ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມ​ຮັບ​ຮູ້​ຂອງສັງຄົມທີ່​ເພີ່ມ​ຂຶ້ນ. ພວກ​ເຮົາ​ຂໍ​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ສະໜັບສະໜູນຢ່າງ​ ຕໍ່​ເນື່ອງ​ຂອງ​ອົດ​ສະ​ຕຣາ​ລີຕໍ່​ວຽກ​ ງານ​ບຸລິມະສິດ​ທີ່​ສຳຄັນ​ເຫຼົ່າ​ນີ້”. ທ່ານ ນາງ ເບັນ​ນິ​ຕາ ຊຳ​ເມີ​ວິວ ກໍ​ໄດ້​ກ່າວ​ເນັ້ນ​ວ່າ: “ລັດຖະບານ​ອົດ​ສະ​ຕຣາ​ລີ ມີ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ຢືນ​ຢູ່​ຄຽງ​ຂ້າງ​ກະຊວງ ​ສສກ ໃນ​ການ​ສະໜັບສະໜູນ​ວຽກ​ງານ​ການ​ປົກ​ປ້ອງເດັກ ຄວາມ​ສະເໝີພາບ​ຍິງ-ຊາຍ ແລະ ຄວາມ​ເປັນ​ຜູ້ນຳ​ຂອງ​ແມ່ຍິງ​ໃນ​ຂະແໜງການ​ສຶກ​ສາ ສິ່ງ​ທີ່​ເຮັດ​ໃຫ້ການ​ຮ່ວມ​ມື​ນີ້​ມີ​ຄຸນຄ່າ​ຫຼາຍ ບໍ່​ແມ່ນ​ພຽງ​ແຕ່​ໄລຍະ​ເວລາ​ການ​ຮ່ວມ​ມື​ທີ່​ມາ​ຍາວ​ນານ ແຕ່​ຍ້ອນ​ຄວາມ​ສາມາດ​ໃນ​ການ​ຫັນປ່ຽນ​ໃຫ້​ໂຮງຮຽນ ແລະ ຊຸມ​ຊົນ ເຫັນ​ໄດ້​ເຖິງ​ຄຸນຄ່າ​ທີ່​ສຳຄັນ​ຂອງ​ວຽກ​ງານ​ທີ່​ໄດ້​ຮ່ວມ​ມື​ກັນ​ພັດທະນາ”. ກິດຈະກຳ​ໃນ​ຄັ້ງ​ນີ້ ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ສຳຄັນ​ຂອງ​ແມ່ຍິງ​ໃນ​ຂະແໜງການ​ສຶກ​ສາວິ ທະຍາສາດ ແລະ ກິລາໃນ​ຖານະ ​ຜູ້ນຳ​ທາງ​ຄວາມ​ຄິດ​ຜູ້ຕັດສິນໃຈ ແລະ ເປັນ​ຕົວ​ແທນ​ຂອງ​ການ​ປ່ຽນແປງ. ຄະນະ​ນຳ​ຂອງສະຫະ ພັນ​ແມ່ຍິງ ກະຊວງ ​ສສກ ໄດ້ນຳ ​ສະເໜີ​ຍຸດ​ທະ​ສາດແຜນ​ງານ 5 ປີ ແລະ ນຳພາ​ຜູ້​ເຂົ້າ​ຮ່ວມຊົມ​ງານ​ວາງສະແດງ​ກ່ຽວ​ກັບ​ປະຫວັດ ສາດ​ຂອງ​ສະຫະພັນ​ແມ່ຍິງ. ໂອກາດ​ດັ່ງກ່າວສູນ​ໂຄສະນາ​ຂ່າວສານ​ການ​ສຶກ​ສາ ແລະ ກິລາ ຮ່ວມ​ກັບພະ​ແນກ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ໄດ້​ນຳ​ສະເໜີວິ​ດີ​ໂອ​ໃໝ່ “ການ​ປົກ​ປ້ອງ ແລະ ຮັກສາ​ຄວາມ​ປອດ​ໄພ​ສຳລັບ​ເດັກ” ວີ​ດີ​ໂອ​ດັ່ງກ່າວ​ສ້າງ​ຂຶ້ນ​ໂດຍ​ອີງໃສ່​ຄຳ​ແນະນຳ​ກ່ຽວ​ກັບ​ການ​ປົກ ປ້ອງ​ເດັກ ຂອງ​ກະຊວງ ​ສສກ ເພື່ອ​ສື່ສານ​ຂໍ້ຄວາມ “ສິ່ງ​ທີ່​ຄວນ​ເຮັດ ແລະ ຫ້າມ​ເຮັດ” ຢ່າງ​ປອດ​ໄພ ເຂົ້າໃຈ​ງ່າຍ ແລະ ເໝາະ​ສົມ. ນອກຈາກ​ນັ້ນ ລັດຖະບານ​ອົດ​ສະ​ຕຣາ​ລີ ຍັງ​ໄດ້​ມອບ​ອຸປະກອນ​ຜະລິດ​ວີດີ​ໂອ ແລະ ອຸປະກອນ​ໄອ​ທີ (IT) ມູນ​ຄ່າ 37.662 ໂດ​ລາ​ອົດ​ສະ​ຕຣາ​ລີ (ປະມານ 585.793.000 ກີບ) ເພື່ອສະ ໜັບສະໜູນ​ວຽກ​ງານ​ຂອງ​ທີມ ​ງານ​ສື່ສານກະຊວງ ​ສສກ, ຫຼັງ​ ຈາກ​ພິທີ​ທາງ​ການໄດ້ມີການຈັດ ​ເຝິກອົບຮົມ​ໃຫ້​ແກ່​ທີມ​ງານ​ສື່​ມວນ​ຊົນ​ຂັ້ນ​ສູນ​ກາງທ້ອງຖິ່ນ ແລະ ນັກ​ຂ່າວ ເພື່ອ​ເສີມ​ສ້າງ ຄວາມ​ເຂົ້າໃຈກ່ຽວ​ກັບການລາຍ​ ງານ​ຂ່າວ​ທີ່​ມີ​ຄວາມ​ຮັບຜິດຊອບ ການ​ປົກ​ປ້ອງ​ເດັກ ການຖ່າຍ ຮູບ-ວິ​ດີ​ໂອ​ເດັກ​ຢ່າງ​ປອດ​ໄພ ແລະ ການ​ສື່ສານ​ທີ່​ສົ່ງເສີມ ຄວາມ​ສະເໝີພາບ​ຍິງ-ຊາຍໂດຍ​ຄູ​ເຝິກ​ຈາກ​ພະ​ແນກຄວາມກ້າວ ໜ້າ​ຂອງ​ແມ່ຍິງ ແລະ ມະຫາວິ ທະຍາໄລ​ແຫ່ງ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ