ສື່ມວນຊົນລາວ ສືບສານພາລະກິດປະຕິວັດ ກ້າວຫັນສູ່ຍຸກດິຈິຕ໋ອນ
ເວລາອອກຂ່າວ: 2026-08-05 09:11:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ: ![]()
ວັນສື່ມວນຊົນ ແລະ ການພິມຈຳໜ່າຍລາວ ຄົບຮອບ 76 ປີ ເປັນວາລະອັນສຳຄັນທີ່ພວກເຮົາໄດ້ຫວນຄືນເບິ່ງເສັ້ນທາງແຫ່ງການພັດທະນາຂອງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ລາວ ຕະຫຼອດໄລຍະເວລາ 76 ປີຜ່ານມາ. ນີ້ເປັນໂອກາດສຳລັບການລະນຶກເຖິງຜົນງານອັນພາກພູມໃຈຂອງບັນດານັກຂ່າວ, ນັກຂຽນ, ນັກພິມ, ນັກຖ່າຍຮູບ, ນັກຈັດລາຍການ, ພະນັກງານເຕັກນິກ ແລະ ຜູ້ປະກອບວຽກທຸກຂະແໜງ ທີ່ໄດ້ທຸ່ມເທສະຕິປັນຍາ ແລະ ແຮງກາຍແຮງໃຈ ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ.
ຕະຫຼອດໄລຍະຜ່ານມາ ສື່ມວນຊົນລາວໄດ້ປະຕິບັດພາລະກິດເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນ ໂດຍເຜີຍແຜ່ແນວ ທາງ, ນະໂຍບາຍ, ກົດໝາຍ ແລະ ຜົນງານການພັດທະນາໃນ ທຸກຂົງເຂດ. ພ້ອມກັນນັ້ນ; ຍັງເປັນເວທີສະທ້ອນສຽງຂອງປະ ຊາຊົນ, ສົ່ງເສີມຄວາມສາມັກຄີ, ປຸກລະດົມຄວາມຮັກຊາດ ແລະ ການຮ່ວມມືສ້າງປະເທດໃຫ້ຈະ ເລີນກ້າວໜ້າ.
ການພິມຈຳໜ່າຍເປັນອີກເສົາ ຄໍ້າໜຶ່ງຂອງວຽກງານສື່ມວນຊົນ. ປຶ້ມ, ໜັງສືພິມ, ວາລະສານ ແລະ ສິ່ງພິມຕ່າງໆ ໄດ້ມີບົດບາດສຳຄັນໃນການເຜີຍແຜ່ຄວາມຮູ້, ປູກຝັງຄຸນຄ່າທາງວັດທະນະທຳ, ຮັກສາພາສາລາວ ແລະ ຖ່າຍທອດມໍລະດົກທາງປັນຍາໃຫ້ແກ່ຄົນຮຸ່ນຫຼັງ. ເຖິງວ່າປັດຈຸບັນສື່ດິ ຈິຕ໋ອນຈະເຂົ້າມາມີບົດບາດຫຼາຍ ຂຶ້ນ ແຕ່ສິ່ງພິມກໍຍັງຄົງມີຄຸນຄ່າ ແລະ ເປັນແຫຼ່ງຂໍ້ມູນອ້າງອີງທີ່ ສຳຄັນ. ປັດຈຸບັນການພັດທະນາ ຂອງເຕັກໂນໂລຊີດິຈິຕ໋ອນ ແລະ ສື່ອອນລາຍໄດ້ນຳມາທັງໂອກາດ ແລະ ສິ່ງທ້າທາຍໃໝ່. ຂ່າວສານສາມາດເຜີຍແຜ່ໄດ້ຢ່າງວ່ອງໄວ ແຕ່ຂະນະດຽວກັນ ຂ່າວບິດເບືອນ ແລະ ຂ່າວບໍ່ຖືກຕ້ອງກໍ ສາມາດແຜ່ກະຈາຍໄດ້ຢ່າງໄວວາ. ດັ່ງນັ້ນ; ນັກຂ່າວ ແລະ ຜູ້ປະກອບວຽກສື່ມວນຊົນຈຶ່ງຕ້ອງຍຶດໝັ້ນຈັນຍາບັນວິຊາຊີບ, ກວດສອບຂໍ້ມູນຢ່າງລະອຽດ, ນຳສະເໜີຂ່າວຢ່າງຖືກຕ້ອງ, ຮອບດ້ານ ແລະ ທັນເວລາ.
76 ປີ ບໍ່ແມ່ນພຽງແຕ່ການສະຫຼອງຜົນສຳເລັດໃນອະດີດ ແຕ່ຍັງເປັນການກຳນົດທິດທາງໃໝ່ສຳລັບອະນາຄົດ. ສື່ມວນຊົນລາວຈະຕ້ອງສືບຕໍ່ພັດທະນາຄຸນນະພາບບຸກຄະລາກອນ, ນຳໃຊ້ເຕັກໂນໂລຊີໃໝ່, ສ້າງເນື້ອຫາທີ່ມີຄຸນຄ່າ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມໃນຍຸກດິຈິຕ໋ອນ. ຂະນະດຽວກັນ ການພິມຈຳໜ່າຍກໍຄວນປັບຕົວສູ່ຮູບແບບໃໝ່ ດ້ວຍການປະສານລະຫວ່າງສິ່ງພິມແບບດັ້ງເດີມ ແລະ ສື່ດິຈິຕ໋ອນ, ສ້າງຊ່ອງທາງໃໝ່ໃນການເຂົ້າເຖິງຜູ້ອ່ານ, ເພີ່ມປະສິດທິພາບການຜະລິດ ແລະ ຂະຫຍາຍການເຜີຍແຜ່ຜົນງານໃຫ້ກວ້າງຂວາງຍິ່ງຂຶ້ນ.
ວັນສື່ມວນຊົນ ແລະ ການພິມຈຳໜ່າຍລາວ ຄົບຮອບ 76 ປີ ຈຶ່ງເປັນທັງວັນແຫ່ງຄວາມພາກພູມໃຈ, ການລະນຶກເຖິງຜົນງານໃນ ອະດີດ ແລະ ການປະກາດຄວາມມຸ່ງໝັ້ນສືບຕໍ່ພັດທະນາວົງການສື່ມວນຊົນ ແລະ ການພິມຈຳໜ່າຍຂອງລາວ ໃຫ້ກ້າວໜ້າສົມກັບຍຸກສະໄໝ ແລະ ສືບຕໍ່ປະກອບສ່ວນຢ່າງສຳຄັນໃນການປົກປັກຮັກ ສາ ແລະ ພັດທະນາຊາດລາວຕະ ຫຼອດໄປ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















