ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ໂຮງຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307 ສະຫຼຸບ​ວຽກ​ງານ ​ປກຊ-​ປກສ ກັບ ບ້ານລາດ​ຄວາຍ
ເວລາອອກຂ່າວ: 2026-08-05 09:02:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ລະຫວ່າງ​ໂຮງຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307 ກັບ ບ້ານ​ລາດ​ຄວາຍ ເມືອງ​ໄຊ​ທານີນະ ຄອນຫຼວງ​ວຽງ​ຈັນ ປະຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນ ການ​ປະຈຳ​ປີ 2026 ໄດ້​ຈັດ​ຂຶ້ນ​ ໃນ​ບໍ່​ດົນ​ຜ່ານ​ມາ, ເຂົ້າຮ່ວມມີ​ ສະຫາຍ ພັນ​ເອກ ສີເຟືອງ ແກ້ວ​ບົວ​ພອນ ຫົວໜ້າການ​ເມືອງ ໂຮງ ຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307, ສະ ຫາຍ ພັນ​ເອກ ບຸນ​ສະຫຼອງ ວິໄລ​ຫານ ຫົວໜ້າ​ການ​ທະຫານ​ໂຮງ ຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307, ສະ ຫາຍ ຂັນໄຊ ແກ້ວ​ພັນ​ຄຳ ຄະນະ​ພັກ​ຮາກ​ຖານ ຕາແສງ​ທ່າ​ງ່ອນ ນາຍບ້ານ ບ້ານ ລາດ​ຄວາຍ, ຂະ ແໜງການ​ທີ່​ກ່ຽວຂ້ອງ, ກຳລັງ ​ປກຊ-​ປກສ ບ້ານ​ລາດ​ຄວາຍ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ທັງ​ສອງ​ຝ່າຍ​ໄດ້​ຜັດປ່ຽນ​ກັນ​ສະຫຼຸບ​ການ ເຄື່ອນໄຫວ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ປະຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ປີ 2026 ເຫັນ​ວ່າ: ໃນ​ໄລຍະ 1 ປີຜ່ານມາ ໂຮງຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307 ກັບ ບ້ານ​ລາດ​ຄວາຍ ໄດ້​ມີ​ການ​ປະສານ​ສົມທົບ​ແໜ້ນ​ຂົງເຂດ​ວຽກ​ງານ ​ປກຊ-​ປກສ ແລະ ວຽກ​ງານ​ອື່ນໆ​ທີ່​ປິ່ນ​ອ້ອມ; ເຊິ່ງ​ບ້ານ​ລາດ​ຄວາມ ເປັນ​ບ້ານ​ຮາກ​ຖານ​ໜຶ່ງ​ທີ່​ໂຮງຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307 ຮັບຜິດຊອບ​ໃນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ; ຍາມ​ໃດ​ທັງ​ສອງ​ພາກສ່ວນ​ກໍມີ​ການ​ປະສານ​ກັນ​ຢ່າງ​ກົມກຽວ​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມສະຫງົບ​ໂດຍ​ພື້ນຖານ, ພະນັກງານ-ນັກຮົບ ແລະ ພໍ່​ແມ່​ປະຊາຊົນ ມີ​ແນວ​ຄິດ​ອຸ່ນ​ອຽນທຸ່ນ ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ມີ​ສະຕິ​ກຽມພ້ອມ​ສູ້​ຮົບ ແລະ ມີ​ຄວາມ​ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ປະຊາຊົນ​ໄດ້​ເຄື່ອນ​ໄຫວ​ທຳ​ມາ​ຫາ​ກິນ​ຖືກຕ້ອງ​ຕາມ​ກົດໝາຍ, ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ທ້ອງຖິ່ນ​ບ້ານ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ. ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ປະສານ​ສົມທົບ​ກັນ​ໃນ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ​ເປັນຕົ້ນ​ແມ່ນ​ໄດ້​ຈັບ​ກຸມ​ບຸກຄົນ​ທີ່​ເຄື່ອນ​ໄຫວ​ລັກ​ຊັບ​ພົນລະເມືອງ​ໄດ້ 16 ຄັ້ງ, ແກ້​ໄຂ​ຄະດີ​ມົ້ວ​ສຸມ​ຢາ​ເສບ​ຕິດ 6 ຄັ້ງ, ອາ​ລະ​ວາດ​ຕີ​ກັນ 7 ຄັ້ງ, ແກ້​ໄຂ​ອຸບັດ​ຕິ​ເຫດ​ໄດ້ 17 ຄັ້ງ, ພ້ອມ​ນັ້ນ​ຍັງ​ໄດ້​ເປັນ​ເຈົ້າ​ການ​ປ້ອງ​ກັນ​ເວນຍາມ-ກວດກາ​ລາດຕະເວນ​ໃນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ ໄດ້ 37 ຄັ້ງ, ປ້ອງ​ກັນ​ງານ​ບຸນ​ປະເພນີ​ໄດ້ 3 ຄັ້ງ, ໄດ້​ສົມທົບ​ກຳລັງ​ກັບ ​ປກສ ເມືອງ-​ປກສ ຕາແສງ ທ່າ​ງ່ອນ ລົງ​ຕິດຕາມ​ເປົ້າ​ໝາຍ​ຄ້າຂາຍ​ຢາ​ເສບ​ຕິດ​ໄດ້ 4 ຄັ້ງ ກັກ​ຕົວ​ໄດ້ 4 ຄົນ, ຍິງ 1 ຄົນ ສາມາດ​ຍຶດ​ຢາ​ບ້າ​ໄດ້ 221 ເມັດ ມອບ​ໃຫ້ ​ປກສ ເມືອງ​ໄຊ​ທານີ ດຳເນີນ​ຄະດີ​ຕາມ​ກົດໝາຍ, ລົງ​ກວດກາ​ການ​ມົ້ວ​ສຸມ​ຂອງ​ກຸ່ມ​ໄວ​ໜຸ່ມ​ທີ່​ຕົ້ມ​ນ້ຳ​ກະທ່ອມ​ໄດ້ 19 ຄັ້ງ ແລະ ສຶກ​ສາ​ອົບຮົມ​ຢູ່​ຂັ້ນ​ບ້ານ. ໂອກາດ​ດຽວ​ກັນ​ນີ້, ທັງ​ສອງ​ຝ່າຍ​ຍັງ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ ເຊິ່ງ​ກັນ ແລະ ກັນ​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ກັນ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ແລະ ສືບຕໍ່​ວາງ​ຄາດໝາຍ​ສູ້​ຊົນ​ໃນຕໍ່ໜ້າ​ເພື່ອ​ສ້າງ​ໃຫ້​ບ້ານ​ລາດ​ຄວາຍ ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ພ້ອມ​ດຽວ​ກັນ​ນີ້, ອຳນາດການປົກຄອງບ້ານລາດ ຄວາຍ ຍັງ​ໄດ້​ມອບ​ອຸປະກອນ​ກິລາ​ຈຳນວນ​ໜຶ່ງ​ໃຫ້​ໂຮງຮຽນ​ເຫຼົ່າ​ຮົບ​ກົດ​ລັບ 307 ແລະ ຮ່ວມ​ກັນ​ສ້າງ​ຂະ​ບວນ​ການ​ບານເຕະ​ມິດຕະພາບ​ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ. ໂດຍ: ແກ່ນ​ຕາ ສີ​ລິ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ