ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ສານທະຫານພາກເໜືອ ເຜີຍແຜ່, ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-08-04 15:27:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 816 | ຄວາມນິຍົມ:



ວັນທີ 4 ສິງຫາ 2026 ນີ້, ສານທະຫານພາກເໜືອ ໄດ້ເຜີຍແຜ່, ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄຊຍະພອນ ພິຈິດ ປະທານສານທະຫານພາກເໜືອ, ມີຄະນະພັກ-ຄະນະບັນຊາ, ພະນັກງານ, ສະມາຊິກພັກ ແລະ ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເພັງ ວົງຄໍາທອງ ຮອງປະທານສານທະຫານພາກເໜືອ ໄດ້ຜ່ານຄໍາສັ່ງແນະນໍາ ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ສະຫາຍ ພັນໂທ ລິນເສີມ ບົວລະພາ ຮອງປະທານສານທະຫານພາກເໜືອ ໄດ້ຜ່ານເນື້ອໃນ ມະຕິກອງປະຊຸທໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ໂອກາດນີ້, ສະຫາຍ ພັນເອກ ໄຊຍະພອນ ພິຈິດ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ພ້ອມກັນເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ອຸດົມການຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກຢ່າງແທ້ຈິງ, ມີນໍາໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ເອົາໃຈໃສ່ເພີ່ມທະວີບົດບາດ ຂອງສານ ຍືດໝັ້ນຕາມຫຼັກການຂອງກົດໝາຍ, ປະຕິບັດໜ້າທີ່ໃຫ້ມີຄວາມປອດໃສ, ຍຸຕິທໍາ ມີຈັນຍາບັນ, ຈັນຍາທໍາ ຕໍ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ນໍາພາກົມກອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຕາມທິດເພິງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົ້ນເອງ ເພື່ອສ້າງເງື່ອນໄຂ ຮັບປະກັນແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນເປັນກ້າວໆ. ໂດຍ: ບົວໄລ ໄຊຄໍາຜຸຍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ