ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2026-08-04 15:24:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 787 | ຄວາມນິຍົມ: ![]()
ວັນທີ 31 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໂດຍການຕ້ອນຮັບ ຂອງສະຫາຍ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພັກ,-ຄະນະນຳຂອງແຂວງ.
ສະຫາຍ ວັນໄຊ ພອງສະຫວັນ ໄດ້ໂອ້ລົມຕໍ່ບັນດາ ຄະນະພັກ-ຄະນະນຳຂອງແຂວງ, ອະດີດການນຳແຂວງ, ພະນັກງານ-ນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ເຊິ່ງໄດ້ເນັ້ນຽກໃຫ້ເອົາໃຈໃສ່ໃນການສ້າງແຜນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ການພັດທະນາເສດຖະກິດແຂວງຫຼວງນໍ້າທາ ເປັນຕົ້ນ ແມ່ນການປຸກການລ້ຽງ, ດ້ານອຸດສາຫະກໍາ, ການບໍລິກນການທ່ອງທ່ຽວ, ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຢູ່ພາຍໃນແຂວງ, ເສດຖະກິດພູມປັນຍາ ຂອງປະຊາຊົນ ເພື່ອເຮັດໃຫ້ເຂົາເຈົ້າໄດ້ມີການຜະລິດເປັນສິນຄ້າ ສ້າງລາຍຮັບຕົວຈິງໃຫ້ປະຊາຊົນ ໂດຍສະເພາະແມ່ນການປູກ-ການລ້ຽງໃຫ້ກາຍເປັນກຸ່ມຜະລິດ, ກຸ່ມລ້ຽງ ໃຫ້ມີການນໍາພາ-ຊີ້ນຳຕົວຈິງ ໂດຍມີແຜນການແຜນງານລະອຽດ ຊຸກຍູ້ສົ່ງເສີມຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊົນ, ສຸມໃສ່ການຜະລິດເພື່ອເປັນການສົ່ງເສີມພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າ ຕິດພັນກັບການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ; ກວດກາຄືນບັນດາໂຄງການລົງທຶນຕ່າງໆ ລວມທັງໂຄງການຂອງລັດ, ການລົງທຶນ ຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ຄຸ້ມຄອງປົກປັກຮັກສາປ່າໄມ້, ສິ່ງແວດລ້ອມບໍ່ໃຫ້ຖືກທຳລາຍ; ດຶງດູດນັກທ່ອງທ່ຽວດ້ວຍການເອົາໃຈໃສ່ການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ ເອົາໃຈໃສ່ປັບປຸງຍົກລະດັບ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວ ມີລາຍຮັບຫຼາຍຂຶ້ນ, ປົກປັກຮັກສາແຫຼ່ງທ່ອງທ່ຽວທຳມະຊາດໃຫ້ມີຄວາມສວຍງາມ, ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ທີ່ເປັນເອກະລັກ ຂອງທ້ອງຖິ່ນໃຫ້ມີການຊຸກຍູ້ສົ່ງເສີມລວມເຖິງຜະລິດຕະພັນທີ່ເປັນຂອງຕ້ອນ ຂອງຝາກຕ່າງໆ; ເອົາໃຈໃສ່ຊຸກຍູ້ຜູ້ປົກຄອງໃຫ້ສົ່ງເສີມລູກຫຼານທີ່ມີອາຍຸເກນເຂົ້າຮຽນໃຫ້ໄດ້ເຂົ້າໂຮງຮຽນ, ພັດທະນາຄູ-ອາຈານ ເພື່ອຍົກລະດັບການຮຽນການສອນ ຂອງຄູ-ອາຈານຢູ່ໃນແຕ່ລະໂຮງຮຽນ ເພື່ອສ້າງການຫັນປ່ຽນໃນວິທີການຮຽນການສອນ ໂດຍສະເພາະແມ່ນໂຮງຮຽນສາມັນ ແລະ ວິຊາຊີບຕ່າງໆ; ເອົາໃຈໃສ່ສືບຕໍ່ປັບປຸງຍົກລະດັບການບໍລິການ ຂອງແພດໝໍ ຢູ່ໃນໂຮງໝໍ, ສຸກສາລາ ລວມທັງການບໍລິການໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວ ເພື່ອສ້າງຄວາມໝັ້ນໃຈໃນການຕັດສິນໃຈເຂົ້າມາທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ; ເອົາໃຈໃສ່ສ້າງແຜນກຳນົດພັດທະນາສີມືແຮງງານ, ຄຸ້ມຄອງແຮງ, ເຝິກອົບຮົມ ເພື່ອຍົກລະດັບສີມືແຮງງານໃນຖັນແຖວຊາວໜຸ່ມເພື່ອສ້າງໃຫ້ເຂົາເຈົ້າມີວຽກເຮັດງານທຳທີ່ໝັ້ນຄົງໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ຂະແໜງແຮງງານຕ້ອງເປັນເຈົ້າການໃນການຕິດຕາມຄຸ້ມຄອງໃນການສ້າງແຜນພັດທະນາສີມືແຮງງານ ສົມທົບກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ; ສືບຕໍ່ເອົາໃຈໃສ່ໃນການຊີ້ນຳ ແລະ ຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແຂງແຮງກວ່າເກົ່າ ເອົາໃຈໃສ່ໃນການການແແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມ, ບັນຫາຢາເສບຕິດ, ການຄ້າຂາຍສິ່ງຜິດກົດໝາຍ, ບັນຫາກຸ່ມແກ້ງຕ່າງໆ ທີ່ຈະກາຍເປັນຜົນສະທ້ອນທາງລົບ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ, ສອງກຳລັງຕ້ອງເປັນເຈົ້າການຕິດຕາມເຄື່ອນໄຫວລາດຕະເວນ, ເພີ່ມທະວີໃນການປັບປຸງ ປກສ ບ້ານ ເພື່ອໃຫ້ຮູ້ເຮັດໜ້າທີ່ພັນທະ ໃນປົກການປັກຮັກສາຄວາມສະຫງົບຂອງບ້ານ ເພື່ອເປັນກຳລັງແຮງຊ່ວຍກຳລັງຫຼວງກຳລັງທ້ອງຖິ່ນ ຮັບປະກັນໃຫ້ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ການກໍ່ສ້າງພັກ-ພະນັກງານ ການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງການຈັດຕັ້ງພັກໃຫ້ມິຄວາມເຂັ້ມແຂງສາມາດເປັນແກນນໍາທີ່ແທ້ຈິງ ຢູ່ໃນລະບົບການເມືອງ, ວຽກງານຂະຫຍາຍພັກໃຫ້ຖືເປັນວຽກງານທີ່ສຳຄັນ ຂອງຄະນະພັກ, ຂອງໜ່ວຍພັກໃນການຂະຫຍາຍພັກ ເອົາໃຈໃສ່ໃນການສຶກສາຮົບຮົມວັດຖຸປະສົງ ຂອງການເຂົ້າພັກໃຫ້ເຫັນພາລະບົດບາດຂອງການຈັດຕັ້ງພັກ, ສະມາຊິກພັກ ເພື່ອເປັນການສ້າງຄວາມເຂົ້າໃຈ ຂອງມະຫາຊົນເປັນ ສຶກສາຮົບຮົມທາງດ້ານອຸດົມການ, ວັດຖຸປະສົງການເຂົ້າພັກ, ເອົາໃຈໃສ່ໃນການຄຸ້ມຄອງບໍາລຸງກໍ່ສ້າງພະນັກງານໃນຂະນວນການວຽກງານຕົວຈິງ ແລະ ຢູ່ຮາກຖານ, ກຳໃຫ້ໄດ້ທ່າແຮງ ຂອງພະນັກງານ ທາງດ້ານການເມືອງ ຄຸນສົມບັດ, ພອນສະຫວັນ, ຄວາມຮູ້ຄວາມສາມາດ ເພື່ອໃຫ້ການສັບຊ້ອນໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ຫຼີກລ່ຽງການສັບຊ້ອນຈັດວາງໂດຍບໍ່ໄດ້ມີການຕີລາຄາການປະເມີນ, ແຂ່ງຂັນຮັບຜິດຊອບ ລະຫວ່າງ ເມືອງ ກັບຕາແສງ ກັບບ້ານ; ວຽກງານກວດກາ ເອົາໃຈໃສ່ຖືເອົາວຽກງານກວດກາເປັນໜຶ່ງໃນພາລະບົດບາດການນຳພາຂອງພັກ, ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ເພື່ອຊອກໃຫ້ເຫັນດ້ານດີ ຜົນສຳເລັດດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ຂອງການຈັດຕັ້ງ ເພື່ອປັບປຸງປ່ຽນແປງ, ຖ້າກວດເຫັນການລະເມີດ ຕ້ອງໄດ້ປະຕິບັດຕາມກົດໝາຍ ພ້ອມນີ້ ກໍເປັນການປ້ອງກັນບໍ່ໃຫ້ມີການລະເມີດ, ຜູ້ເຮັດວຽກກວດກາເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກ ຕ້ອງມີສາຍຕາແຫຼມຄົມ, ຫູໄວ ໃຈສັດຊື່ ມືສະອາດ; ການປະຕິບັດລະບົບ ສອງຫົວໜ້າ ລະຫວ່າງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ກັບປະທານຄະນະກໍາມະການປົກຄອງ ຕ້ອງເບິ່ງຂໍ້ກົນນົດ ແລະ ລະບຽບການທີ່ກຳນົດໄວ້ ເພື່ອບໍ່ໃຫ້ມີວຽກທີ່ເປັນການຊໍ້າຊ້ອນກ້າວກ່າຍ ຕ້ອງໄດ້ເຮັດຕາມພາລະບົດບາດ, ເລຂາ ກໍຕ້ອງເຮັດໜ້າທີ່ໃນການນຳພາຊຸກຍູ້ຕິດຕາມ, ກວດກາໃນການນຳພາຈັດຕັ້ງປະຕິບັດ ປະທານອົງການປົກຄອງກໍເຮັດໜ້າທີ່ບໍລິຫານ; ການນໍາພາ ຂອງຄະນະພັກ ຕ້ອງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ໃນຖັນແຖວພະນັກງານ-ສະມາຊິກພັກ, ສະຫາຍເລຂາຮອງເລຂາ ຕ້ອງເປັນຄັນທຸງນຳໜ້າ ເພື່ອເຕົ້າຮົມກຳລັງແຮງໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ຍົກສູງຄວາມຮັບຜິດຊອບ ເປັນເຈົ້າການ ຕ້ອງເສຍສະຫຼະ ເຮັດໜ້າທີ່ຕາມການມອບໃຫ້ມີຜົນສຳເລັດ.
ພ້ອມນີ້, ໄດ້ມອບເງິນຈຳນວນ 100.000.000 ກີບໃຫ້ແຂວງ; ມອບຄອມພິວເຕີ ແລະ ປີ່ນເຕີ 2 ຊຸດ ໃຫ້ຄະນະກວດກາແຂວງ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















