ກອງພົນທີ 3 ປະກາດການແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ
ເວລາອອກຂ່າວ: 2026-08-04 15:05:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 550 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ກອງພົນທີ 3 ໄດ້ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ ຢູ່ບັນດາອົງການ, ກົມກອງ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄໍາຕັນ ແສງມາລາພອນ ຄະນະປະຈໍາພັກກອງພົນ, ຫົວໜ້າຫ້ອງການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ຂອງກອງພົນທີ 3 ວ່າດ້ວຍການແຕ່ງຕັ້ງ ພະນັກງານທີ່ຮຽນຈົບການແພດຈາກບັນດາໂຮງຮຽນ ເຂົ້າເຮັດວຽກວິຊາສະເພາະແພດ ຢູ່ບັນດາອົງການ, ກົມກອງ ກອງພົນທີ 3, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ພະນັກງານທີ່ຮຽນຈົບວິຊາສະເພາະຈາກວິທະຍາຄານ ຂອງກອງທັບ ຊ່ວຍວຽກຢູ່ອົງການກົມກອງ ກອງພົນທີ 3 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງພົນທີ 3. ພ້ອມນີ້, ຍັງໄດ້ຜ່ານຄໍາສັ່ງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຍ້າຍນາຍທະຫານ ຈໍານວນ 33 ຢູ່ ກອງພົນທີ 3 ໄປໃຫ້ກອງພັນສ້ອມແປງເຄື່ອນທີ່ເລກ 2.
ຈາກນັ້ນ, ສະຫາຍ ພັນໂທ ທອງສຸກ ຈັນທະລັດ ຮອງຫົວໜ້າພະແນກກຳລັງພົນ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ຂອງກອງພົນທີ 3 ວ່າດ້ວຍການປະກອບນາຍສິບ ໃຫ້ກອງພັນສ້ອມແປງເຄື່ອນທີ່ເລກ 2 ຈໍານວນ 15 ສະຫາຍ.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















