ປະກາດການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2026-08-04 14:29:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ພະແນກການ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງຈັນ ອິນວົງສານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ໄມນ້ອຍ ໄຊຍະວົງສາ ເປັນຫົວໜ້າພະແນກຈັດຕັ້ງ-ບໍລິຫານ, ສະຫາຍ ພັນໂທ ນາງ ນິດສະຫວັນ ມະໂນລາ ເປັນຫົວໜ້າພະແນກການເງິນ-ການບັນຊີ ແລະ ສະຫາຍ ຮ້ອຍເອກ ຄໍາອ່ອນ ສໍມະນີສອນ ເປັນຫົວໜ້າພະແນກແຜນການ-ການຕະຫຼາດ ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ, ມີຄວາມສາມັກຄີ, ກໍ່ສ້າງຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ, ສືບຕໍ່ເຮັດສໍາເລັດທຸກໜ້າທີ່ວຽກງານວິຊາສະເພາະ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄໍາປະສົງ ລາດຊະວົງ
ພາບ: ວິຊາການກົມກອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















