ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ສື່ດິຈິຕອນ ເປັນຂົວເຊື່ອມຕໍ່ ລະຫວ່າງ ພັກ ກັບ ປະຊາຊົນ ດ້ວຍຂ່າວສານທີ່ຖືກຕ້ອງ ທັນເວລາ ແລະ ໜ້າເຊື່ອຖື
ເວລາອອກຂ່າວ: 2026-08-04 12:04:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ໃນຍຸກທີ່ໂລກກຳລັງປ່ຽນແປງຢ່າງວ່ອງໄວ ຈາກການປະຕິວັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ສື່ດິຈິຕອນ ໄດ້ກາຍເປັນພະລັງສຳຄັນທີ່ສຸດຢ່າງໜຶ່ງໃນການສື່ສານ, ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການເຊື່ອມໂຍງລະຫວ່າງ ພັກ, ລັດ ແລະ ປະຊາຊົນ. ສື່ດິຈິຕອນ ບໍ່ແມ່ນພຽງແຕ່ຊ່ອງທາງໃນການຖ່າຍທອດຂ່າວສານເທົ່ານັ້ນ ແຕ່ຍັງເປັນເຄື່ອງມືສຳຄັນໃນການເຜີຍແຜ່ແນວທາງ, ນະໂຍບາຍ ແລະ ມະຕິຂອງພັກ ໃຫ້ເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ. ໃນໄລຍະໃໝ່ ຂອງການປະຕິຮູບ ແລະ ການພັດທະນາປະເທດ ພັກ ໄດ້ໃຫ້ຄວາມສຳຄັນ ຕໍ່ການນຳໃຊ້ເຕັກໂນໂລຊີດິຈິຕອນໃນທຸກຂົງເຂດ ລວມທັງວຽກງານສື່ສານ ແລະ ໂຄສະນາ ເຊິ່ງການນຳໃຊ້ສື່ດິຈິຕອນຢ່າງມີປະສິດທິຜົນ ຈະຊ່ວຍຍົກລະດັບຄຸນນະພາບວຽກງານ, ສ້າງຄວາມເຂົ້າໃຈ ແລະ ເພີ່ມຄວາມໃກ້ຊິດ ລະຫວ່າງ ພັກ ກັບ ປະຊາຊົນ. ສະຫາຍ ພັນໂທ ແສງພະຈັນ ແສງວົງໄຊ ຫົວໜ້າພະແນກຂ່າວເອເລັກໂຕຣນິກ ກອງບັນນາທິການໜັງສືພິມກອງທັບ ໄດ້ໃຫ້ທັດສະນະ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ວ່າ: ຈຸດເດັ່ນ ຂອງສື່ດິຈິຕອນ ຄື: ຄວາມວ່ອງໄວ, ການເຂົ້າເຖິງງ່າຍ ແລະ ສາມາດສື່ສານໄດ້ແບບຫຼາຍຊ່ອງທາງ ໂດຍປະຊາຊົນສາມາດຮັບຮູ້ຂໍ້ມູນຂ່າວສານ ແລະ ສະແດງຄວາມຄິດເຫັນໄດ້ຢ່າງວ່ອງໄວ ເຮັດໃຫ້ການສື່ສານມີຄວາມໂປ່ງໃສ ແລະ ເຂົ້າໃຈຫຼາຍຂຶ້ນ. ສຳລັບ ພັກ-ລັດ ສື່ດິຈິຕອນ ເປັນເຄື່ອງມືສຳຄັນໃນການເຜີຍແຜ່ແນວທາງ, ນະໂຍບາຍ ແລະ ຜົນການຈັດຕັ້ງປະຕິບັດໄປສູ່ປະຊາຊົນຢ່າງທັນເວລາ ແລະ ກວ້າງຂວາງ ເຊິ່ງໃນອະດີດ ການໂຄສະນາ ແມ່ນອາໄສໜັງສືພິມ, ວິທະຍຸ, ໂທລະພາບ ແລະ ກອງປະຊຸມ. ປັດຈຸບັນ ສື່ດິຈິຕອນ ໄດ້ເພີ່ມຮູບແບບໃໝ່ເຊັ່ນ: ເວັບໄຊ, ເຟສບຸກ, ຢູທູບ, ຕິກຕ໋ອກ ແລະ ແອັບພລີເຄຊັນຕ່າງໆ ເຮັດໃຫ້ການໂຄສະນາມີຄວາມຫຼາກຫຼາຍ ເຂົ້າເຖິງຄົນຮຸ່ນໃໝ່ໄດ້ດີຂຶ້ນ ແລະ ສາມາດນຳສະເໜີເນື້ອຫາໄດ້ຢ່າງໜ້າສົນໃຈ. ຄວາມກ້າວໜ້າ ຂອງສື່ດິຈິຕອນ ກໍນຳມາເຊິ່ງສິ່ງທ້າທາຍ ເຊັ່ນ: ຂ່າວບິດເບືອນ ແລະ ຂ່າວປອມ ສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ. ດັ່ງນັ້ນ, ອົງກອນສື່ ຂອງພັກ ຈຶ່ງຄວນຜະລິດເນື້ອຫາທີ່ຖືກຕ້ອງ, ກວດສອບໄດ້ ແລະ ນຳສະເໜີຂໍ້ມູນຢ່າງທັນເວລາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ. ຄວາມສຳເລັດຂອງວຽກງານສື່ດິຈິຕອນຂຶ້ນກັບຄຸນນະພາບຂອງບຸກຄະລາກອນ, ນັກຂ່າວ ແລະ ຜູ້ປະກອບວຽກສື່ຕ້ອງຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຜະລິດວິດີໂອ, ການອອກແບບສື່ດິຈິຕອນ, ການວິເຄາະຂໍ້ມູນ ແລະ ການນໍາໃຊ້ປັນຍາປະດິດ (AI) ຢ່າງເໝາະສົມ ຄວບຄູ່ກັບການຍຶດໝັ້ນຈັນຍາບັນວິຊາຊີບ. ສະຫາຍ ພັນໂທ ແສງພະຈັນ ແສງວົງໄຊ ໃຫ້ທັດສະນະຕື່ມອີກວ່າ: ໃນໄລຍະໃໝ່ ຂອງການພັດທະນາປະເທດ, ສື່ດິຈິຕອນເປັນທັງໂອກາດ ແລະ ຄວາມທ້າທາຍ, ການນໍາໃຊ້ສື່ດິຈິຕອນຢ່າງຖືກທິດທາງ ຈະຊ່ວຍເພີ່ມປະສິດທິຜົນໃນວຽກງານໂຄສະນາ, ການສື່ສານ ແລະ ການປຸກລະດົມມວນຊົນ ພ້ອມທັງສ້າງຄວາມເຂົ້າໃຈອັນດີລະຫວ່າງ ພັກ ແລະ ປະຊາຊົນ. ດັ່ງນັ້ນ, ການພັດທະນາສື່ດິຈິຕອນຄວບຄູ່ກັບການພັດທະນາບຸກຄະລາກອນ, ການຍົກສູງຈັນຍາບັນວິຊາຊີບ ແລະ ການຜະລິດເນື້ອຫາທີ່ມີຄຸນນະພາບ ຈະເປັນປັດໄຈສຳຄັນໃນການເຮັດໃຫ້ວຽກງານຂອງພັກ ມີປະສິດທິຜົນສູງຂຶ້ນ, ທັນກັບຍຸກສະໄໝ ແລະ ປະກອບສ່ວນໃນການສ້າງສາປະເທດໃຫ້ພັດທະນາຢ່າງໝັ້ນຄົງ, ຍືນຍົງ ແລະ ທັນສະໄໝ. ໂດຍ: ໂຊເລ້ ບຸນເຮືອງ+ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ