ພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນ ແຂວງໄຊຍະບູລີ ສປປ ລາວ ກັບ ຄະນະຜູ້ແທນ ແຂວງ ລາວກ່າຍ ສສ ຫວຽດນາມ
ເວລາອອກຂ່າວ: 2026-08-04 10:45:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ: ![]()
ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນ ແຂວງໄຊຍະບູລີ ສປປ ລາວ ແລະ ຄະນະຜູ້ແທນ ແຂວງລາວກ່າຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2026 ນີ້, ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງໄຊຍະບູລີ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ແລະ ທ່ານ ຮວາງ ຢາງ ຮອງເລຂາພັກແຂວງ, ຜູ້ປະຈໍາການ, ປະທານສະພາປະຊາຊົນ ແຂວງລາວກ່າຍ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ດວງຕາ ໄຊວຸດ ໄດ້ລາຍງານສະພາບ ຂອງແຂວງໄຊຍະບູລີ ໂດຍສັງເຂບ ເຊິ່ງມີບາງຕອນ ວ່າ: ແຂວງໄຊຍະບູລີ ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອ ຂອງ ສປປ ລາວ, ພື້ນທີ່ທັງໝົດແມ່ນຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ, ມີເນື້ອທີ່ 16.389 ກິໂລຕາແມັດ, ເຂດພູດອຍກວມເອົາ 80% ມີຊາຍແດນ ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບ 6 ຈັງຫວັດ ຂອງຣາຊະອານາຈັກໄທ, ມີຄວາມຍາວເຖິງ 647 ກວ່າກິໂລແມັດ, ທິດເໜືອ ແລະ ທິດຕາເວັນອອກ ຕິດກັບ 4 ແຂວງ ຂອງ ສປປ ລາວ ປະກອບມີ 11 ເມືອງ, 45 ຕາແສງ, 430 ບ້ານ, ມີພົນລະເມືອງ ທັງໝົດ 4 ແສນກວ່າຄົນ, ປະກອບມີ 8 ເຜົ່າ ແລະ ມີດ່ານຮ່ວມກັບຣາຊະອານາຈັກໄທ 13 ແຫ່ງ ໃນນັ້ນ, ດ່ານສາກົນ 4 ແຫ່ງ, ດ່ານປະເພນີ 9 ແຫ່ງ, ມີແຫຼ່ງທ່ອງທ່ຽວ 149 ແຫ່ງ ໃນນີ້, ແຫຼ່ງທ່ອງທ່ຽວ ທາງທໍາມະຊາດ 107 ແຫ່ງ, ທາງປະຫວັດສາດ 11 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທໍາ 31 ແຫ່ງ, ແຫຼ່ງທ່ອງທ່ຽວ ທີ່ໄດ້ພັດທະນາແລ້ວ 69 ແຫ່ງ. ການພັດທະນາເສດຖະກິດ ຂອງແຂວງ ແມ່ນອີງໃສ່ 3 ທ່າແຮງທີ່ເປັນເສົາຄໍ້າ ຄື: ຖືເອົາການຜະລິດກະສິກຳ ຕິດພັນກັບການປຸງແຕ່ງ ເພື່ອສົ່ງອອກເປັນທ່າແຮງ, ເອົາການຜະລິດອຸດສາຫະກຳພະລັງໄຟຟ້າເປັນພື້ນຖານ, ການບໍລິການທາງຜ່ານຕິດພັນກັບການຄ້າຊາຍແດນ ເປັນຕ່ອງໂສ້, ເປັນຈຸດເຊື່ອມຕໍ່ກັບບັນດາແຂວງ ແລະ ປະເທດໃກ້ຄຽງ, ຮັບປະກັນໃຫ້ເສດຖະກິດ ຂອງແຂວງເຕີບໂຕ ສະເລ່ຍ 4,5% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.108 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 2.567 ໂດລາສະຫະລັດຕໍ່ປີ, ສິນຄ້າທີ່ເປັນປາຍແຫຼມ ຂອງແຂວງ ຍັງແມ່ນການປູກຝັງ-ລ້ຽງສັດ, ທົ່ວແຂວງມີໂຮງງານແປ້ງມັນຕົ້ນ 3 ແຫ່ງ, ໂຮງງານຢາງພາລາ 2 ແຫ່ງ, ໂຮງງານລ້າງຄັດເກດໝາກຖົ່ວເຫຼືອງ 4 ແຫ່ງ, ການປູກເຂົ້າໃນເນື້ອທີ່ 49,600 ກວ່າເຮັກຕາ, ຜົນຜະລິດໄດ້ທັງໝົດ 194.000 ກວ່າໂຕນ, ການປູກພືດເປັນສິນຄ້າເນື້ອທີ່ 124.000 ກວ່າເຮັກຕາ ຜົນຜະລິດທັງໝົດ 1.682.000 ກວ່າໂຕນ (ມັນຕົ້ນ, ສາລີແຂງ, ໝາກເດືອຍ, ພືດຕະກຸນຖົ່ວ, ໝາກໂມ). ສິ່ງທີ່ເປັນປັດໃຈໃໝ່ ແມ່ນການປູກຢາງພາລາ ໃນເນື້ອທີ່ 20.000 ກວ່າເຮັກຕາ, ປູກກາເຟ ໃນເນື້ອທີ່ 500 ກວ່າເຮັກຕາ ແລະ ອື່ນໆ. ເສດຖະກິດມະຫາພາກ ຂອງແຂວງໄດ້ຮັບການຂະຫຍາຍຕົວ, ການຜະລິດກະສິກໍາແມ່ນເປັນວັດຖຸດິບສົ່ງອອກເປັນສ່ວນໃຫຍ່.
ຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ ແລະ ຄະນະຜູ້ແທນ ແຂວງ ລາວກ່າຍ ສສ ຫວຽດນາມ ໃນຄັ້ງນີ້ ໄດ້ຮັບຜົນດີຂຶ້ນກວ່າເກົ່າ.
ໂດຍ: ຄໍາໝັ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















