ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ປະກາດສ້າງຕັ້ງກຳລັງກອງຫຼອນຄືນໃໝ່
ເວລາອອກຂ່າວ: 2019-10-24 09:10:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ໃນວັນທີ 23 ຕຸລານີ້, ຢູ່ທີ່ ຫ້ອງການປົກຄອງເມືອງສີໂຄດ ຕະບອງ, ນະຄອນຫຼວງວຽງ ຈັນ ໄດ້ຈັດພິທີປະກາດສ້າງຕັ້ງ ກຳລັງກອງຫຼອນຄືນໃໝ່ ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈຳພັກນະຄອນຫຼວງ ວຽງຈັນ, ຮອງປະທານຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ມີຕາງໜ້າ ກົມການທະຫານທ້ອງຖິ່ນກົມ ໃຫຍ່ເສນາທິການກອງທັບ, ຫ້ອງວ່າການປົກຄອງນະຄອນ ຫຼວງວຽງຈັນ, ຫົວໜ້າຫ້ອງການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບນະຄອນຫຼວງວຽງຈັນ, ມີ ຜູ້ຕາງໜ້າອົງການ 5 ຫ້ອງ, ພະ ແນກການທີ່ກ່ຽວຂ້ອງ ຫ້ອງການ, ເລຂາພັກບ້ານ-ນາຍບ້ານພ້ອມ ດ້ວຍກໍາລັງກອງຫຼອນຂອງເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນກໍເປັນກຽດເຂົ້າຮ່ວມ ສະຫາຍ ພັນເອກ ບຸນວານ ພົມມະວົງ ຮອງກອງບັນຊາ ການ, ຫົວໜ້າຫ້ອງເສນາທິການ ທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດວ່າດ້ວຍ ການປັບປຸງ ແລະ ກໍ່ສ້າງກຳລັງ ກອງຫຼອນຄືນຢູ່ບັນດາບ້ານໃນ 4 ຕົວເມືອງໃຈກາງນະຄອນ ຫຼວງວຽງຈັນຄື: ເມືອງຈັນທະ ບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ ແລະ ເມືອງ ໄຊເສດຖາ ໃນນີ້ຢູ່ເມືອງສີໂຄດ ຕະບອງແມ່ນເມືອງໜຶ່ງທີ່ໄດ້ ຮັບການປັບປຸງກຳລັງກອງຫຼອນ ຄືນໃໝ່ມີຈຳນວນ 32 ບ້ານ ການປັບປຸງຄັ້ງນີ້ ຍ້ອນຄະນະ ພັກຄະນະນຳອົງການຈັດຕັ້ງແຕ່ ລະຂັ້ນເຫັນໄດ້ຄວາມໝາຍ ຄວາມສຳຄັນຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຕາມ ທິດນຳຂອງພັກ ພ້ອມທັງປະຕິ ບັດຕາມແຜນການປັບປຸງກໍ່ສ້າງ ກຳລັງໃຫ້ໜັກແໜ້ນທາງດ້ານ ການເມືອງ, ເຂັ້ມແຂງທາງດ້ານ ການຈັດຕັ້ງຕາມໜ້າທີ່ການເມືອງ ທີ່ມີຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ ໂດຍສະເພາະແມ່ນ ປະຕິບັດຕາມລະບຽບຫຼັກການ, ເງື່ອນໄຂມາດຖານຕົວຈິງ ເພື່ອ ຕ້ານ ແລະ ສະກັດກັ້ນເຫດການ ຕ່າງໆທີ່ຈະເກີດຂຶ້ນ ຮັກສາໄດ້ ຄວາມສະຫງົບປອດໄພໃຫ້ແກ່ພໍ່ ແມ່ປະຊາຊົນບັນດາເຜົ່າໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ. ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ອ້າຍນ້ອງກອງຫຼອນ ຍາດມາໄດ້ ແລະ ເນັ້ນໜັກໃຫ້ຜູ້ ທີ່ເຂົ້າມາເຮັດໜ້າທີ່ໃໝ່ເອົາໃຈ ໃສ່ເຊື່ອມຊຶມຕໍ່ສິດໜ້າທີ່, ພາ ລະບົດບາດຂອງຕົນ ສືບຕໍ່ເຄື່ອນ ໄຫວເຮັດໜ້າທີ່ປ້ອງກັນເວນ ຍາມບ້ານ, ເປັນເຈົ້າການຕິດ ຕາມກວດກາຄົນເຂົ້າອອກຢ່າງ ເຂັ້ມງວດ, ເອົາໃຈໃສ່ປະສານ ສົມທົບພົວພັນອຳນາດການປົກ ຄອງບ້ານ ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນບັນຫາປະກົດ ການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດ ຂຶ້ນໃຫ້ທັນເວລາ ໃນຂົງເຂດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ