ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ວາລະສານ​ຊີວ​ຊື້ ລົງ​ພິມ​ບົດ​ຄວາມ​ຂອງ​ ທ່ານ ສີ​ ຈິ້ນ​ຜິງ “ເລັ່ງ​ລັດ​ສ້າງ​ປະເທດ​ຈີນ ທີ່​ມີ​ສຸຂະພາບ​ດີ”
ເວລາອອກຂ່າວ: 2026-08-04 10:25:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ວິທະຍຸ ໂທລະພາບ ສູນ​ກາງ​ຈີນ ລາຍ​ງານ, ວາລະສານ​ຊີວ​ຊື້ ສະບັບ​ທີ 15 ທີ່​ພິມ​ຈຳໜ່າຍ ໃນ​ວັນ​ທີ 1 ສິງຫາ ນີ້ ໄດ້​ລົງ​ພິມ​ບົດ​ຄວາມ​ສຳຄັນ​ຂອງ​ທ່ານ ສີ ຈິ້ນ​ຜິງ ເລຂາທິການ​ໃຫຍ່​ຄະນະ​ກຳມະ ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະທານ​ປະເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ທີ່​ມີ​ຫົວຂໍ້​ວ່າ: ເລັ່ງ​ລັດ​ການ​ສ້າງ​ປະເທດ​ຈີນ​ທີ່​ມີ​ສຸຂະພາບ​ດີ. ບົດ​ຄວາມ​ເນັ້ນ​ໜັກ​ວ່າ: ຮອດ​ປີ 2035 ຈະ​ສ້າງ​ປະເທດ​ຈີນ ທີ່​ມີ​ສຸຂະພາບ​ໃຫ້​ສຳເລັດ, ແມ່ນ​ນະໂຍບາຍ ທາງ​ຍຸດ​ທະ​ສາດ​ໜຶ່ງ ທີ່​ສູນ​ກາງ​ຈີນ​ວາງ​ອອກ. ໄລຍະ ​ປະຕິບັດແຜນ​ພັດທະນາເສດຖະ ກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ແມ່ນ​ໄລຍະ​ທີ່​ສຳຄັນ ໃນ​ການ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຕ້ອງ​ວາງ​ແຜນ​ຢ່າງ​ເປັນ​ເອກະ​ພາບ​ກັນ, ເລັ່ງ​ຊຸກຍູ້ ແລະ ພະ ຍາຍາມ​ປະຕິບັດ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ເດັດຂາດ. ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ: ຕ້ອງ​ຍຶດ​ໝັ້ນ ຊຸກຍູ້​ການ​ພັດທະນາ ວຽກ​ງານ​ສາທາລະນະ​ສຸກ ແລະ ສຸຂະພາບ​ບົນ​ພື້ນຖານ​ສະພາບ​ຕົວ​ຈິງ ແຫ່ງ​ຊາດ, ຕ້ອງ​ຖື​ການ​ຊຸກຍູ້​ການ​ສ້າງ​ປະເທດ​ຈີນ ທີ່​ມີ​ສຸຂະພາບ​ດີ​ເປັນ​ສຳຄັນ ແລະ ຕ້ອງ​ໃຫ້ການ​ຮັບປະກັນ ທີ່​ເຂັ້ມແຂງ ແກ່​ການ​ສ້າງ​ປະເທດ​ຈີນ ທີ່​ມີ​ສຸຂະພາບ​ດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ