ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ຄວາມ​ຂັດ​ແຍ່ງ​ໃໝ່ ອູ​ແກຣນ-ອີ​ຣານ ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕາເວັນຕົກ
ເວລາອອກຂ່າວ: 2026-08-04 10:23:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ຈາກ​ຄວາມ​ພະຍາຍາມ​ຂອງ​ຜູ້ນຳ ອູ​ແກຣນ ທີ່​ຈະ​ເຊື່ອມ​ໂຍງ​ຄວາມ​ຂັດ​ແຍ່ງ ລະຫວ່າງ ອູ​ແກຣນ ແລະ ອີ​ຣານ ເຂົ້າ​ດ້ວຍ​ກັນ, ໂດຍ​ຜ່ານ​ການ​ໂຈມ​ຕີ​ບໍລິ ເວນ​ທະເລ​ແຄ​​ສ​ເປຍ (Caspian Sea) ນັ້ນ, ແມ່ນ​ມີ​ຈັງຫວະ​ເວລາ​ທີ່​ເໝາະ​ພໍດີ​ຢ່າງ​ຍິ່ງ, ຄື​ເກີດ​ຂຶ້ນ​ກ່ອນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ສະຫະລັດ​ອາເມລິກາ ຂອງ​ຜູ້ນຳ​ອູ​ແກຣນ, ໂດຍ​ອີງ​ຕາມ​ການ​ເປີດເຜີຍ​ຂອງ​ທ່ານ ມິ​ແຊນ ມາ​ລູ​​ຟ (Michael Maloof) ອະດີດ​ນັກ​ວິເຄາະ​ນະ ໂຍບາຍ​ຄວາມ​ໝັ້ນຄົງ​ອາວຸໂສ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ສະຫະລັດ (ເພນຕາກອນ) ທີ່​ໃຫ້​ສຳພາດ​ກັບ ນັກ​ຂ່າວ Sputnik ໃນ​ທ້າຍເດືອນກໍລະກົດ ນີ້. ທ່ານ ມິ​ແຊນ ມາ​ລູ​​ຟ ວິເຄາະ​ວ່າ: ທ່ານ ເຊ​ເລນ​ສະ​ກີ ຜູ້ນຳ​ອູ​ແກຣນ ໄດ້​ສວຍ ໂອກາດ​ດັ່ງກ່າວ ເພື່ອ​ຈຸດ ປະສົງ​ໃນ​ການ​ສ້າງ​ພາບ​ລັກ (PR) ອັນ​ຈຳກັດ​ຂອງ​ຕົນ​ເອງ ເພື່ອ​ສະແດງ​ໃຫ້​ວໍ​ຊິງ​ຕັນ ແລະ ເອີ​ຣົບ ເຫັນ​ວ່າ, ເພີ່ນ​ເປັນ​ຜູ້ນຳ​ທີມ​ດຽວ​ກັນ​ກັບ​ຝ່າຍ​ຕາເວັນຕົກ. ນອກຈາກ​ນີ້, ຍັງ​ມີ “ຮ່ອງຮອຍ​ຂອງ​ອິດ​ສະ​ຣາ​ແອນ ຢ່າງ​ຊັດ​ເຈນ​ໃນ​ປະຕິບັດ​ການ​ໂຈມ​ຕີ​ເຮືອ​ຂົນສົ່ງ​ສິນຄ້າ​ຂອງ​ອີ​ຣານ, ເຊິ່ງ ເຊ​ເລນ​ສະ​ກີ “ຖືກ​ບີບ​ໃຫ້​ເຮັດ” ໂດຍ​ໜ່ວຍ​ສືບ​ລັບ​ຂອງ​ອາ​ເມ​ຣິ​ກາ (CIA) ແລະ ອິດ​ສະ​ຣາ​ແອນ (Mossad). “ຮ່ອງຮອຍ​ຂອງ Mossad ແມ່ນ​ມີ​ຢູ່​ທົ່ວ​ໄປ​ໃນ​ປະຕິບັດ​ການ​ນີ້, ພວກ​ເຂົາ​ມີ​ໜ່ວຍ​ຂ່າວ​ລັບ​ທີ່​ດີເລີດ​ຢູ່​ພາຍ​ໃນ​ອີ​ຣານ”. ນັກ​ວິເຄາະ​ຕັ້ງ​ຂໍ້​ສັງເກດ​ວ່າ “ບໍ່​ມີ​ຂໍ້​ສົງໄສ​ເລີຍ​ວ່າ ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ຢ່າງ​ເລິກເຊິ່ງ​ໃນ​ປະຕິບັດ​ການ​ນີ້ ຄຽງ​ຄູ່​ກັບ CIA.” ຢ່າງ ໃດ​ກໍ​ຕາມ, “ຖ້າ​ມີ​ສິ່ງ​ໃດ​ທີ່​ສະ ແດງ​ໃຫ້​ເຫັນ​ເຖິງ​ຂໍ້​ຈຳກັດ​ໃນ​ການສະແດງ​ອຳນາດ​ຂອງ​ສະຫະ ລັດ ນັ້ນ​ກໍ​ຄື​ຄວາມ​ຂັດ​ແຍ່ງ​ທັງ​ສອງ​ນີ້”. ສະຫະລັດ ກຳລັງ​ປະ​ເຊີນ​ກັບ​ພາລະ​ທີ່​ໜັກ​ເກີນ​ໄປ (overextended), ຂາດແຄນ​ທັງ​ເງິນ​ທຶນ ແລະ ຊັບພະຍາກອນ, ບໍ່​ພຽງ​ແຕ່​ໃນ​ດ້ານ​ອຸປະກອນ​ທາງ​ການ​ທະຫານ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ການ​ຮັກສາ​ຄວາມ​ສົມ​ດູນ​ຂອງ​ຕະຫຼາດ​ພະລັງງານ​ອີກ​ດ້ວຍ. “ຖ້າ ເຊ​ເລນ​ສະ​ກີ ພະຍາຍາມ ຫຼື ປະສົບ​ຄວາມ​ສຳເລັດ​ບາງ​ສ່ວນ ໃນ​ການ​ເຊື່ອມ​ໂຍງ​ຄວາມ​ຂັດ​ແຍ່ງ​ທັງ​ສອງ​ນີ້​ເຂົ້າກັນ, ມັນ​ຈະ​ເປັນ​ການ​ເພີ່ມ​ພາລະ​ຊັບ ພະຍາກອນ​ຂອງ​ສະຫະລັດ ໃຫ້​ເກີນ​ຂີດ​ຈຳກັດ ຈົນ​ເຖິງ​ຈຸດ​ທີ່​ສະ ຫະລັດ ຈະ​ບໍ່​ສາມາດ​ບໍລິຫານ​ຈັດການ ຫຼື ໃຫ້ການ​ຊ່ວຍເຫຼືອ​ທັງ​ສອງ​ດ້ານ​ໄດ້. ບໍ່​ພຽງ​ແຕ່​ໃນ​ແງ່​ຂອງ​ການ​ຂາຍ​ອາວຸດ​ໃຫ້​ຊາວ​ເອີ​ຣົບ ເພື່ອ​ສົ່ງຕໍ່​ໃຫ້​ຊາວ​ອູ​ແກຣນ ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ການ​ສະໜອງ​ອາວຸດ​ໂດຍ​ກົງ​ໃຫ້​ແກ່​ກອງ​ກຳລັງ​ສະຫະລັດ ທີ່​ກຳລັງ​ປະ​ເຊີນ​ໜ້າ​ໂດຍ​ກົງ​ກັບ​ກອງ​ກຳລັງ​ອີ​ຣານ ອີກ​ດ້ວຍ.”



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ