ສະຫາຍ ວັນໄຊ ພອງສະຫວັນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ
ເວລາອອກຂ່າວ: 2026-08-04 10:19:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ: ![]()
ໃນຕອນເຊົ້າວັນທີ 31 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນແຂວງຜົ້ງສາລີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລ
ຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້
ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ໂອກາດນີ້, ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງຈາກທ່ານ ພົນຕີ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊິ່ງໃຫ້ຮູ້ວ່າ ໃນໄລຍະ 5 ປີ 2021-2025 ເສດຖະກິດຂອງແຂວງ ໄດ້ຂະຫຍາຍ ຕົວສະເລ່ຍ ໃນລະດັບ 6,34% ສາມາດສ້າງລວມຍອດຜົນຜະລິດພາຍໃນ (GDP) ທັງໝົດໄດ້ 24.372 ຕື້ກີບ, ປີ 2025 ລາຍຮັບສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 1.809 ໂດລາສະຫະລັດ, ລື່ນແຜນ 42,07% ທຽບກັບປີ 2020 ເພີ່ມຂຶ້ນ 821 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ປ່ຽນໄປຕາມທ່າແຮງ ແລະ ຈຸດພິເສດຂອງແຂວງ, ຂະແໜງເສດຖະກິດໄດ້ຮັບການພັດທະນາ ແລະ ມີໝາກຜົນ; ທົ່ວແຂວງມີຈຳນວນບ້ານພົ້ນທຸກ ກວມ 52,62%, ຄອບຄົວພົ້ນທຸກ 18.801 ຄອບຄົວ ກວມ 50,47% ບ້ານພັດທະນາ 31 ບ້ານ, ກວມ 6,11 %; ຄອບຄົວພັດທະນາ ມີ 8.037 ຄອບຄົວ, ກວມ 21,58%; ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 6 ຈຸດ; ສະເພາະ 128 ບ້ານ, ສາມາດແກ້ໄຂໄດ້ບ້ານພົ້ນທຸກ
72 ບ້ານ ເທົ່າກັບ 56,25 %, ມີຄອບຄົວພົ້ນທຸກ 5.015 ຄອບຄົວ, ເທົ່າກັບ 71,2 % ຂອງແຜນການ).
ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ຍອງຍໍຊົມເຊີຍຕໍ່ແຂວງຜົ້ງສາລີທີມີຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາຂອງແຂວງວາງອອກ; ເພີ່ມທະວີຊຸກຍູ້ປຸກລະດົມການຜະລິດໃຫ້ເປັນສິນຄ້າ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍຸ້ໃຫ້ປະຊາຊົນມີວຽກເຮັດງານທຳມີອາຊີບທີ່ໝັ້ນຄົງ, ສຸມໃສ່ຄົ້ນຄວ້າສົ່ງເສີມການປູກການລ້ຽງ, ເສີມສະຫຍາຍເຖດຖະກິດພູມປັນຍາຂອງປະຊາຊົນຕາມທ່າແຮງຂອງແຕ່ລະຂົງເຂດ, ຕິດພັນກັບການຜະລິດກະສິກຳເປັນສີນຄ້າສົ່ງອອກ, ຊອກຕະຫຼາດຈຳໜ່າຍສີນຄ້າໃຫ້ປະຊາຊົນ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໝາດນ້ອຍ,ຂະໝາດກາງ ໃຫ້ເຂັ້ມແຂງ,ສ້າງເງື່ອນໄຂສະພາບແວ້ດລ້ອມໃນການດຳເນີນທຸລະກິດ, ຄົ້ນຄວ້າບັນດາກິດຈະການ,ໂຄງການ, ເລືອກເຟັ້ນໂຄງການໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນ, ຄຸ້ມຄອງສິ່ງແວ້ດລ້ອມບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະທຳມະຊາດ ໃຫ້ປະຊາຊົນມີສ່ວນຮ່ວມມີຜົນປະໂຫຍດ, ກວດກາຫົວໜ່ວຍໂຄງການ, ກິດຈະການທີ່ແຕ່ລະຂັ້ນຄຸ້ມຄອງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ, ຖືເອົາການທອ່ງທ່ຽວເປັນທ່າແຮງໃນການພັດທະນາ, ພັດທະນາປັບປຸງຟື້ນຟູພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງ, ສຸມໃສ່ສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ; ການພັດທະນາວຽກງານສັງຄົມເປັນຕົ້ນແມ່ນຍົກລະດັບການສືກສາໃຫ້ມີຄຸນນະພາບສູງຂຶ້ນ ຊຸກຍູ້ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄວາມສຳຄັນຂອງການສຶກສາ ໃຫ້ລູກຫຼານໄດ້ຮັບການສຶກສາ, ເອົາໃຈໃສ່ວຽກງານສາທາລະນະສຸກຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການ,ຕ້ານ ແລະ ສະກັດກັ້ນພະຍາດລະບາດ, ພັດທະນາສີມືແຮງງານ ເພື່ອຕອບສະໜອງຮັບໃຊ້ການພັດທະນາ; ເອົາໃຈໃສ່ວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ ເປັນຕົ້ນການຄ້າຂາຍເຖື່ອນ,ຢາເສບຕິດ, ກຸ່ມແກ້ງສະແກມເມີ; ການແກ້ໄຂຄວາມທຸກຍາກ ເຊິ່ງເປັນວາລະແຫ່ງຊາດທີ່ຕ້ອງໄດ້ສຸມໃສ່
ປະຕິບັດ; ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນໃຫ້ມີຄຸນະພາບ, ເອົາໃຈໃສ່ວຽກງານພະນັກງານເປັນວຽກງານຕັດສີນຜົນໄດ້ຜົນເສຍຕໍ່ການນຳພາຂອງພັກ, ພະນັກງານຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ, ມີຈັນຍາບັນເຮັດສຳເລັດໜ້າ, ຄຸ້ມຄອງພະນັກງານ, ເລືອກເຟັ້ນຊັບຊ້ອນພະນັກງານບັນຈຸໃຫ້ບັນດາຕາແສງ ເຝິກອົບຮົມໃຫ້ຕາແສງ; ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ; ວຽກງານສະພາໃຫ້ເປັນອົງການທີ່ຕັດສີນບັນຫາສຳຄັນ, ການຊຸກຍູ້ຈັດຕັ້ງປະຕິບັດວຽກງານຕ່າງໆ, ຄະນະພັກຕ້ອງເປັນຫົວຈັກ ນຳພາ-ຊີ້ນຳຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ,ເພີມທະວີຄວາມ
ສາມັກຄີ,ຕົກລົງຕັດສີນບັນຫາເປັນໝູ່ຄະນະ; ປຶກສາຫາລືບົດຮຽນນຳອະດີດການນຳ, ພະນັກງານບຳນານເພື່ອພັດທະນາ ແຂວງຜົ້ງສາລີຂຶ້ນເລື່ອຍໆ.
ໂອກາດດຽວກັນນີ້, ຍັງໄດ້ມອບຄອມພິວເຕີຕັ້ງໂຕະພ້ອມປິ່ນເຕີຈຳນວນ 35 ຊຸດ ມູນຄ່າ 654.465.00ກີບໃຫ້ແຂວງຜົ້ງສາລີເພື່ອແຈກຢາຍມອບໃຫ້ບັນດາຕາແສງ, ມອບເງິນສົດ 300.000.000 ກີບໃຫ້ແຂວງຜົ້ງສາລີ, ມອບເງິນສົດ 100.000.000 ກີບໃຫ້ເມືອງບຸນເໜືອ, ຄະນະກວດກາສູນກາງພັກ ມອບຄອມພິວເຕີຕັ້ງໂຕະພ້ອມປິ່່ນເຕີສີຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງບຸນເໜືອ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















