ກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2025
ເວລາອອກຂ່າວ: 2026-08-04 10:16:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ: ![]()
ວັນທີ 31 ກໍລະກົດ 2026, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ ຄັ້ງ ປະຈຳປີ 2025 ພາຍໃຕ້
ຫົວຂໍ້ “ສຳພັນດ້ານມະນຸດ ເພື່ອຄວາມຍືນຍົງ”, ໂດຍການເປັນປະທານຂອງ ທ່ານ ຮສ ປອ ທອງສະລິດ ມັງໜໍເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສືກສາທິການ ແລະ ກິລາ, ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ມີທ່ານ ນາງ ໃບຄຳ ຄັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ປະທານຄະ ນະກຳມະການປົກຄອງ ແຂວງ, ຄະນະກົມ, ຫ້ອງການ, ຄະນະເລຂາທິການ ຈາກບັນດາກະຊວງ-ຂະແໜງການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຮສ ປອ ທອງສະລິດ ມັງໜໍເມກ ໄດ້ກ່າວວ່າ: ໂພຊະນາການທີ່ດີແມ່ນພື້ນຖານອັນໜັກແໜ້ນຂອງການພັດທະນາຊັບພະຍາກອນມະນຸດ ໃຫ້ມີສຸ
ຂະພາບແຂງແຮງທັງຮ່າງກາຍ ແລະ ຈິດໃຈ ເພື່ອເປັນກຳລັງແຮງໃນການສ້າງສາພັດທະນາປະເທດຊາດ ພ້ອມທັງຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 2. ການກ້າວຜ່ານສະຖານະພາບປະເທດດ້ອຍພັດທະນາ: ແຜນຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ໄດ້ສະໜັບສະໜູນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກ
ສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030).
ຕາມວາລະການພິຈາລະນາ ແລະ ຮັບຮອງສຳຄັນ: ລາຍງານຜົນສຳເລັດ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ ໄລຍະປີ 2021-2025. ພິຈາລະນາຮັບຮອງເອົາ ຍຸດທະສາດແຫ່ງຊາດດ້ານໂພຊະນາການ 2026-2035 ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2026-2030. ເຜີຍແຜ່ດຳລັດວ່າດ້ວຍການແຕ່ງຕັ້ງຄະນະກຳມະການແຫ່ງຊາດດ້ານໂພຊະນາການ ສະບັບປັບປຸງ. ເຖິງວ່າຈະມີຄວາມພະຍາຍາມໃນຜ່ານມາ, ແຕ່ ສປປ ລາວ ຍັງປະເຊີນກັບສິ່ງທ້າທາຍຈາກການຂາດສານອາຫານຂອງເດັກ (ລວງສູງ ແລະ ນ້ຳໜັກບໍ່ໄດ້ມາດຕະຖານ, ການຂາດຈຸລະສານອາຫານ ແລະ ວິຕາມິນອາ)
ຍ້ອນຜົນກະທົບທາງດ້ານເສດຖະກິດ, ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ກອງປະຊຸມຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ເພື່ອຍົກ
ລະດັບໂພຊະນາການຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆໃນຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















