ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ກວາດ​ລ້າງ​ສະ​ແກມ​ເມີ​ຂ້າມ​ຊາດ ພ້ອມ​ກັນ 6 ຈຸດ ໃນ​ນະຄອນຫຼວງ​ວຽງ​ຈັນ​ ກັກ​ຕົວ 63 ຄົນ ພ້ອມ​ຂອງ​ກາງ​ຫຼາຍ​ລາຍການ
ເວລາອອກຂ່າວ: 2026-08-04 10:14:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ:



ວັນ​ທີ 1 ສິງຫາ 2026 ທີ່​ຜ່ານ​ມາ​ນີ້; ເຈົ້າ​ໜ້າທີ່​ຄະນະ​ສະເພາະ​ກິດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ເປີດ​ປະຕິບັດ​ການ​ຄັ້ງ​ໃຫຍ່​ເຂົ້າ​ກວດ​ຄົ້ນ ແລະ ກວາດ​ລ້າງ​ກຸ່ມ​ແກ້ງ​ເປົ້າ​ໝາຍ​ສໍ້​ໂກງ​ທາງ​ໂທລະ​ຄົມ ຫຼື ສະ​ແກມ​ເມີ ພ້ອມ​ກັນ​ເຖິງ 6 ຈຸດ ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ; ສາມາດ​ກັກ​ຕົວ​ຜູ້​ຖືກ​ສົງໄສ​ໄດ້​ທັງ​ໝົດ 63 ຄົນ ຍິງ 3 ຄົນ ແລະ ຢຶດ​ຂອງ​ກາງ​ໄດ້​ຈຳນວນ​ຫຼວງຫຼາຍ. ໃນ​ຈຳນວນ​ຜູ້​ຖືກ​ກັກ​ຕົວ​ທັງ​ໝົດ ປະກອບ​ມີ​ສັນຊາດ​ຈີນ ຈຳນວນ 57 ຄົນ, ຍິງ 2 ຄົນ, ລາວ 4 ຄົນ, ຍິງ 1 ຄົນ, ກຳປູເຈຍ 1 ຄົນ ແລະ ຄົນ​ໄທ 1 ຄົນ. ຈາກ​ການ​ລົງພື້ນ​ທີ່​ຂອງ​ເຈົ້າ​ໜ້າທີ່​ໃນ 2 ເມືອງ​ໃຫຍ່ ຄື: ເມືອງ​ສີ​ໂຄດ​ຕະບອງ ແລະ ເມືອງ​ຫາດ​ຊາຍ​ຟອງ ສາມາດ​ກວາດ​ລ້າງ​ແກ້ງ​ສະ​ແກມ​ເມີ ໄດ້​ທັງ​ໝົດ 6 ຈຸດ​ຄື: ຈຸດ​ທີ 1 (ບ້ານ​ໃໝ່, ເມືອງ​ສິ​ໂຄດ​ຕະບອງ): ເຂົ້າ​ກວດ​ຄົ້ນ​ເຮືອນ​ເຊົ່າ 2 ຊັ້ນ ຈຳນວນ 3 ຫຼັງ​ຕິດ​ກັນ ເຊິ່ງ​ເປັນ​ເຮືອນ​ຂອງ​ທ້າວ ສຸກ​ສະເຫຼີມ ສອນ​ພານິດ ອາຊີບ​ນັກທຸລະກິດ, ປັດຈຸບັນ​ຢູ່​ບ້ານ ນາ​ຊາຍ​ທອງ​ໃຕ້ ເມືອງ​ນາ​ຊາຍ​ທອງ, ນະຄອນຫຼວງ​ວຽງ​ຈັນ; ພົບ​ເຫັນ​ເຮືອນ​ຫຼັງ 1 ຖຶກ​ນຳ​ໃຊ້​ບ່ອນ​ພັກ​ເຊົາ ແລະ ອີກ​ຫຼັງ​ຈຳນວນ 2 ຖືກ​ດັດແປງ​ເປັນ​ຫ້ອງການ​ສູນ​ສໍ້​ໂກງ​ທາງ​ໂທລະ​ຄົມ ຫຼື ສະ​ແກມ​ເມີ. ໃນ​ເວລາ​ເຈົ້າ​ໜ້າທີ່​ເຂົ້າ​ກວດ​ຄົ້ນ​ພົບ​ເຫັນ​ພຽງ​ແຕ່​ພະນັກງານ​ແມ່​ບ້ານ ແລະ ພະນັກງານ​ອາ​ນະ​ໄມ ຈຳນວນ 4 ຄົນ, ຍິງ 1 ຄົນ, ສັນຊາດ​ລາວ 3 ຄົນ, ຍິງ 1 ຄົນ, ສັນຊາດ ໄທ 1 ຄົນ. ຜ່ານ​ການ​ກວດ​ຄົ້ນ​ສະຖານທີ່, ພົບ​ເຄື່ອງ​ຂອງ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ກະທຳ​ຜິດ​ມີ​ຄື: ໂທລະສັບ ຈຳນວນ 3.172 ໜ່ວຍ, ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳນວນ 97 ໜ່ວຍ, ຄອມ​ພິວ​ເຕີ​ໂນດ​ບຸກ ຈຳນວນ 2 ໜ່ວຍ, ໜັງສືຜ່ານແດນ ຈຳ 2 ຫົວ, ລົດ​ເກັງ ເກຍ​ລີ​ໂອ ສີຂາວ ບໍ່​ມີ​ປ້າຍ ຈຳນວນ 1 ຄັນ, ລົດ​ຕູ້ (ບໍ່​ມີ​ປ້າຍ) ຈຳນວນ 1 ຄັນ, ລົດຈັກ ຮອນ​ດາ​ສະ​ກຸບ​ປີ້ ສີດຳ ເລກ​ທະບຽນ ​ຍອ 4916 ກຳແພງ​ນະຄອນ ຈຳນວນ 1 ຄັນ, ລັດ​ຈັກ​ໄຟຟ້າ ຈຳ ນວນ 4 ຄັນ, ລົດຈັກ​ສາມ​ລໍ້​ໄຟຟ້າ ຈຳນວນ 1 ຄັນ. ຈຸດ​ທີ 2 (ບ້ານ​ໜອງ​ໄຮ, ເມືອງ​ຫາດ​ຊາຍ​ຟອງ): ເຂົ້າ​ກວດ​ຄົ້ນ​ເຮືອນ​ເຊົ່າ​ເຮືອນ 2 ຊັ້ນ, ເຊິ່ງ​ເປັນ​ເຮືອນ​ຂອງ ນາງ ສົມ​ພັນ ອາຍຸ 40 ປີ, ອາຊີບ​ພະນັກງານ; ພົບ​ຜູ້​ຖືກ​ສົງໄສ 24 ຄົນ ໃນ​ນັ້ນ ສັນຊາດ​ຈີນ ຈຳນວນ 23 ຄົນ ຍິງ 1 ຄົນ, ຄົນ​ລາວ 1 ຄົນ. ເຈົ້າ​ ໜ້າທີ່​ສາມາດ​ຢຶດ ເຄື່ອງ​ຂອງ​ກາງ ໄດ້​ຄື: ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳນວນ 28 ໜ່ວຍ, ຄອມ​ພິວ​ເຕີ​ໂນດ​ບຸກ ຈຳນວນ 1 ໜ່ວຍ, ໂທລະສັບ​ມື​ຖື ຈຳນວນ 70 ໜ່ວຍ, ເຄື່ອງຮັບ​ສັນຍານ​ອິນ​ເຕີ​ເນັດ​ຜ່ານ​ດາວ​ທຽມ ຈຳນວນ 1 ຊຸດ. ຈຸດ​ທີ 3 (ບ້ານ​ເມືອງ​ວາ​ທ່າ, ເມືອງ​ສີ​ໂຄດ​ຕະບອງ): ກວດ​ຄົ້ນ​ເຮືອນ​ເຊົ່າ 2 ຊັ້ນ ເຊິ່ງ​ເປັນ​ເຮືອນ​ຂອງ​ທ້າວ ບຸນ​ໂຮມ (ພະນັກງານ​ບຳນານ), ສາມາດ​ກັກ​ຕົວ​ຜູ້​ຖືກ​ສົງ ໄສ ໄດ້​ຈຳນວນ 2 ຄົນ (ຈີນ 1 ຄົນ, ກຳປູເຈຍ 1 ຄົນ) ພ້ອມ​ໂທລະສັບ​ມື​ຖື: 5 ໜ່ວຍ, ຄອມ​ພິວ​ເຕີ​ໂນດ​ບຸກ 3 ໜ່ວຍ, ແລະ ໄອ​ແພັດ 1 ໜ່ວຍ. ຈຸດ​ທີ 4 ແລະ 5 (ໂຮງແຮມ​ຢຸນ​ນານ ບ້ານ​ອຸບ​ມຸງ ແລະ ຕະຫຼາດ​ຊັງ​ຈ້ຽນ ບ້ານ​ວັດ​ໄຕ​ນ້ອຍ ເມືອງ ສີ​ໂຄດ​ຕະບອງ): ເຈົ້າ​ໜ້າທີ່​ໄດ້​ເຂົ້າ​ກວດກາ​ຫ້ອງ​ພັກ​ໂຮງແຮມ ເບີ 8627 ແລະ ພື້ນ​ທີ່​ໃນ​ຕະຫຼາດ ກັກ​ຕົວ​ຄົນ​ຈີນ ໄດ້ 9 ຄົນ, ຍິງ 2 ຄົນ, ພ້ອມ​ຢຶດ​ໂທລະສັບ 11 ໜ່ວຍ, ໜັງສືຜ່ານແດນ​ຈຳນວນ 1 ຫົວ, ລົດ​ໃຫຍ່ 2 ຄັນ​ຄື: ລົດ​ຣີ​ໂວ້ ສີດຳ ໝາຍ​ເລກ​ທະບຽນ ​ຂກ 5526 ນະຄອນຫຼວງ​ວຽງ​ຈັນ, ລົດ​ເບ້ນ ສີດຳ ໝາຍ​ເລກ​ທະບຽນ AFC168. ຈຸດ​ທີ 6 (ບ້ານ​ສາລະ​ຄຳ​ໃຕ້, ເມືອງ​ຫາດ​ຊາຍ​ຟອງ): ເຂົ້າ​ກວດ​ຄົ້ນ​ເຮືອນ​ເຊົ່າ ວິນ​ລ່າ​ຊັ້ນ 1, ເຊິ່ງ​ເປັນ​ເຮືອນ​ຂອງ ນາງ ​ເເກ້ວເເກ່ນ​ໃຈ ຂີນ​ພົມ​ມະ​ວົງ, ອາຊີບ​ຄ້າ-ຂາຍ, ປັດຈຸບັນ​ຢູ່​ບ້ານ​ສົມ​ຫວັງ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ, ສາມາດ​ກັກ​ຕົວ​ຜູ້​ຖືກ​ສົງໄສ​ສັນຊາດ​ຈີນ​ໄດ້​ຈຳນວນ 24 ຄົນ, ຢຶດ​ຄອມ​ພິວ​ເຕີ​ໂນດ​ບຸກ 5 ໜ່ວຍ, ຄອມ​ພິວ​ເຕີ​ຕັ້ງ​ໂຕະ 83 ໜ່ວຍ, ໂທລະສັບ 85 ໜ່ວຍ, ໄອ​​ເເພັດ 1 ໜ່ວຍ, ເຄື່ອງຮັບ​ສັນຍານ​ອິນ​ເຕີ​ເນັດ​ຜ່ານ​ດາວ​ທຽນ ຈຳນວນ 2 ຊຸດ. ເຈົ້າ​ໜ້າທີ່ ​ປກສ ເປີດເຜີຍ​ວ່າ ເປົ້າ​ໝາຍ​ການ​ຫຼອກ​ລວງ​ຂອງ​ກຸ່ມ​ແກ້ງ​ນີ້​ແມ່ນ​ເນັ້ນ​ໃສ່​ພົນລະເມືອງ​ຈີນ​ດ້ວຍ​ກັນ. ປັດຈຸບັນ, ເຈົ້າ​ໜ້າທີ່​ກຳລັງ​ເລັ່ງ​ສືບສວນ-ສອບ​ສວນ​ຂະຫຍາຍ​ຜົນ​ເພື່ອ​ຊອກ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ​ເພີ່ມ​ເຕີມ. ສຳລັບ​ຜູ້​ຕ້ອງ​ສົງໄສ​ສັນຊາດ​ຈີນ​ທັງ 57 ຄົນ, ຫຼັງ​ຈາກ​ເຈົ້າ​ໜ້າທີ່​ລາວ​ສອບ​ສວນ​ເອົາ​ຄຳ​ໃຫ້ການ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຈະ​ມີ​ການ​ປະສານ​ສົມທົບ​ກັບ​ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສປ ຈີນ ແລະ ກົມ​ກວດກາ​ຄົນ​ເຂົ້າ-ອອກ​ເມືອງ ເພື່ອ​ສົ່ງ​ຕົວ​ໃຫ້​ຕຳຫຼວດ ​ສປ ຈີນ ນຳໄປ​ດຳເນີນ​ຄະດີ​ຕໍ່​ຢູ່​ປະເທດ​ຈີນ; ລວມ​ເຖິງ​ຜູ້​ຕ້ອງ​ຫາ​ສັນຊາດ​ກຳປູເຈຍ​ກໍ​ຈະ​ຖືກ​ສົ່ງ​ຕົວ​ເຊັ່ນ​ກັນ. ນອກຈາກ​ນີ້, ທາງ​ການ​ລາວ​ຈະ​ບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ-ອອກ ແລະ ການ​ຄຸ້ມ​ຄອງ​ຄົນ​ຕ່າງປະເທດ ຢູ່ ​ສປປ ລາວ ຢ່າງ​ເດັດຂາດ ໂດຍ​ຂຶ້ນ​ບັນຊີ ແລະ ບໍ່​ອະນຸຍາດ​ໃຫ້​ບຸກຄົນ​ກຸ່ມ​ນີ້​ເດີນທາງ​ເຂົ້າ ​ສປປ ລາວ ອີກ​ຢ່າງ​ເດັດຂາດ ຍ້ອນ​ມີ​ພຶດຕິ​ກຳ​ເຂົ້າ​ມາ​ເຄື່ອນ​ໄຫວ​ກະທຳ​ຜິດ​ຮ້າຍ​ແຮງ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຂອງ​ສັງຄົມ​ຢູ່ ​ສປປ ລາວ. ຂ່າວ: ບ່າວ​ດອນ​ຂຽວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ