ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງບັນຊາການທະຫານແຂວງຈໍາປາສັກ ຈັດພິທີ ເຄົາລົບທຸງຊາດ ປະຈຳເດືອນ ສິງຫາ 2026
ເວລາອອກຂ່າວ: 2026-08-03 14:09:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ວັນທີ 3 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດພິທີ ເຄົາລົບທຸງຊາດປະຈຳເດືອນ ສິງຫາ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ຜ່ານບົດລາຍງານໂດຍຫຍໍ້ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ເດືອນຜ່ານມາ ແລະ ວາງທິດທາງແຜນການ ໃນຕໍ່ໜ້າ, ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ບັນຫາຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານ ຂອງກົມກອງໃນໄລຍະຜ່ານມາ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ເຊິ່ງໄດ້ຈັດຕັ້ງລະບົບປະຈໍາການ 3 ຂັ້ນ ຕະຫຼອດ 24 ຊົ່ວໂມງ, ກະກຽມແຜນການກຽມພ້ອມສູ້ຮົບ 3 ໄລຍະ, ແຜນການກອບກູ້ໄພພິບັດ, ສຳເລັດການຊ້ອມຮົບຂັ້ນຍຸດທະວິທີ ແລະ ປິດຮຽນ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ XVI, ສໍາເລັດການອົບຮົມ-ຫັດແອບ ໃຫ້ກຳລັງ ປກຊ-ປກສ ບ້ານ ຢູ່ຂັ້ນເມືອງ ແລະ ສໍາເລັດການເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ໃຫ້ຄູລັດຖະກອນປ້ອງກັນຊາດ. ນອກນັ້ນ ໄດ້ສໍາເລັດການປັບປຸງລະບົບການຈັດຕັ້ງ ແລະ ຍ້ອງຍໍເລື່ອນຊັ້ນ ໃຫ້ພະນັກງານ-ນັກຮົບ ຕິດພັນກັບການສຸມໃສ່ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ຢ່າງເປັນການຂະບວນຟົດຟື້ນ. ໂອກາດນີ້, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮົບ ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ຂອງຂັ້ນເທິງຢ່າງທົ່ວເຖິງ, ຕັ້ງໜ້າປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ລະບອບສ່ອງແສງລາຍງານປະຈຳວັນ, ປະຈໍາອາທິດຢ່າງເປັນປົກກະຕິ, ສືບຕໍ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ຂອງກົມກອງໃຫ້ແໜ້ນໜາຖາວອນ, ຍູ້ແຮງຂະບວນການອອກແຮງງານເພີ່ມພູນຜະລິດຜົນ ສ້າງແຫຼ່ງລາຍຮັບເຂົ້າກົມກອງໃຫ້ນັບມື້ດີຂື້ນ. ຈາກນັ້ນ, ກໍໄດ້ຮັບຊົມການເດີນຂະບວນສວນສະໜາມ ຂອງກ້ອນກໍາລັງ ອົງການ 6 ຫ້ອງ ແລະ ບັນດາກົມກອງອ້ອມຂ້າງ. ໂດຍ: ດາວົງ ບຸດຕະວົໍງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ