6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວ ໄດ້ເກືອບ 2 ລ້ານເທື່ອຄົນ
ເວລາອອກຂ່າວ: 2026-08-03 09:22:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ: ![]()
ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769.216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15.000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4.732 ກວ່າຕື້ກີບ.
ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ
2026 ຂຶ້ນໃນວັນທີ 28 ກໍລະກົດ 2026ນີ້, ທີ່ພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ມີທ່ານ ສີສະຫວາດ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າພະແນກ ວທ ແຂວງ, ມີຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກ ວທ ແຂວງ ໄດ້ຜ່ານບົດສະຫຼຸບ 6 ເດືອນຕົ້ນປີ 2026 ເຊິ່ງແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15.000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ. ຄວາມກ້າວໜ້າທີ່ສຳຄັນແມ່ນການຍົກລະດັບພື້ນຖານໂຄງລ່າງ ພາຍໃຕ້ໂຄງການພັດທະນາເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ທຶນ ADB) ມູນຄ່າຫຼາຍກວ່າ 20 ລ້ານໂດລາ ເຊັ່ນ: ການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ການກໍ່ສ້າງຂົວຂ້າມນ້ຳຊອງ, ເສັ້ນທາງວົງແຫວນ ແລະ ນ້ຳຕົກຕາດແກ້ງຍຸຍ ເຊິ່ງສຳເລັດໂດຍພື້ນຖານ ພ້ອມທັງປັບປຸງເທສະບານເມືອງວັງວຽງ ມູນຄ່າ 1,8 ລ້ານໂດລາ ສຳເລັດແລ້ວ 95%. ອອກໃບອະນຸຍາດທຸລະກິດທ່ອງທ່ຽວຜ່ານລະບົບເອເລັກໂຕຣນິກ (IT) ໄດ້ 114 ຫົວໜ່ວຍ, ຊຸກຍູ້ໃຫ້ທົ່ວແຂວງມີທຸລະກິດທ່ອງທ່ຽວເພີ່ມຂຶ້ນເປັນ 1,201 ຫົວໜ່ວຍ. ພ້ອມນີ້, ຍັງໄດ້ຮ່ວມມືກັບທະນາຄານແຫ່ງ ສປປ ລາວ ປະຕິບັດໂຄງການກະຈາຍແຫຼ່ງທຶນເພື່ອສົ່ງເສີມການທ່ອງທ່ຽວ 23 ຕື້ກີບ ໃຫ້ 16 ຫົວໜ່ວຍທຸລະກິດ, ມຸ່ງເນັ້ນການພັດທະນາໂຮມສະເຕ (Homestay) ໃນ 4 ບ້ານເປົ້າໝາຍ, ຄຸ້ມຄອງຂີ້ເຫຍື້ອສີຂຽວ ແລະ ເປີດເສັ້ນທາງທ່ອງທ່ຽວເຊື່ອມໂຍງກັບຈັງຫວັດເລີຍ (ປະເທດໄທ) ຜ່ານດ່ານສາກົນບ້ານວັງ ແລະ ຊະນະຄາມ.
ດ້ານວຽກງານວັດທະນະທຳ, ແຂວງວຽງຈັນ ໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ໃນການປົກປັກຮັກສາສິ່ງດີງາມຂອງຊາດ ໂດຍສາມາດປະເມີນຄືນບ້ານວັດທະນະທຳໄດ້ 33 ບ້ານ ແລະ ຄອບຄົວວັດທະນະທຳ 4.649 ຄອບຄົວ. ປັດຈຸບັນທົ່ວແຂວງມີບ້ານວັດທະນະທຳ 415 ບ້ານ ແລະ ຄອບຄົວວັດທະນະທຳ 72.671 ຄອບຄົວ (ກວມເອົາ 89,44% ຂອງຄອບຄົວທັງໝົດ, ໄດ້ມີການເກັບກຳຂໍ້ມູນສິລະປະລາຍງ້າວບ້ານປາກກະຍຸງ ເພື່ອສະເໜີຂຶ້ນທະບຽນເປັນມໍຣະດົກແຫ່ງຊາດ; ພ້ອມທັງປະກາດຮັບຮອງວັດພະທອງສາມສີ (ບ້ານຫຼິ່ງຊັນ) ແລະ ວັດພະທາດມາຫຼ້າ (ເມືອງທຸລະຄົມ) ເປັນມໍຣະດົກທາງວັດທະນະທຳຂັ້ນທ້ອງຖິ່ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















