ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະ ການປ້ອງກັນ ການລ່ວງລະເມີດທາງເພດ
ເວລາອອກຂ່າວ: 2026-08-03 09:21:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ: ![]()
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ.
ພິທີລົງນາມເຊັນສັນຍາການຮ່ວມມືກັນຂອງທັງສອງຝ່າຍໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ນີ້, ທີ່ສຳນັກງານກະຊວງ ສສກ ລະຫວ່າງ ທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈິມິນ ແຫ່ງ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈິມິນ ຕະຫຼອດຮອດບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ການລົງນາມໃນຄັ້ງນີ້ ແມ່ນເປັນໝາກຜົນອັນຕັ້ງໜ້າຕໍ່ເນື່ອງມາຈາກບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ຖືກລົງນາມຮ່ວມກັນຜ່ານມາເມື່ອວັນທີ 26 ມີນາ 2026 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ເຊິ່ງໂຄງການດັ່ງກ່າວມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ 9 ເດືອນ (2026-2031).
ໂອກາດນີ້ິ, ທ່ານ ຫຼ້າວັນ ວົງຄຳສານ ກ່າວວ່າ: “ຫຼັກສູດ ERA Kids ສຳລັບເດັກອາຍຸ 3-5 ປີ ຖືເປັນຫຼັກສູດທີ່ທັນສະໄໝ ແລະ ມີເນື້ອໃນອັນໃໝ່ ທີ່ຈະນຳມາເຊື່ອມສານເຂົ້າໃນການຮຽນການສອນຊັ້ນອະນຸບານສຶກສາ ໃນຂອບເຂດທົ່ວປະເທດ. ສິ່ງນີ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດຄູສອນ ແລະ ຜູ້ດູແລເດັກ ຕ້ອງໄດ້ພ້ອມກັນທົບທວນ, ແປ ແລະ ຮຽບຮຽງເນື້ອໃນໃຫ້ສອດຄ່ອງກັບຫຼັກສູດແຫ່ງຊາດ ເພື່ອເສີມສ້າງທັກສະຊີວິດປະຈຳວັນ ແລະ ປົກປ້ອງເດັກນ້ອຍລາວໃນຍຸກດີຈີຕອນ.”
ໃນໂອກາດດຽວກັນນັ້ນ, ຄະນະນຳທັງ 2 ຝ່າຍ ຍັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນໃນ ການຮ່ວມມືຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນ
ເຂົ້າໃນການຍົກສູງຄຸນນະພາບການສຶກສາກ່ອນໄວຮຽນ, ເປັນບາດກ້າວບຸກທະລຸໃນການພັດທະນາຊັບພະຍາ ກອນມະນຸດຂັ້ນພື້ນຖານ ພ້ອມທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ ໝັ້ນຄົງຂະໜົງແກນຕະຫຼອດໄປ.
ຂ່າວ-ພາບ: ສົງການ ພັນແພງດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















