ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

​ປກສ ເມືອງ​ໄຊ​ເສດ​ຖາ ສຸມ​ໃສ່​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ
ເວລາອອກຂ່າວ: 2026-08-03 09:19:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:



ໃນ 6 ເດືອນ​ຕົ້ນ​ປີ 2026 ເຈົ້າ​ໜ້າທີ່​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ (​ປກສ) ເມືອງ​ໄຊ​ເສດ​ຖາ ແຂວງ​ອັດ​ຕະ​ປື ມີ​ຄະດີ​ອາຍາ​ເກີດ​ຂຶ້ນ 16 ເລື່ອງ, ກັກ​ຜູ້​ຖືກ​ຫາ​ໄດ້ 19 ຄົນ ຍິງ 1 ຄົນ, ໃນ​ນັ້ນ, ຄະດີ​ລັກ​ຊັບ​ມີ 3 ເລື່ອງ, ຄະດີ​ປຸ້ນ​ຊັບ 2 ເລື່ອງ, ຄະດີ​ທຳ​ມິດ​ສະ​ຈານ 2 ເລື່ອງ, ຄະດີ​ທຳຮ້າຍ​ຮ່າງກາຍ 4 ເລື່ອງ, ຄະດີ​ຊຸກເຊື່ອງ ຊື້-ຂາຍ​ຊັບ​ຜິດ​ກົດໝາຍ 2 ເລື່ອງ, ຄະດີ​ທຳ​ສຳ​ເລົາ​ເດັກ 1 ເລື່ອງ, ຄະດີ​ເຜີຍແຜ່​ສິ່ງ​ລາມົກ​ຜ່ານ​ລະບົບ​ຄອມ​ພີວ​ເຕີ 1 ເລື່ອງ, ຄະດີ​ທຳລາຍ​ເອກະສານ​ກາ​ປະ​ທັບ 1 ເລື່ອງ, ໄດ້​ສະຫຼຸບ​ສົ່ງ​ໃຫ້​ໄອ​ຍະ​ການ 2 ເລື່ອງ, ຊັດ​ມ້ຽນ 11 ເລື່ອງ ສົ່ງ​ໃຫ້ ​ປກສ ແຂວງ​ດຳເນີນ 1 ເລື່ອງ, ພວມ​ດຳເນີນ 8 ເລື່ອງ, ເກັບ​ກູ້​ເຄື່ອງ​ຂອງ​ກາງ​ທີ່​ຄົນ​ຮ້າຍ​ລັກ​ໄປ​ສົ່ງ​ຄືນ​ເຈົ້າ​ຂອງ​ມີ​ເງິນ 11.390.000 ກີບ, ຄຳ 2 ບາດ, ລົດຈັກ 1 ຄັນ, ໂທລະສັບ 4 ໜ່ວຍ, ຄວາຍ 1 ໂຕ, ພ້ອມ​ນັ້ນ​ໄດ້​ທັບ​ມ້າງ​ເປົ້າ​ໝາຍ​ຄ້າຂາຍ​ຢາ​ເສບ​ຕິດ ໄດ້ 9 ຄັ້ງ, ກັກ​ຜູ້​ຖືກ​ຫາ 11 ຄົນ ຍິງ 3 ຄົນ, ຢຶດ​ຂອງ​ກາງ​ຢາ​ບ້າ 1.201 ເມັດ, ໂທລະສັບ 2 ໜ່ວຍ, ເງິນ 2.100.000 ກີບ, ສ່ວນ​ຄະດີ ແມ່ນ​ມອບ​ໃຫ້ ​ປກສ ແຂວງ ສືບຕໍ່​ດຳເນີນ​ຄະດີ. ທ່ານ ພັນ​ໂທ ລັບ​ແກ້ວ ພົມ​ປິ​ດາ ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ໄຊ​ເສດ​ຖາ ໄດ້​ໃຫ້​ສຳພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ, ນາຍ ແລະ ພົນ​ຕຳຫຼວດ ກອງ​ບັນຊາ​ການ ​ປກສ ເມືອງ​ໄຊ​ເສດ​ຖາ ໄດ້​ເອົາໃຈໃສ່​ຕໍ່​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ໂດຍ​ສະເພາະ ການ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ແລະ ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ໂດຍ​ການ​ເພີ່ມ​ທະວີ​ການ​ນຳພາ-ຊີ້​ນຳ ກຳລັງ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ, ສຸມ​ໃສ່​ສະກັດ​ກັ້ນ​ແກ້​ໄຂ​ທັບ​ມ້າງ​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຢ່າງ​ຕັ້ງໜ້າ ແລະ ເຂັ້ມ​ງວດ, ສຸມ​ ໃສ່​ປະຕິບັດ 4 ຄາດໝາຍ​ຂອງ​ກະຊວງ ​ປກສ ວາງ​ອອກ​ຢ່າງ​ຕໍ່​ເນື່ອງ, ເອົາໃຈໃສ່​ໂຄສະ ນາ​ເຜີຍແຜ່​ລະບຽບ, ກົດໝາຍ ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິບ, ເອົາໃຈໃສ່​ກວດກາ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະເທດ ແລະ ພົນລະເມືອງ​ລາວ​ທີ່​ມາ​ພັກ ​ເຊົາ, ຫັນ​ເອົາ​ກຳລັງ​ກໍ່ສ້າງ​ຮາກ​ຖານ, ປັບປຸງ​ຊຸກຍູ້ ​ປກສ ກຸ່ມ ແລະ ​ປກສ ບ້ານ​ໃຫ້​ມີ​ຄວາມ​ເຂັ້ມແຂງ. ຮຽກຮ້ອງ​ມາ​ຍັງ​ພະນັກງານ-ລັດຖະກອນ, ນັກທຸລະກິດ, ຊາວ​ຄ້າຂາຍ, ປະຊາຊົນ​ບັນດາເຜົ່າ​ພາຍ​ໃນ​ເມືອງ ຈົ່ງ​ຍົກ​ສູງ​ສະຕິ​ເຄົາລົບ​ລະບຽບ​ກົດ​ໜາຍ​ຢ່າງ​ເຂັ້ມ​ງວດ, ເປັນ​ເຈົ້າ​ການ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ ​ປກສ, ຍົກ​ສູງ​ສະຕິ​ຕໍ່​ກົນອຸບາຍ ເລ່ຫຼ່ຽມ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ເພື່ອ​ຫວັງ​ສ້າງ​ຄວາມ​ບໍ່​ສະຫງົບ ແລະ ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງຄົມ. ຂ່າວ: ວັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ