ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງສຳພັນ ແຂວງ ຜົ້ງສາລີ
ເວລາອອກຂ່າວ: 2026-07-31 09:47:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ: ![]()
ໃນວັນທີ 28 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງສຳພັນ.
ໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ຈາກ ສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ ສຳພັນ ເຊິ່ງສະຫາຍໃຫ້ຮູ້ວ່າ ລວມຍອດມູນຄ່າຜະລິດຕະພັນພາຍໃນເມືອງ 6 ເດືອນຕົ້ນປີ 2026 ຂະຫຍາຍຕົວ ເພີ່ມຂຶ້ນ 3,43% ( ແຜນການປີ 5,55%); ສາມາດສ້າງມູນຄ່າເພີ່ມໃນປັດຈຸບັນໄດ້ 177.22 ຕື້ກີບ ເທົ່າກັບ 57,64% ຂອງແຜນການປີ, ສະເລ່ຍຕໍ່ຫົວຄົນ ໄດ້ປະມານ 6.320.000 ກີບ ຫຼື ເທົ່າກັບ 301.15 ໂດລາສະຫະລັດ, ທົ່ວເມືອງມີບ້ານພົ້ນທຸກ 9 ບ້ານ ເທົ່າກັບ 14,52%, ຄອບຄົວພົ້ນທຸກ 898 ຄອບຄົວ ກວມ 19,46%, ພົນລະເມືອງທຸກຍາກຍັງກວມເອົາ 83,47% ຂອງຈຳນວນພົນລະເມືອງໃນທົ່ວເມືອງ. ມີບ້ານພັດທະນາ 2 ບ້ານ, ປະກາດບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ.
ພາຍຫຼັງໄດ້ຮັບຟັງການລາຍງານ ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະພັກ ຄະນະນຳຂອງເມືອງເອົາໃຈໃສ່ໃນການເຄື່ອນໄຫວວຽກງານໃນແຕ່ລະຂະແໜງການແມ່ນໃຫ້ຫັນເປັນແຜນງານລະອຽດໃນການເຄື່ອນໄຫວວຽກງານ ຂອງເມືອງພ້ອມຕິດຕາມ, ກວດກາໃນແຕ່ລະໄລຍະເພື່ອເຮັດໃຫ້ການເຄື່ອນໄຫວໄປຕາມແຜນການທີ່ວາງໄວ້, ໃຫ້ມີການປຶກສາຫາລືກັນໃນແຕ່ລະຂະແໜງການ, ຈັດສັນທີ່ດິນໃຫ້ປະຊາຊົນເພື່ອໃຫ້ມີພື້ນທີ່ຜະລິດໃຫ້ຫຼາຍຂຶ້ນ, ຕິດພັນກັບການປຸງແຕ່ງເພື່ອສະໜອງພາຍໃນເມືອງໃຫ້ກຸ້ມຢູ່ກຸ້ມກິນ, ເອົາໃຈໃສ່ໃນການປົກປັກຮັກສາທຳມະຊາດ, ສິ່ງແວດລ້ອມ, ດຶງດູດການລົງທຶນດ້ວຍທ່າແຮງຂອງເມືອງທີ່ມີ; ສົ່ງເສີມລູກຫຼານໃຫ້ໄດ້ຮຽນໜັງສືເພື່ອເປັນ
ກຳລັງແຮງໃນການແກ້ໄຂຄວາມທຸກຍາກ, ຄູ-ອາຈານ ກໍຕ້ອງໄດ້ເອົາໃຈໃສ່ໃນການສິດສອນ, ສຳລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກຍຸດ
ທະສາດທີ່ສຳຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳໂດຍສະເພາະບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ, ມີສະຕິຕໍ່ກົນອຸບາຍຕ່າງໆຂອງອິດທິກຳລັງປໍລະປັກ; ວຽກງານກໍ່ສ້າງພັກ-ພະນັກງານ ຕ້ອງຍົກສູງຄຸນນະພາບຂອງການຈັດຕັ້ງພັກ, ການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຕ່າງໆຂອງພັກ, ການຂະ
ຫຍາຍພັກ, ຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ-ພະນັກງານ, ການເຄື່ອນໄຫວວຽກງານລວມແມ່ນຍຶດຖືຜົນປະໂຫຍດສ່ວນລວມເປັນຫຼັກ ຕັ້ງ
ໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໃຫ້ມີຜົນສຳເລັດ; ວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແມ່ນເປັນເຄື່ອງມືໜຶ່ງໃນການນຳພາຂອງພັກ ບໍລິຫານລັດ ດ້ວຍການຕິດຕາມ, ກວດກາປະເມີນຜົນໃນແຕ່ລະໄລຍະ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງໃນການເຄື່ອນໄຫວວຽກງານຕ່າງໆ, ກວດກາການຜັນຂະຫຍາຍມະຕິ, ຄຳສັ່ງ, ການສ້າງແຜນ, ການຈັດຕັ້ງປະຕິບັດແຜນ, ການປະເມີນແຜນ ກວດເຫັນອັນດີກະຕ້ອງໄດ້ຊຸກຍູ້ສົ່ງເສີມ ໂຄສະນາເຜີຍແຜ່, ຖ້າມີດ້ານອ່ອນກໍ່ຕ້ອງໄດ້ປັບປຸງປ່ຽນແປງ, ບັນດາສະຫາຍຄະນະພັກ, ຄະນະນຳຂອງເມືອງ ຕ້ອງມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເປັນກຳລັງແຮງເປັນຫົວຈັກຫຼັກແຫຼ່ງໃນການຂັບເຄື່ອນວຽກງານຕ່າງໆໃນທົ່ວເມືອງ, ໃຫ້ນຳພາ-ຊີ້ນຳ, ບັນຊາແຕ່ລະຂະແໜງການຢ່າງແທດເຖິງຕົວຈິງ.
ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປິ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມເທດສະບານເມືອງອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















