ແຂວງຜົ້ງສາລີ ວາງຍຸດທະສາດ ການແກ້ໄຂຄວາມທຸກຍາກຮອດປີ 2030
ເວລາອອກຂ່າວ: 2026-07-31 09:45:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ: ![]()
ແຫຼ່ງຂ່າວຈາກແຂວງຜົ້ງສາລີ ໃຫ້ຮູ້ວ່າ ໜຶ່ງໃນແຜນພັດທະນາ 5 ປີ ຄັ້ງທີ X (2026-2030), ແຂວງຜົ້ງສາລີໄດ້ກຳນົດໃຫ້ວຽກງານແກ້ໄຂຄວາມທຸກຍາກເປັນພາລະກິດສຳຄັນອັນເປັນຍຸດທະສາດ, ໂດຍມີຄາດໝາຍສຳຄັນຄື ສ້າງຄອບຄົວພົ້ນທຸກ 5.037 ຄອບຄົວ, ບ້ານພົ້ນທຸກ 97 ບ້ານ, ຄອບຄົວພັດທະນາ 4.091 ຄອບຄົວ ແລະ ບ້ານພັດທະນາ 53 ບ້ານ
ເພື່ອບັນລຸຄາດໝາຍດັ່ງກ່າວ, ແຂວງຈະສຸມໃສ່ການເສີມສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ພັດທະນາພື້ນຖານໂຄງລ່າງໃຫ້ເຊື່ອມໂຍງລະຫວ່າງເມືອງ-ບ້ານ ແລະ ພື້ນທີ່ການຜະລິດ, ສ້າງເມືອງພັດທະນາ ແລະ ຈຸດສຸມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ, ພ້ອມທັງຊຸກຍູ້ການດຶງດູດການລົງທຶນ ເພື່ອເປັນແຮງຂັບເຄື່ອນໃນການສ້າງວຽກເຮັດງານທຳ, ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ.
5 ທ່າແຮງບົ່ມຊ້ອນປາຍແຫຼມ ສຳລັບການພັດທະນາຮອດປີ 2030 ເພື່ອເປັນຖານຮອງຮັບການພັດທະນາໃນໄລຍະຕໍ່ໄປ, ແຂວງຜົ້ງສາລີ ໄດ້ກຳນົດ 5 ທ່າ
ແຮງບົ່ມຊ້ອນປາຍແຫຼມເປັນຈຸດສຸມສຳຄັນ ປະກອບດ້ວຍ ການປູກຝັງ ແລະ ຕັ້ງໂຮງງານປຸງແຕ່ງເປັນສິນຄ້າ; ການລ້ຽງສັດໃຫຍ່ເປັນສິນຄ້າ; ການພັດທະນາບໍລິການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ; ການພັດທະນາເສດຖະກິດດີຈີຕອນ ແລະ ການພັດທະນາຕົວເມືອງ, ອຸດສາຫະກຳສະອາດ ແລະ ພະລັງງານ. ທ່າແຮງເຫຼົ່ານີ້ຈະເປັນພື້ນຖານສຳຄັນສຳລັບການຍົກລະດັບເສດຖະກິດແຂວງໃຫ້ມີຄວາມເປັນເອກະລາດ, ມີຄວາມສາມາດແຂ່ງຂັນ ແລະ ພັດທະນາໄປຕາມທິດທາງສີຂຽວ ແລະ ຍືນຍົງ.
ຄາດໝາຍໃຫຍ່ຮອດປີ 2030 ແຂວງຜົ້ງສາລີ ຕັ້ງຄາດໝາຍນຳພາເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍ 5,5% ຕໍ່ປີ, ໃຫ້ GDP ບັນລຸ 56.510 ຕື້ກີບ ແລະ GDP ຕໍ່ຫົວຄົນ 3.021 ໂດລາ. ໂຄງປະກອບເສດຖະກິດຈະຖືກປັບໃຫ້ມີຄວາມສົມດຸນຫຼາຍຂຶ້ນ ລະຫວ່າງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການ. ໃນດ້ານສັງຄົມ, ແຂວງວາງຄາດໝາຍໃຫ້ອັດຕາເດັກເຂົ້າຮຽນຊັ້ນ ປ1 ບັນລຸ 98%, ອັດຕາຈົບຊັ້ນປະຖົມ 97%, ການໃຊ້ນ້ຳສະອາດ 95%, ການມີວິດຖ່າຍ 100%, ອາຍຸສະເລ່ຍ 75 ປີ ແລະ ບ້ານມາດຕະຖານສາທາລະນະສຸກ 100%. ໃນດ້ານແຮງງານ ຈະສ້າງວຽກເຮັດງານທຳໃຫ້ 5.000 ຄົນ, ເຝິກອົບຮົມວິຊາຊີບ 1.250 ຄົນ ແລະ ຂະຫຍາຍປະກັນສັງ ຄົມໃຫ້ບັນລຸ 8.405 ຄົນ.
ໂດຍພາບລວມ, ຕະຫຼອດໄລຍະ 40 ປີແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງການປ່ຽນແປງໃໝ່, ແຂວງຜົ້ງສາລີ ໄດ້ບັນລຸໝາກຜົນສຳຄັນຫຼາຍດ້ານ. ຈາກແຂວງທີ່ປະສົບຄວາມຫຼ້າຫຼັງຢ່າງໜັກໃນອະດີດ, ປັດຈຸບັນໄດ້ກ້າວຂຶ້ນ ມີການພັດທະນາຢ່າງໝັ້ນຄົງທາງດ້ານເສດຖະກິດ, ການຄ້າ, ໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ຄວາມສະຫງົບທາງການເມືອງ. ພ້ອມກັນນັ້ນ, ວຽກງານແກ້ໄຂຄວາມທຸກຍາກຍັງຄົງເປັນພາລະກິດສຳຄັນທີ່ຈະຕ້ອງສືບຕໍ່ສຸມໃສ່ດ້ວຍຄວາມມຸ່ງໝັ້ນ, ຈິງຈັງ ແລະ ຕໍ່ເນື່ອງ. ດັ່ງນັ້ນ, ໃນແຜນພັດທະນາ 5 ປີ ຄັ້ງທີ X (2026-2030), ແຂວງຈຶ່ງໄດ້ວາງທິດທາງອັນຈະແຈ້ງໂດຍອີງໃສ່ 5 ທ່າແຮງບົ່ມຊ້ອນປາຍແຫຼມເປັນຈຸດສຸມໃນການພັດທະນາ ເພື່ອນຳພາປະຊາຊົນບັນດາ ເຜົ່າໃຫ້ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ການພັດທະນາທີ່ຍືນຍົງ.
ພາຍໃຕ້ຄຳຂວັນ “ສາມັກຄີປອງດອງ, ຫ້າວຫັນປະຕິບັດ, ພັດທະນາຮອບດ້ານ, ຍືນຍົງ”, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງຜົ້ງສາລີ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນນຳພາແຂວງໃຫ້ກ້າວໜ້າຢ່າງໜັກແໜ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວສູ່ຄວາມຈະເລີນກ້າວໜ້າຢ່າງໝັ້ນຄົງຕະຫຼອດໄປ.
ໂດຍ: ວິສອນ ລາວເມົາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















