ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກມທ ຍິງລູກປືນແທ້ ປະຈຳປີ 2019
ເວລາອອກຂ່າວ: 2019-10-23 09:38:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ວັນທີ 22 ຕຸລານີ້, ຫ້ອງການ ບໍລິຫານ ກົມໃຫຍ່ການເມືອງກອງ ທັບ (ກມທ) ໄດ້ຈັດພິທີເປີດການຍິງລູກປືນແທ້ປະຈຳປີ 2019 ຂຶ້ນ, ຢູ່ທີ່ສະໜານກີລາຍິງປືນ ອາຊຽນ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສິງຄໍາ ພິມມະວົງ ຫົວ ໜ້າຫ້ອງການບໍລິຫານ ກມທ, ມີຄະນະຊີ້ນໍາ, ຄະນະຮັບຜິດຊອບ, ຄະນະພັກ-ຄະນະບັນຊາ ພ້ອມ ດ້ວຍພະນັກງານ-ນັກຮົບ, ກົມກອງ, ຫ້ອງການ ທີ່ຂຶ້ນກັບ ກມທ ເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາປານ ໂພສີຄໍາ ຮອງຫົວໜ້າຫ້ອງການບໍ ລິຫານ ກມທ, ໄດ້ກ່າວວ່າ ໂດຍ ປະຕິບັດຕາມແຜນການກວດກາ ຍິງລູກປືນແທ້ປະຈໍາປີ 2019 ຫ້ອງການບໍລິຫານ ກມທ ຈຶ່ງໄດ້ ຈັດພິທີເປີດບັ້ນກວດກາຍິງລູກ ປືນແທ້ຂຶ້ນເພື່ອເຮັດໃຫ້ພະນັກ ງານ-ນັກຮົບ, ນາຍ ແລະ ພົນທະ ຫານມີຄວາມຊໍານິຊໍານານໃນ ການດັບສູນເປົ້າໝາຍ ແລະ ໝູນ ໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີ ຄຸນນະພາບ ແລະ ທັນເວລາ, ທັງ ເປັນການປະຕິບັດແຜນການອົບ ຮົມ-ຫັດແອບພາກທິດສະດີ- ການປະຕິບັດຕົວຈິງ ແລະ ເປັນ ການເສີມຂະຫຍາຍກໍາລັງແຮງ, ຄວາມຮູ້, ຄວາມສາມາດໃຫ້ ພະນັກງານ-ນັກຮົບຖັນແຖວ ກອງທັບ. ການຈັດຕັ້ງຍິງລູກປືນແທ້ ໃນຄັ້ງນີ້ ແມ່ນໄຂຂຶ້ນທ່າມກາງບັນຍາກາດທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍໄລຍະ ທ້າຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາ ເສດຖະກິດສັງຄົມ 5 ປີຄັ້ງທີ VIII. ສະເພາະກອງທັບ ກໍຢູ່ໃນໄລຍະຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ, ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກມທ, ວັນຊາດທີ 2 ທັນວາ ຄົບ ຮອບ 44 ປີ, ວັນຄ້າຍວັນເກີດປະ ທານ ໄກສອນ ພົມວິຫານຄົບ ຮອບ 99 ປີ, ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 71 ປີ ທີ່ຈະມາເຖິງໃຫ້ເປັນຂະບວນ ການ ຟົດຟື້ນ ແລະ ກວ້າງຂວາງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ