ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ເມືອງວຽງໄຊ ຄືສັນຍະລັກແຫ່ງໄຊຊະນະ ທີ່ສ້າງຈາກຄວາມເສຍສະຫຼະເລືອດເນື້ອ ຂອງນັກຮົບຜູ້ຮັກຊາດ
ເວລາອອກຂ່າວ: 2026-07-23 12:04:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 598 | ຄວາມນິຍົມ:



ທຸກຄັ້ງທີ່ຄິດເຖິງ, ຫົວໃຈຂອງຜູ້ຂຽນທີ່ເຄີຍໄດ້ໄປສໍາພັດມາຫຼາຍປີແລ້ວ ມັກຈະລອຍໄປຫາພູຜາອັນສະຫງ່າງາມ ແລະ ປ່າໄມ້ອັນຂຽວງາມ ຂອງເມືອງວຽງໄຊ ແຂວງຫົວພັນ ດິນແດນແຫ່ງນີ້ ບໍ່ແມ່ນພຽງແຕ່ມີທຳມະຊາດອັນງົດງາມ ແຕ່ຍັງເປັນຜືນແຜ່ນດິນທີ່ບັນຈຸໄວ້ດ້ວຍປະຫວັດສາດ ຄວາມເສຍສະຫຼະ ແລະ ຄວາມກ້າຫານຂອງປະຊາຊົນລາວ. ພູຜາແຕ່ລະລູກ, ຖໍ້າແຕ່ລະແຫ່ງ ລ້ວນແຕ່ເປັນພະຍານແຫ່ງການຕໍ່ສູ້ອັນຍາວນານຂອງຊາດ. ເມືອງວຽງໄຊ ເປັນດັ່ງ ພິພິທະພັນທາງທຳມະຊາດທີ່ມີຊີວິດ ມີພູຜາທີ່ສູງຊັນ ເຄີຍເປັນບ່ອນພັກອາໄສ, ບ່ອນປະຊຸມ, ບ່ອນປິ່ນປົວຄົນເຈັບ ແລະ ບ່ອນວາງແຜນຍຸດທະສາດຂອງບັນພະບູລຸດ ຂອງພວກເຮົາ ເມື່ອກ້າວເຂົ້າໄປຍັງຖໍ້າຜູ້ນໍາ ຄວາມຮູ້ສຶກເຄົາລົບຈະເກີດຂຶ້ນໃນໃຈໂດຍບໍ່ຮູ້ຕົວ. ຖໍ້າແຫ່ງນີ້ ບໍ່ແມ່ນພຽງຖໍ້າຫີນທຳມະດາ ແຕ່ເປັນສູນກາງແຫ່ງການນໍາພາການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງປະເທດ. ພາຍໃນຖໍ້າ ຍັງຄົງປະກົດຮ່ອງຮອຍຂອງຫ້ອງປະຊຸມ, ຫ້ອງເຮັດວຽກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ທີ່ຖືກຈັດສ້າງຂຶ້ນຢ່າງລຽບງ່າຍ ແຕ່ເຕັມໄປດ້ວຍພະລັງແຫ່ງຄວາມຫວັງການປຶກສາການວາງແຜນ ແລະ ຄວາມມຸ່ງໝັ້ນ ຂອງບັນດາຜູ້ນໍາທີ່ອຸທິດຕົນເພື່ອຊາດ. ການໄດ້ຍ່າງຢູ່ໃນຖໍ້າຜູ້ນໍາ ເຮັດໃຫ້ເກີດຄວາມສໍານຶກວ່າ ຄວາມສະຫງົບ ແລະ ການພັດທະນາໃນປັດຈຸບັນ ບໍ່ໄດ້ເກີດຂຶ້ນໂດຍບັງເອີນ ມັນແມ່ນຜົນຈາກຄວາມກ້າຫານ ຄວາມອົດທົນ ແລະ ຄວາມສາມັກຄີຂອງຄົນລາວຫຼາຍຮຸ່ນຄົນ. ຄວາມຊົງຈໍາເຫຼົ່ານີ້ ຄວນໄດ້ຮັບການຮັກສາ ແລະ ສືບທອດໃຫ້ລູກຫຼານໄດ້ຮຽນຮູ້ຕະຫຼອດໄປ. ນອກຈາກປະຫວັດສາດອັນຍິ່ງໃຫຍ່ແລ້ວ ສິ່ງທີ່ສ້າງຄວາມປະທັບໃຈຄື ຄວາມງາມຂອງດອກຄາຍ ເມື່ອເຖິງລະດູອອກດອກ, ດອກຄາຍຈະບານສີເຫຼືອງສົດ ປະດັບປະດາຕາມເສັ້ນທາງ ແລະ ຕີນພູ ທີ່ທຳມະຊາດສ້າງໄວ້, ສາຍລົມອ່ອນໆ ພັດຜ່ານດອກຄາຍທີ່ໂອນໄຫວ ສ້າງພາບອັນອ່ອນໂຍນ ແລະ ສວຍງາມຢ່າງຫາຄໍາບັນຍາຍໄດ້ຍາກ. ດອກຄາຍເປັນດັ່ງສັນຍະລັກຂອງຄວາມຫວັງ ມັນເຕີບໃຫຍ່ທ່າມກາງດິນ ແລະ ລົມຝົນ ແຕ່ຍັງອອກດອກຢ່າງງົດງາມ. ຄຸນລັກສະນະນີ້ ຄ້າຍຄືກັບຈິດໃຈ ຂອງປະຊາຊົນລາວ ທີ່ຜ່ານຄວາມລໍາບາກມາຫຼາຍຄັ້ງ ແຕ່ກໍຍັງຢືນຢັດ ແລະ ສ້າງສາປະເທດໃຫ້ຈະເລີນກ້າວໜ້າ. ພູຜາເມືອງວຽງໄຊ ຖໍ້າຜູ້ນໍາ ແລະ ດອກຄາຍ ເມື່ອຖືກນໍາມາຮ້ອຍຮຽງເຂົ້າດ້ວຍກັນ ກໍກາຍເປັນພາບແທນຂອງປະເທດຊາດ ທີ່ມີທັງຄວາມງາມທາງທຳມະຊາດ, ມີຄຸນຄ່າທາງປະຫວັດສາດ ແລະ ຈິດວິນຍານແຫ່ງຄວາມຮັກຊາດ ສິ່ງເຫຼົ່ານີ້ ຄວນໄດ້ຮັບການອະນຸລັກ ແລະ ທະນຸຖະໜອມ ໃຫ້ຄົງຢູ່ຄູ່ກັບແຜ່ນດິນລາວຕະຫຼອດໄປ. ຂ້າພະເຈົ້າ ຂະນຶງຫາເມືອງວຽງໄຊ ບໍ່ແມ່ນພຽງເພາະຄວາມງາມຂອງພູຜາ ຫຼື ດອກຄາຍທີ່ບານສະພັ່ງ ແຕ່ເພາະວ່າດິນແດນແຫ່ງນີ້ ໄດ້ສອນໃຫ້ຮູ້ຄຸນຄ່າ ຂອງຄວາມສາມັກຄີ ຄວາມສະຫຼະ ແລະ ຄວາມຮັກຊາດ. ທຸກກ້າວຍ່າງໃນດິນແດນແຫ່ງນີ້ ລ້ວນແຕ່ເຕືອນໃຈໃຫ້ລະນຶກວ່າ ອະນາຄົດອັນສົດໃສຈະເກີດຂຶ້ນໄດ້ ເມື່ອພວກເຮົາຮັກສາປະຫວັດສາດ ຮັກສາທຳມະຊາດ ແລະ ຮ່ວມກັນສືບສານຄຸນຄ່າອັນດີງາມຂອງຊາດລາວໄວ້ຕະຫຼອດໄປ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ