ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຊຽງຂວາງ ປາຖະກະຖາມູນເຊື້ອວັນແມ່ຍິງລາວ
ເວລາອອກຂ່າວ: 2026-07-21 11:40:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ:



‎ ວັນທີ 17 ກໍລະກົດ 2026 ນີ້, ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ ປາຖະກະຖາມູນເຊື້ອວັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ໂດຍ ເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ອົງການ 5 ຫ້ອງ, ພະແນກການ, ໂຮງຮຽນທະຫານທ້ອງຖິ່ນ, ກອງພັນ, ກອງຮ້ອຍ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ. ‎ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີທີ່ຜ່ານມາ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ແມ່ຍິງລາວບັນດາເຜົ່າ ໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ, ແມ່ຍິງ ໄດ້ເປັນກໍາລັງແຮງອັນແຂງແກ່ນຢູ່ເບື້ອງຫຼັງ ໂດຍມີສ່ວນຮ່ວມໃນການຂົນສົ່ງສະບຽງອາຫານ, ອາວຸດ, ກະສູນ, ເຮັດໜ້າທີ່ຕິດຕໍ່ສື່ສານ, ສົ່ງຂ່າວ ແລະ ເບິ່ງແຍງທະຫານບາດເຈັບຢູ່ແນວຫຼັງ. ພ້ອມກັນນັ້ນ, ແມ່ຍິງລາວ ກໍໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆມາ. ‎ ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ຮຽກຮ້ອງໃຫ້ສະຫະພັນແມ່ຍິງ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງ, ຮັກສາມູນເຊື້ອອັນດີງາມ ຂອງສະຫະພັນແມ່ຍິງລາວ ເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງທີ່ໜັກແໜ້ນ, ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ, ສືບຕໍ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ນັບມື້ນັບເຂັ້ມແຂງ, ເອົາໃຈໃສ່ ແລະ ເປັນເຈົ້າການໃນການພັດທະນາຕົນເອງທາງດ້ານຄວາມຮູ້-ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານແມ່ຍິງ ກໍຄືການພັດທະນາວຽກງານ ຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຖືເອົາຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການເຄື່ອນໄຫວວຽກງານວິຊາສະເພາະ ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງ, ຄອບຄົວ ແລະ ສັງຄົມໃຫ້ນັບມື້ນັບດີຂຶ້ນ, ແນໃສ່ສ້າງໂອກາດໃຫ້ແມ່ຍິງໄດ້ມີຄວາມເທົ່າທຽມກັບເພດຊາຍ ທາງດ້ານວິຊາສະເພາະ, ດ້ານການຄຸ້ມຄອງ-ນໍາພາ ແລະ ການຕັດສິນບັນຫາ ໃຫ້ນັບມື້ນັບເພີ່ມຂຶ້ນ. ຈາກນັ້ນ, ກໍໄດ້ຈັດກິດຈະກໍາຟ້ອນລໍາວົງລາວ ຕື່ມອີກ. ໂດຍ: ຮທ ຫຸມພັນ ສິງດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ