ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງເຕັກນິກ ໂຮງຮຽນນາຍສິບເຫຼົ່າຮົບ
ເວລາອອກຂ່າວ: 2026-07-21 11:01:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງເຕັກນິກ ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຕາງໜ້າຈາກກົມໃຫຍ່ເຕັກນິກ, ຄະນະພັກ-ຄະນະອໍານວຍການໂຮງຮຽນ, ຄະນະຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໃໝ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານ ຢູ່ໂຮງຮຽນນາຍສິບເຫຼົ່າຮົບ ພັກການເພື່ອກຽມຮັບບຳນານ ໃນນີ້, ໄດ້ອະນຸມັດໃຫ້ ສະຫາຍ ພັນໂທ ອຸດອນ ທຳມະວົງສາ ຮອງຫົວໜ້າຫ້ອງເຕັກນິກ ໂຮງຮຽນນາຍສິບເຫຼົ່າຮົບ (ຜູ້ເກົ່າ) ພັກການເພື່ອກຽມຮັບບຳນານ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງເຕັກນິກ (ຜູ້ໃໝ່) ໂດຍໄດ້ແຕ່ງຕັ້ງສະຫາຍ ພັນໂທ ທອງດີ ສີດາວັນ ເປັນຮອງຫົວໜ້າຫ້ອງເຕັກນິກ ໂຮງຮຽນນາຍສິບເຫຼົ່າຮົບ. ຈາກນັ້ນ, ສະຫາຍ ພັນເອກ ສົມພັນ ພິມມະວົງ ຫົວໜ້າຫ້ອງການເມືອງ ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາໜ່ວຍພັກຮາກຖານຫ້ອງເຕັກນິກ ໃນນັ້ນ, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ທອງດີ ສີດາວັນ ເປັນຮອງເລຂາໜ່ວຍພັກຮາກຖານຫ້ອງເຕັກນິກ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ