ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ໝາກຜົນ​ການ​ນຳພາ​ໄລຍະ 6 ເດືອນ​ຕົ້ນ​ປີ 2026 ຂອງ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2026-07-21 09:12:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ສະຫາຍ ພັນ​ເອກ ບຸນ​ພົບ ວິໄລ​ສັກ ຫົວໜ້າ​ການເມືອງ​ກອງ ​ບັນກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໃຫ້​ຮູ້​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2026 ຄະ ນະ​ພັກ-ຄະນະ​ບັນຊາ​ໄດ້​ສຸມ​ໃສ່ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ເວົ້າ​ລວມ ເວົ້າ​ສະເພາະ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ໃຫ້​ໄປ​ຕາມ​ແນວທາງ​ແຜນ​ນະໂຍ ບາຍ​ຂອງ​ພັກ-ລັດ ເປັນເຈົ້າການ ຕ້ານ ແລະ ສະກັດ​ກັ້ນ​ທຸກ​ປະກົດ ການ​ຫຍໍ້ທໍ້ຕ່າງໆ ພາຍ​ໃນ​ກົມ​ກອງ, ປັບປຸງ​ວຽກ​ງານ​ການ​ຈັກ​ຕັ້ງ, ວຽກ​ງານ​ພັກ, ວຽກ​ງານ​ພະນັກງານ,ວຽກ​ງານ​ຍຸດຕິ​ທຳ, ອົງ​ການຈັດຕັ້ງ​ມະ​ຫານ​ຊົນ ແລະ ຫຼາຍໆ​ວຽກ​ງານ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ ເຮັດ​ໃຫ້​ກົມ​ກອງ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ວຽກ​ງານ​ກຽມພ້ອມ​ສູ້​ຮົບ ໄດ້​ຈັດ​ຕັ້ງ​ກຳລັງ​ກຽມພ້ອມ​ສູ້​ຮົບ​ໃນ​ແຕ່​ລະ​ວັນ​ຕະຫຼອດ 24 ຊົ່ວໂມງ ມີ​ການ​ສະຫຼຸບ​ສ່ອງ​ແສງ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ເປັນ​ປົກກະຕິ ນອກ​ນີ້​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ ຍັງ​ໄດ້​ຊີ້​ນຳ-ນຳພາ ພະນັກງານ-ນັກຮົບ ບັນດາ​ກົມ​ກອງ​ຕ່າງໆ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຕາມ​ຄຳ​ ຂວັນ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມເຂັ້​ມ​ແຂງດ້ວຍ​ຕົນ​ເອງ ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ເຊິ່ງ​ສະແດງ​ອອກ​ໃນ 6 ເດືອນ​ຜ່ານ​ມາ, ຕໍ່​ວຽກ​ງານ​ການ​ສ້າງ​ເສດຖະກິດ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແມ່ນ ​ໄດ້​ປູກ​ພືດຜັກຕາມລະດູການ ເພື່ອ​ປ້ອນ​ເຂົ້າ​ເຮືອນຄົວ​ລວມ ແລະ ​ຂາຍ​ອອກ​ສູ່​ທ້ອງ​ຕະຫຼາດ​ໄດ້​ຈຳນວນ​ໜຶ່ງ ໄດ້​ປູກ​ຜັກ 69.757 ກິ​ໂລກ​ຣາມ ເປັນ​ເງິນ 516.916.000 ກີບ, ຂາຍ​ຢາງ ພາລາ 3002 ກິ​ໂລກ​ຣາມ​ເປັນ​ເງິນ 53.146.000 ກີບ, ລ້ຽງ​ງົວ 588 ໂຕ, ລ້ຽງ​ໜູ 152 ໂຕ, ລ້ຽງ​ແບ້ 245 ໂຕ, ສັດ​ປີກ, ລ້ຽງ​ປາ ແລະ ລ້ຽງ​ກົບ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ສັດ ລ້ຽງ, ບໍລິການ​ຂາຍ​ນ້ຳ​ດື່ມ, ຮ້ານຕັດ​ຜົມ ແລະ ຮັບ​ຈາກ​ດອກ​ເບ້ຍປັນ ​ຜົນ​ເງິນ​ກອງ​ທຶນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄດ້​ທັງ​ໝົດ 1.596.325.000 ກີບ, ສາມາດ​ກຸ້ມ​ຕົນ​ເອງ​ດ້ານ​ຊີ້ນ-ປາ ໄດ້ 42,85% ແລະ ພຶດ​ຜັກ​​​ໄດ້ 89%, ນອກ​ນັ້ນ​ຍັງ​ໄດ້​ຄຸ້ມ​ຄອງ​ນຳ​ໃຊ້​ງົບປະມານເບີກ​ຈ່າຍ​ຖືກຕ້ອງ​ຕາມ​ການ​ສະໜອງ​ຂອງ​ຂັ້ນ​ເທິງ. ຈາກ​ຜົນງານ​ດັ່ງກ່າວ​ກົມ​ກອງ ແລະ ພະນັກງານ-ນັກຮົບ ຍັງ​ໄດ້​ຮັບ​ນະໂຍບາຍ​ຈາກ​ພັກ-ລັດ ໃນ​ນັ້ນ​ໄດ້​ຮັບອຸດ​ໜູນ​ບຳນານ ແລະ ໄດ້​ຮັບ​ຕຳ​ແໜງ​ຂັ້ນ​ນຳພາ-ບັນຊາ​ຢູ່​ໃນ​ຂັ້ນ​ພະ​ແນກ, ກອງ​ບັນຊາ​ການ​ທະຫານ​ເມືອງ, ອັນພົ່ນເດັ່ນໄດ້ຮັບການເລື່ອນ​ຊັ້ນ​ວາທີ​ຂຶ້ນ​ຊັ້ນ​ຮ້ອຍ​ຕີ ຈຳນວນ 67 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ຕີ 7 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ໂທ 29 ສະຫາຍ ຢ່າງ​ໜ້າ​ຊົມເຊີຍ. ໂດຍ: ນ ບົວ​ລິ​ວັນ ໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ