ກອງສິລະປະກອນກອງທັບສະຫຼຸບວຽກງານ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-07-21 09:08:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2026 ນີ້, ກອງສິລະປະກອນກອງທັບ ໄດ້ຈັດກອງປະຊຸມຖອດຖອນບົດຮຽນຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນ ການ 6 ເດືອນທ້າຍປີ 2026 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກ, ຂະ ແໜງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ພູທອງ ເພັດສີບູນ ຮອງຫົວໜ້າການເມືອງກອງສິລະປະກອນກອງທັບ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາວ່າ: ໄດ້ເຄື່ອນໄຫວສະແດງຮັບໃຊ້ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ສະແດງຮັບໃຊ້ໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ «ໃຕ້ຝຸ່ນ 2026» ແລະ «ລາໂຣສ 2026» ດ້ວຍຄວາມຮັບຜິດຊອບສູງ. ສະເພາະການ ເຄື່ອນໄຫວສະແດງຮັບໃຊ້ພາຍໃນປະເທດ 56 ຄັ້ງ ແລະ ຕ່າງ ປະເທດ 1 ຄັ້ງ; ດ້ານການຜະ ລິດ ແລະ ເຕັກນິກ ໄດ້ຖ່າຍທຳລະຄອນ 3 ບົດ ແລະ ແຕ່ງບົດລະຄອນໃໝ່ 1 ບົດ. ປະສານດົນ ຕີ, ອັດສຽງ ແລະ ມິກສຽງ ທັງໝົດ 74 ບົດ (ໃນນີ້ມີບົດເພັງປະຈຳໃຈກົມໂຄສະນາອົບຮົມ 19 ບົດ ແລະ ເພັງມູນເຊື້ອສະຫະພັນແມ່ຍິງກອງທັບ 15 ບົດ). ສ້າງລາຍການໃໝ່ໃຫ້ໂຮງໝໍສູນກາງ 103 ກອງທັບ ຈຳນວນ 7 ບົດ. ຄວບຄຸມການສະແດງ 30 ຄັ້ງ ແລະ ຕັດຕໍ່ພາບຈໍ LED ໃນກອງປະຊຸມຕ່າງໆ 10 ຄັ້ງ. ດ້ານການອົບຮົມ ສາມາດຮັບປະກັນການຮຽນ-ການສອນນອກລະບົບໄດ້ເປັນປົກກະຕິ ໂດຍມີຄູອາຈານເຂົ້າຮ່ວມສອນ 11 ສະຫາຍ. ດ້ານເນື້ອໃນການສະແດງໄດ້ສ່ອງແສງເຖິງ ມູນເຊື້ອການນຳພາອັນສະຫຼາດສ່ອງໃສຂອງພັກ, ຄວາມເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແລະ ຄວາມສາມັກຄີມິດຕະພາບ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ອາຊຽນ.
ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເພີ່ມທະວີຄວາມຮັບຜິດຊອບ ແລະ ປັບປຸງແບບແຜນວິທີເຮັດວຽກ, ຍົກສູງຄວາມສາມາດທາງດ້ານວິຊາສະເພາະ ສິລະປະ-ວັນນະ ຄະດີ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ພ້ອມທັງຮຽກຮ້ອງໃຫ້ ເພີ່ມທະວີຄວາມສາມັກຄີພາຍໃນເປັນປຶກແຜ່ນ ເພື່ອຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ ໃຫ້ບັນລຸຕາມຄາດໝາຍ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















