ບໍລິສັດ PSL ກໍ່ສ້າງຄົບວົງຈອນຈຳກັບຜູ້ດຽວ ມອມຄອມພິວເຕີ ໃຫ້ຫ້ອງການ ກມທ
ເວລາອອກຂ່າວ: 2026-07-21 09:06:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ: ![]()
ວັນທີ 17 ກຳລະກົດ 2026 ນີ້, ສະຫາຍ ເພັດທອນ ສຸຍະວົງ ຕາງໜ້າ ບໍລິສັດ PSL ກໍ່ສ້າງຄົບວົງຈອນຈຳກັບຜູ້ດຽວ ໄດ້ນຳເອົາຄອມພິວເຕີ້ຕັ້ງໂຕະ ຈຳນວນ 2 ຊຸດ ລວມມູນຄ່າທັງໝົດ 38.000.000 ກີບ ມາມອບໃຫ້ຫ້ອງການກົມໃຫຍ່ການເມືອງກອງທັບ ເພື່ອເປັນການຊຸກຍູ້ເຂົ້າໃນວຽກງານຫ້ອງການກໍຄືວຽກງານວິຊາສະເພາະໃຫ້ສະດວກສະບາຍວ່ອງໄວຂຶ້ນກວ່າເກົ່າ ໂດຍການກ່າວຮັບຂອງສະຫາຍພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງພາຍໃນຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງ ສະຫາຍ ເພັດທອນ ສຸຍະວົງ ທີ່ຕາງໜ້າ ບໍລິສັດ PSL ກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມຫມາຍຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ໃຫ້ຄຳຫມັ້ນສັນຍາວ່າຈະນຳໃຊ້ເຄື່ອງດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ພ້ອມນັ້ນກໍໄດ້ມອບໃບສົມມານາຄຸນໃຫ້ແກ່ ສະຫາຍ ເພັດທອນ ສຸຍະວົງ ພ້ອມຄະນະອີກດ້ວຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















