ເຄື່ອນໄຫວຊຸກຍູ້ວຽກງານເຝິກອົບຮົມ ລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2026-07-21 09:01:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 12-13 ກໍລະກົດ 2026, ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກສາການຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບການເຝິກອົບຮົມ ການທະຫານ-ການເມືອງ ໃຫ້ລັດຖະ
ກອນປ້ອງກັນຊາດ (ຄູອາສາ) ໄດ້ສືບຕໍ່ລົງເຄື່ອນໄຫວຊີ້ນຳ, ຕິດຕາມ ແລະ ຊຸກຍູ້ການເຝິກອົບຮົມ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ໃຫ້ລັດຖະກອນປ້ອງກັນຊາດ ຢູ່ທີ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ.
ເພື່ອແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດເນື້ອໃນຫຼັກສູດການເຝິກອົບຮົມ ໃຫ້ມີຄຸນນະພາບ, ຖືກຕ້ອງຕາມແຜນການ ສະຫາຍ ພັນໂທ ຄຳພັນ ອິນລາວົງ
ຫົວໜ້າພະແນກວັດຖຸ ກົມໂຮງຮຽນ ກົມໃຫ່ຍເສນາທິການກອງທັບ ໄດ້ເນັ້ນໜັກ ທາງດ້ານແບບແຜນການຮຽນ-ການສອນໃຫ້ຄະນະຮັບຜິດຊອບສູນເຝິກອົບຮົມ, ຄູ-ອາຈານ ແລະ ນັກສຳມະນາກອນ ເພື່ອແນໃສ່ສ້າງຄວາມເປັນເອກະພາບກັນໃນທຸກໆສູນເຝິກອົບຮົມ ເຮັດໃຫ້ການຮຽນ-ການສອນດຳເນີນໄປຢ່າງມີແບບແຜນ, ຖືກຕ້ອງຕາມຫຼັກສູດ. ທັງເປັນການປັບປຸງລະບຽບແບບແຜນ, ຍົກສູງສະຕິລະວັງຕົວ, ເພີ່ມທະວີຄວາມຮູ້ ຄວາມສາມາດດ້ານວຽກງານການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ໃຫ້ພະນັກງານລັດຖະກອນປ້ອງກັນຊາດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສາມາດນຳເອົາຄວາມຮູ້ເຫຼົ່ານີ້ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານ.
ສະຫາຍ ພັນເອກ ອິນພອນ ໄຊຍະສິດ ກໍໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບການເຝິກອົບຮົມ, ຄູ-ອາຈານ ແລະ ນັກເຝິກອົບຮົມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງການເມືອງຂອງຕົນ, ເອົາໃຈໃສ່ຕິດຕາມ-ຊີ້ນຳຢ່າງໃກ້ຊິດ, ຕັ້ງໜ້າບຸກບືນຄົ້ນຄວ້າຮ່ຳຮຽນ, ກຳແໜ້ນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ຮັບປະກັນໄດ້ຄວາມປອດໄພ 100%.
ພ້ອມດຽວກັນນີ້, ຄະນະຊີ້ນຳ ຍັງໄດ້ລົງກວດກາສະຖານທີ່ຕົວຈິງ ຂອງບັນດາສູນເຝິກອົບຮົມ ເພື່ອຕິດຕາມເບິ່ງຄວາມພ້ອມທາງດ້ານພື້ນຖານໂຄງລ່າງ, ສະພາບແວດລ້ອມການຮຽນ-ການສອນ, ບ່ອນພັກເຊົາ ແລະ ການຮັບປະກັນຊີວິດການເປັນຢູ່ຂອງລັດຖະກອນປ້ອງກັນຊາດ, ແນໃສ່ອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຄົງຄ້າງຕ່າງໆ ໃຫ້ທັນການ ເພື່ອຮັບປະກັນໃຫ້ບັ້ນເຝິກອົບຮົມ ບັນລຸຕາມຄາດໝາຍທີ່ວາງໄວ້.
ໂດຍ: ອາໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















